ຈີນ​ສ້າງ​ຕັ້ງ​ກົນ​ໄກ​ດຳ​ເນີນ​ງານສະພາວະ​ປົກະຕິເພື່ອຕໍ່ຕ້ານ​ການ​ລັກລອບ​ຮຽນແບບ​ແລະ​ການລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ

(GMT+08:00) 2011-12-13 16:01:46     cri
ວັນ​ທີ13​ທັນວາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຈ່ຽງ​ເຈິ່ງ​ເວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນ​ໄດ້​ສ້າງ​ຕັ້ງໜ່ວຍງານ​ນຳພາ​ວຽກ​ງານ​ຕ້ານ​ການ​ກະທຳ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ສິນຄ້າ​ປອມ​ແລະດ້ອຍ​ຄຸນ​ນະພາ​ບ, ​ໄດ້​ສ້າງ​ກົນ​ໄກ​ດຳ​ເນີນ​ງານສະພາວະ​ປົກະຕິ.

​ໃນ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ການ​ຕ້ານ​ການລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ສິນຄ້າ​ປອມ​ແລະດ້ອຍ​ຄຸນ​ນະພາ​ບທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຈ່ຽງ​ເຈີ່​ງ​ເວ​ກ່າວ​ວ່າ, ​ເມື່ອ​ທຽບ​ກັບ​ການ​ເຄື່ອນ​ໄຫ​ເປັນວ​ລາຍ​ສະ​ເພາະ​ທີ່​ດຳ​ເນີນ​ເປັນ​ເວລາ9​ເດືອນ, ກົນ​ໄກ​ດຳ​ເນີນ​ງານ​ສະພາວະ​ປົກະຕິດັ່ງກ່າວ​ຍິ່ງ​​ໄດ້ເອົາ​ໃຈ​ໃສ່​ລົງ​ເລິກແກ້​ໄຂ​ບັນຫາ​ຈາກ​ດ້ານ​ກົກ​ຮາກຢ່າງ​ເຖິງ​ຖອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ