ຜູ້ຊ່ຽວຊານ​ເຫັນ​ວ່າ, ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງ​ຈີນ​ຈະ​ຖື "ການ​ຮັກສາ​ການ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນ​ທ່ຽງ"​ ​ເປັນ​ພື້ນຖານ

(GMT+08:00) 2011-12-13 14:18:32     cri
ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງຈີນ ​ເຊິ່ງ​ເປັນ​ກອງ​ປະຊຸມ​ສຳຄັນ​ກວ່າ​ໝູ່​ເພື່ອ​ວາງ​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ​ແລະ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​​ໃນ​ປີໜ້າ​ນັ້ນ ​ກຳລັງ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ພາຍ​ໃຕ້​ສະຖານະ​ການ​ທີ່​ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​​ໄດ້​ເລີ່​ມຊ້າ​ລົງ, ຄວາມ​ຕ້ອງການ​ຈາກ​ຕ່າງປະ​ເທດຫຼຸດໜ້ອຍ​ລົງ, ນະ​ໂຍບາຍ​ເສ​ດຖະກິດ​ຈີນ​ໃນ​ປີໜ້າ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ. ທ່ານ​ຢວນກ່າງ​ມິ​ງ, ນັກ​ຄົ້ນຄວ້າ​ຈາກສູນ​ຄົ້ນຄວ້າ​ເສດຖະກິດ​​ຈີນ​​ແລະໂລກຂອງ​ມະຫາວິທະຍາ​ໄລ​ຊິ່ງຮວາ​ເຫັນ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ຈະ​ຖື​ການ​ຮັກສາ​ການ​ພັດທະນາ​ເສດຖະກິດ​ໃຫ້​ໝັ້ນ​ທ່ຽງ​ເປັນ​ພື້ນຖານ​ຂອງ​ນະ​ໂຍບາຍ​ມະຫາ​ພາກ​​ໃນປີໜ້າ, ພ້ອມ​ກັນ​ນັ້ນ, ຈະ​ສືບ​ຕໍ່​ວາງ​ນະ​ໂຍບາຍ​ຊຸກ​ຍູ້​ການ​ສັບ​ຊ້ອນອົງ​ປະກອບ​ເສດຖະກິດ, ຊຸກ​ຍູ້​ການ​ບໍລິ​ໂພ​ກຂອງ​ປະຊາຊົນ.

ທ່ານ​ຢວນກ່າງ​ມິ​ງກ່າວ​ວ່າ:

"ເມື່ອ​ເບີ່​ງຈາກ​ເສດຖະກິດ​ທົ່ວ​ໂລກ​ແລ້ວ​ເຫັນ​ວ່າ, ພວກ​ເຮົາ​ຕ້ອງ​ປັບປຸງ​ຜົນສຳ​ເລັດ​ໃນ​ການ​ຟື້ນ​ຟູ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ, ​​ໃຫ້​ຂະ​ບວນການ​ຟື້ນ​ຟູການ​ເຕີບ​ໂຕ​ຂອງ​ເສດຖະກິດສືບ​ຕໍ່​ໄປ, ນີ້​ກໍ່​ໝາຍ​ຄວາມ​ວ່າ, ຈາກ​ນະ​ໂຍບາຍ​ມະຫາ​ພາກ​ທີ່​ຖື​ການ​ສະກັດ​ກັ້ນ​ໄພ​ເງິນ​ເຟີ້​ໃນ​ໄລຍະ​ທີ່​ຜ່ານ​ມາ, ພວກ​ເຮົາ​ຕ້ອງ​ຫັນ​ມາສະ​ກັດ​ກັ້ນ​ບໍ່​ໃຫ້​ເສດຖະກິດ​ຊຸດ​ໂຊ​ມລົງ, ​​ເຮັດໃຫ້​ເສດຖະກິດ​​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຍືນ​ຍົງ."

ທ່ານ​ຢວນກ່າງ​ມິ​ງຊີ້​ອອກ​ວ່າ, ​ເຖິງ​ວ່າ, ຂະໜາດ​ເສດຖະກິດ​ຂອງ​ຈີນ​ໃນ​ປະຈຸ​ບັນ​ໄດ້​ເປັນ​ອັນ​ດັບ​ທີ​ສອງ​ໃນ​ໂລກ, ​ແຕ່​ອົງ​ປະ​ກອບ​ເສດຖະກິດ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ໃນ​ໄລຍະ​ຍາວ​ນານ​ມາ​ນີ້​ໄດ້​ຈຳກັດ​ຊ່ອງ​ຫວ່າງ​ການພັດທະນາ​ໃນ​ອະນາຄົດ. ສະ​ນັ້ນ, ການ​ສັບ​ຊ້ອນ​ອົງ​ປະກອບ​ເສດຖະກິດ, ຊຸກ​ຍູ້​ການ​ບໍລິ​ໂພກຂອງ​ປະຊາຊົນ​ກໍ່​ຈະ​ກາຍ​ເປັນ​ຈຸ​ດສຳຄັນ​ຂອງ​ນະ​ໂຍບາຍ​ເສດຖະກິດ​ໃນ​ປີໜ້າ. ທ່ານ​ກ່າວ​ວ່າ:

"ລັດ​​ເຮົາ​ມັກ​ເວົ້າ​ເລື້ອຍໆ​ວ່າ, ພວກ​ເຮົາ​ຕ້ອງ​ສັບ​ຊ້ອນ​ອົງ​ປະກອບ​ເສດຖະກິດ​ເພື່ອ​ຮັບປະກັນ​​ໃຫ້​ສະມັດ​ຕະພາບ​ເສ​ດຖະກິດ​ຍົກ​ສູງ​ຂຶ້ນ​, ​ໃຫ້​ເສດຖະກິດ​​ເຕີບ​ໂຕ​ຢ່າງ​ປອດ​ໃສ​ແລະ​ປອດ​ໄພ, ​ນີ້​ກໍ່​ໄດ້​ສະ​ເໜີ​ອອກ​ໃນ​ກອງ​ປະຊຸມ​ວຽກ​ງານ​ເສດຖະກິດສູນ​ກາງ, ກອງ​ປະຊຸມ​ສະ​ເໜີ​ວ່າ​ ຍັງ​ຕ້ອງ​ສືບ​ຕໍ່ສະ​ໜັບສະ​ໜູນ​ການ​ແບ່ງ​ປັນ​ສ່ວນ​ລາຍ​ຮັບ​ແລະ​ການ​ບໍ​ລິ​ໂພ​ກ. ຄື: ຍົກ​ສູງ​ລະດັບ​ເລີ່​ມ​ເກັບ​ອາກອນ​ລາຍ​ຮັບ​ສ່ວນ​ຕົວ, ຫຼຸດລະດັບ​ເລີ່ມ​ເກັບອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ, ​ແລະ​ສັບ​ຊ້ອນ​ການ​ເກັບອາກອນ​ວິ​ສາ​ຫະກິດ​ບໍລິການ. ນີ້​ກໍ່​ໝາຍ​ຄວາມ​ວ່າ, ​ໂອກາດ​ປະກອບ​ອາຊີບ​ແລະ​​ລາຍ​ຮັບ​ຂອງ​ປະຊາຊົນ​ໄດ້​ເພີ່ມຫຼາຍຂຶ້ນ​ແລ້ວ."

ຜູ້​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ, ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງ​ຈີນ​ອາດ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ແລະ​ມາດ​ຕະການ​ສັບ​ຊ້ອນ​ແລະ​ຄວບ​ຄຸມ​ດ້ານ​ມະຫາ​ພາກ​ຕໍ່​ອະສັງ​ຫາລິມະ​ຊັບ, ຊຸກ​ຍູ້​ຄວາມ​ດຸນ​ດ່ຽງ​ທາງ​ດ້ານການ​ຄ້າ​ກັບ​ຕ່າງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ຄວາມ​ແຮງ​ຂອງ​ນະ​​ໂຍບາຍ​ເພື່ອ​ຢຸດຕິ​ການ​ດຳ​ເນີນ​ວຽກ​ງານ​ຂອງ​ຂະ​ແຫນງ​ການ​ຈຳນວນ​ຫນື່ງ​ທີ່​ບໍ່​ມີ​ປະ​ສິດ​ທິ​ຜົນ​ສູງ​ແລະ​ຊຸກ​ຍູ້​ການ​ປະຢັດ​ພະລັງງານ​ແລະ​ຫຼຸດການ​ລະບາຍ​ອາຍ​ພິດ​ເຮືອນ​​ແກ້ວ​ກໍ່​ບໍ່ຫ່ອນ​ຈະ​ອ່ອນ​ລົງ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ