ລັດຖະບານ​ໄທ​ໄດ້ອະນຸມັດ​ງົບ​ປະມານຫຼາຍ​ກວ່າ60ຕື້​ບາດ​ເຂົ້າ​ໃນ​ການ​ສ້າງ​ສາ​ຄືນ​ໃໝ່​ພາຍຫຼັງ​ໄພນ້ຳ​ຖ້ວມ

(GMT+08:00) 2011-12-13 17:36:49     cri

ວັນ​ທີ12 ທັນວາ​ນີ້, ທ່າ​ນນາງ​ຢິ່ງລັກ ຊິນ​ນະ​ວັດ ນາຍົກລັດຖະມົນຕີ​ໄທ​ໄດ້​ຈັດ​ກອງ​ປະຊຸມຄະນະ​ລັດຖະບານ​​ເປັນ​ວາລະ​ພິ​ເສດ​ແລະ​ໄດ້​ອະນຸມັດ​ງົບ​ປະມານ​ຫຼາຍ​ກວ່າ60ຕື້​ບາດ​ເພື່ອ​ສ້າງສາຄືນ​ໃໝ່​ພາຍຫຼັງ​ໄພນ້ຳ​ຖ້ວມ. ທ່ານ​ນາງ​ຢິ່ງລັກ​ກ່າວ​ວ່າ, ທຶນ​ງວດ​ນີ້​ຈະນຳ​ໃຊ້​ເຂົ້າໃນ​ການ​ສ້າງສາ​ຄືນ​ໃໝ່​ທາງ​ດ້ານພື້ນຖານ​ໂຄງ​ລ່າງ​ແລະ​ຟື້ນ​ຟູ​ລະບົບການຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່ທົ່ວ​ໄປຂອງ​ປະຊາຊົນ​ໃນ​ເຂດ​ປະສົບ​ໄພ.

ທ່ານ​ວໍຣະວິດ ຈຸມພີຣັດ ຫົວໜ້າ​ກົມ​ງົບປະມານ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ, ມື້​ດຽວ​ກັນນີ້, ກອງ​ປ​ະຊຸມ​ວາລະພິ​ເສດ​ຂອງຄະນະ​ລັດຖະບານ​​ຍັງ​​ໄດ້​ອະນຸມັດ​ງົບປະມານ​​ໃຫ້​​ແກ່9​ລາຍການ​ທີ່​ຕ້ອງການ​​ເງິນ​ທຶນ​ຢ່າງ​ຮີບ​ດ່ວນພາຍຫຼັງ​ໄພພິ​ບັດ, ຕົ້ນຕໍ​​ແມ່ນ​ນຳໃຊ້​ໃນ​ການ​ຊ່ອຍ​ເຫຼືອ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນທີ່​ປະສົບ​ໄພ​​ໃນ62ຈັງ​ຫວັດ, ການ​ສ້າງສາ​ຄືນ​ໃໝ່​ໃນ​ເຂດ​ປະສົບ​ໄພ​ພາຍຫຼັງ​ໄພພິ​ບັດ​ຂອງ​ອົງການ​ສາທາລະນະ​ສຸກ,​ໂຮງຮຽນດັ່ງ​ນີ້​ເປັນ​ຕົ້ນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ