ກາ​ນາ​ດາ​ປະ​ກາດ​ຖອນ​ຕົວ​ອອກ​ຈາກ​ອະ​ນຸ​ສັນ​ຍາ​ກຽວ​ໂຕ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2011-12-13 15:30:32     cri
ວັນ​ທີ12​ທັນວາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ລັດຖະສະພາ,ທ່ານ​ປີ​ເຕີ ​ເຄັນທ໌,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສິ່ງ​ແວດ​ລ້ອມ​ກາ​ນາ​ດາ​ປະ​ກາດ​ວ່າ,​ກາ​ນາ​ດາ​ໄດ້​ຖອນ​ຕົວ​ອອກ​ຈາກ​ອະ​ນຸ​ສັນ​ຍາ​ກຽວ​ໂຕ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ທ່ານ​ເຄັນທ໌ຍັງ​ຕຳນິລັດຖະບານ​ກາ​ນາ​ດາ​ທີ່​ນຳພາ​ໂດຍ​ພັກ​ເສ​ລີ​ນັ້ນ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໄດ້​ອະ​ນຸ​ມັດ​ໃຫ້​ກາ​ນາ​ດາ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອະ​ນຸ​ສັນ​ຍາ​ກຽວ​ໂຕ​ໃນ​ເມື່ອ​ກ່ອນ,​ເນື່ອງ​ຈາກ​ວ່າ​ບໍ່​ໄດ້​ມີ​ການ​ກະ​ທຳ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ.​ທ່ານ​ກ່າວ​ວ່າ,​ເມື່ອ​ຖອນ​ອອກ​ຈາກ​ອະ​ນຸ​ສັນ​ຍາ​ກຽວ​ໂຕ​ແລ້ວ,​ຈະ​ສາ​ມາດ​ເຮັດ​ໃຫ້ກາ​ນາ​ດາ​ຍົກ​ເວັ້ນ​ການ​ຖືກ​ປັບ​ໄໝ​13​ຕື້​600​ລ້ານ​ໂດ​ລາ​ຍ້ອນ​ລະ​ເມີດ​ສັນຍາ.

ໃນ​ໄລຍະ​ເຂົ້າຮ່ວມ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ ກາດ​ທີ່​​ເດີ​ບານ,ທ່ານ​ເຄັນທ໌ກໍ່​ເຄີຍ​ປະ​ກາດ​ຫຼາຍ​ເທື່ອ​ວ່າ,​ເມື່ອ​ການ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ໄລ​ຍະ​ທີ​1​ຂອງ​ອະ​ນຸ​ສັນ​ຍາ​ກຽວ​ໂຕ​ໝົດ​ອາ​ຍຸ​ໃນ​ທ້າຍ​ປີ​2012​ແລ້ວ,​ກາ​ນາ​ດາ​ຈະ​ບໍ່​ໃຫ້​ຄຳ ໝັ້ນ​ສັນ​ຍາ​ອີກ​ຄັ້ງ​ໃໝ່​ຕໍ່​ອະ​ນຸ​ສັນ​ຍາ​ກຽວ​ໂຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ