ນານກິ່ງໂຮມ​ຊຸມນຸມ​ໄວ້ອາ​ໄລ​ຄົນ​ຈີນ​3​ແສນ​ຄົນທີ່​ເສຍ​ຊີວິດໃນ​ເຫດ​ການ​ສັງຫານ​​ໂທດ​ນານ​ຈິ່ງ

(GMT+08:00) 2011-12-13 17:36:01     cri

ວັນ​ທີ13 ທັນວາ​ນີ້, ພິທີ​ທີ່​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຄົນ​ຈີນ3​ແສນ​ຄົນ​ທີ່​ເສຍ​ຊີວິດ​ໃນ​ເຫດການ​ສັງຫານ​ໃຫຍ່​ນານກິ່ງ​ທີ່​ກອງທັບ​ຍີ່ປຸ່ນ​ຮຸກ​ຮານ​ຈີນ​ຄົບຮອບ74ປີຫຼື​ພິທີ​ໂຮມ​ຊຸມນຸມ​ໃນວັນ​ສັນຕິພາບສາກົນ​ນານ​ກິ່ງ​ຈັດ​ຂຶ້ນຢູ່​ຫໍ​ລະ​ລຶກພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີວິດ​ໃນ​ການ​ສັງຫານ​ໃຫຍ່​ນານກິ່ງ.

ຜູ່​ຕາງໜ້າຈາກທຸກ​ວົງ​ການ​​ໃນ​ນະຄອນນານກິ່ງ, ຜູ່​ລອດ​ຕາຍ​ຈາກ​ເຫດການ​ສັງ​ຫານ​ໂທດ​ນານກິ່ງ, ຜູ່​ຕາງໜ້າຄອບຄົວ​ຜູ່​ເສຍ​ຊີວິດ,​ແລະຜູ່​ຕາງໜ້າ​ຄະນະ​ໄມຕີ​ຈິດ, ບຸກຄົນ​ໄມຕີ​ຈິດ​ມິດຕະພາບທີ່​ມາ​ຈາກ​ອາ​ເມ​ລິ​ກາ,ຣັດ​ເຊຍ,ຍີ່ປຸ່ນ, ສ.​ເກົາຫຼີ, ລູອັນ​ດາ​ເປັນ​ຕົ້ນ​ປະມານ5000ຄົນ​ໄດ້​ເຂົ້າ​ຮ່ວມ​ໂຮມ​ຊຸມນຸມ.

ໃນ​ພິທີ​ໄວ້ອາ​ໄລ, ທ່ານ​ເຊີນປາວ​ທຽນ ຮອງ​ປະທານ​ສະພາ​ເປິກສາ​ການ​ເມືອງ​ປະຊາຊົນ​​ແຂວງ​ຈ່ຽງຊູ່​ກ່າວ​ວ່າ, ບໍ່​ລືມ​ປະຫວັດສາດ, ​ໄວ້ອາ​ໄລ​ເຖິງ​ດວງ​ວິນຍານພີ່ນ້ອງ​ຮ່ວມ​ຊາດທີ່​ເສຍ​ຊີວິດ, ກໍ່​ແມ່ນ​ເພື່ອ​ເຕືອນຈິດ​ໃຈ​ໃຫ້​ຄົນ​ທັງຫຼາຍ​ຖື​ປະຫວັດສາດ​ເປັນ​ບົດຮຽນ, ບໍ່​ໃຫ້​ໂສກ​ນາດຕະກຳທາງ​ປະຫວັດສາດ​ເກີດ​ຂຶ້ນ​ອີກ​​ເທື່ອ​ໃໝ່; ກໍ່​ແມ່ນ​ເພື່ອ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ພັດທະນາ​ໂດຍ​ສັນຕິ​ຢ່າງ​ໝັ້ນ​ໜຽວ​ກວ່າ​ເກົ່າ, ພະຍາຍາມ​ບັນລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຂອງ​ປະຊາຊົນ​ບັນດາ​ເຜົ່າ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ