ເຈົ້າ​ຫນ້າ​ທີ່​ຈີນ​ກ່າວ​ວ່າ​ຈະ​ນຳ​ໃຊ້​ກົດ​ລະບຽບ​ສາກົນ​ໃຫ້​ດີກ​ວ່າ​ເກົ່າ​ເພື່ອ​ເລັ່ງລັດ​​ຍົກ​ລະດັບ​ຄຸນ​ນະພາ​ບຂອງຜະລິດ​ຕະພັນ​ຈີນ​ໃຫ້​ສູງຂຶ້ນ

(GMT+08:00) 2011-12-14 17:38:14     cri

ທ່ານ​ຈີ່​ຊູ້​ຜິ​ງ,ຫົວຫນ້າ​ກົມ​ໃຫຍ່ຕິດຕາມ​ກວດກາ​ຄຸນ​ນະພາ​ບ​ແລະພະຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ນັບ​ແຕ່​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຫຼືWTO​ເປັນຕົ້ນມາ,ປະ​ເພດ​ແລະ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນຈາກ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງຊັດ​​ເຈນ,​ແຕ່​ລະດັບ​ຄຸນ​ນະພາ​ບລວ​ມຂອງ​ຜະລິດ​ຕະພັນ​ຈີນ​ຍັງ​ບໍ່​ສູງ​ປານ​ໃດ,ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ຈຳນວນ​ຫນຶ່ງ​ຍັງ​ບໍ່ມີ​ຄວາມ​ຫມັ້ນ​ທ່ຽງຫຼືຍັງ​ມີບັນຫາ​ຄຸນ​ນະພາ​ບບໍ່​ທັນ​ດີ້​ເທົ່າ​ທີ່​ຄວນ. ຈີນ​ຈະ​ນຳ​ໃຊ້ລະບົບ​ຕິດຕາມ​ກວດກາ​ຄຸນ​ນະພາ​ບຕາມລະບຽບ​ສາກົນ​​​​​ໃຫ້​ດີກ​ວ່າ​ເກົ່າ,​ເພື່ອ​ເລັ່ງລັດ​ການ​ຍົກ​ລະດັບ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ໃຫ້​ສູງ​ຂຶ້ນ.


ໃນ10 ປີ​ຜ່ານ​ມາ,​ໂຄງ​ປະກອບ​ຄຸ້ມ​ຄອງ​ຄຸນ​ນະພາ​ບທີ່​ມີ​ຈຸດ​ພິ​ເສດ​ຂອງ​ຈີນ​​ເຊິ່ງ​ຈີນ​​ເຊື່ອ​ມ​ໂຍງ​ເຂົ້າກັນ​ກັບ​ສາກົ​ນ​ໄດ້​ຮັບ​ການປັບປຸງ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ລະບົບ​ຕິດຕາມ​ກວດກາ​ຄຸນ​ນະພາ​ບ​ໄດ້ມີ​ບົດບາດ​​ໃນ​ການກວດກາ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ທີ່​ຜະລິດ​ຈາກ​ໂຮງງານ​ຢ່າງ​​ເຄັ່ງ​ຄັດ,​ໂດຍຜ່ານ ການ​​ອະນຸຍາດ​ໃຫ້​ຜະລິດ​ຕະພັນ​ເຂົ້າ​ສູ່​ຕະຫຼາດ​ແລະ​ຕິດຕາມ​ກວດກາ​ໂດຍ​ຖອດ​ຖອນ​ບົດຮຽນ​ຈາກເອົາ​ຕົວຢ່າງຂອງ​ຜະ​ລິດ​ຕະພັນ​ຈຳນວນ​ຫນຶ່ງ, ປະຕິບັດ​ຕາມ​ກົດຫມາຍ​ຢ່າງ​ເຂັ້ມ​ງວດ​ເພື່ອ​ຕໍ່​ຕ້ານ​ສິນຄ້າປອມ,ຮຽກ​ຄືນ​ຜະລິດ​ຕະພັນ​ທີ່​ຄຸນ​ນະພາ​ບບໍ່​ໄດ້​ຕາມມາດ ຕະຖານ,ຍົກ​ລະດັບ​ຄຸນ​ນະພາ​ບ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ລະບົບ​ນີ້​ໄດ້​ຕິດຕາມ​ກວດກາ​ຄຸນ​ນະພາ​ບຂອງຜະ​ລີດ​ຈະ​ພັນສິນຄ້າ​ຈີນ​ທີ່​ສົ່ງ​ໃຫ້​ຕ່າງປະ​ເທດຢ່າງ​ເຄັ່ງ​ຄັດ, ປ້ອງ​ກັນ​ບໍ່​ໃຫ້​ມີ​ສະພາບ​ການລະບາດພະຍາດຢ່າງ​ເຂັ້ມ​ງວດ​,​ແລະປ້ອງ​ກັນ​ບໍ່​ໃຫ້ວັດຖຸສິນຄ້າ​ທີ່​ມີ​ສານ​ພິດ​​ແລະ​ມີ​ຜົນ​ຮ້າຍ​ເຂົ້າ​ສູ່ຈີນ​ແລະ​ສົ່ງ​ວັດຖຸ​ເຫຼົ່ານີ້​ໄປຕ່າງປະ​ເທດ,ຊຸກຍູ້ການ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່ການ​ຜ່ານດ່ານ,​ເພື່ອ​ຍົກ​ກຳລັງ ແຂ່ງ​ຂັນຂອງ​ຜະລິດ​ຕະພັນ​ໃນສາກົນ​​ໃຫ້​ສູງ​ຂຶ້ນ.

ຕາມ​ຂ່າວ​ລາຍ​ງານ​ວ່າ:ປີ2001,ອັດຕາ​ໄດ້ຕາມ​ມາດ​ຕະຖານ​ໃນການ ກວດ​ສອບ​ໂດຍ​ຖອດ​ເອົາ​ຕົວຢ່າງຄຸນ​ນະພາ​ບຂອງ​ຜະລິດຕະພັນ​ຂອງ​ຈີນ​ໃນ​ທົ່ວ​ປະ​ເທດ​ໄດ້​ມີ​ເຖິງ 75,8%,ຮອດ​ປີ2010,ຕົວ​ເລກ​ດັ່ງກ່າວ​ກໍ່​ໄດ້​​ເພີ່ມ​ຂຶ້ນ​ເປັນ87,6%.ນັບ​ແຕ່​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການຄ້າ​ໂລກ​ໃນ10 ປີ​ມາ​ນີ້,ກຳລັງ​ແຂ່ງຂັນ​​ແລະ​ລະດັບ​ລວມຂອງ​ຄຸນ​ນະພາ​ບຜະລິດ​ຕະພັນ​ສິນຄ້າ​ຈາກຂະ​ແຫນງ​ການ​ປຸງ​ແຕ່ງ​ຂອງ​ຈີນ​ພວມ​​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ​ຢ່າງ​ຫມັ້ນ​ທ່ຽງ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ