ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ໃນ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ການ​ຍິງ​ປຶ​ນ​ແລະ​ໝາກ​ແຕກ​ຄ້ອນ​ຢູ່​ແບນ​ຊິກ​ເພີ່ມ​ຂຶ້ນ​ເປັນ128ຄົນ

(GMT+08:00) 2011-12-14 10:36:06     cri
ຕອນ​ຄ່ຳ​ວັນ​ທີ13ທັນວາ​ນີ້, ​ເຈົ້າ​ໜ້າ​ທີ່​ແບນ​ຊິກ​ປະກາດ​ວ່າ, ຜູ້​ເສຍ​ຊີວິດ​ໃນ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ການ​ຍິງ​ປຶນ​ແລະ​ໝາກ​ແຕກ​ຄ້ອນ​ທີ່​ເກີດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ຢູ່​ນະຄອນ​ວອນ​ລູທິດ​ໄດ້​ເພີ່ມ​ຂຶ້ນ​ເປັນ5ຄົນ, ຜູ້​ບາດ​ເຈັບມີ​123ຄົນ.

ນະຄອນ​ວອນ​ລູທິດ​ແມ່ນ​ເມືອງ​ອຸດສາ​ຫະກຳ​ແຫ່ງ​ໜຶ່ງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ແບນ​ຊິກ. ຕອນ​ທ່ຽງ​ວັນ​ທີ13​ທັນວາ​ນີ້, ພົນລະ​ເມືອງ​ຜູ້​ໜຶ່ງ​ທີ່​ຊື່ວ່າ​ໂນ​ດິນ ອຳຣາ​ນີອາ​ຍຸ33ປີ​ໄດ້​ເອົາ​ປຶ​ນຍາວ​​ແລະປຶນຄົກ​ແນວ​ລະ​ກະ​ບອກ​ພ້ອມ​ດ້ວຍ​ໝາກ​ແຕກ​ຄ້ອນ​3ໜ່ວຍ​ໄປ​ກໍ່​ເຫດ​ນອງ​ເລືອດ​ຢູ່ສະ​ໜາມ​ຫຼວງ​ແຊນ​ລາມ​ເບິກທີ່​ຢູ່​ໃຈກາງ​ເມືອງ.

ໃນ​ກອງ​ປະຊຸມ​ຂ່າວ, ​ເຈົ້າ​ໜ້າ​ທີ່​ອົງ​ການ​ໄອ​ຍະ​ການ​ນະຄອນ​ວອນ​ລູທິດ​ກ່າວ​ວ່າ, ມີ​ເດັກ​ຊາຍ​ຜູ້​ໜຶ່ງ​ອາຍຸ15ປີ, ຊາຍ​ໜຸ່ມ​ຜູ້​ໜຶ່ງອາ​ຍຸ17ປີ, ​ແລະ​ແມ່ຍິງ​ຊະລາ​ຜູ້​ໜຶ່ງ​ອາຍຸ75ປີ​ໄດ້​ເສຍ​ຊີວິດ​ໃນ​ບ່ອນ​ເກີດ​ເຫດການ​. ສ່ວນ​ເດັກ​ນ້ອຍ​ອາຍຸ​ທີ່​1ປີ​11​ເດືອນ​ແລະ​ຊາຍ​ໜຸ່ມຜູ້​ໜຶ່ງ​ອາຍຸ20ປີ​ໄດ້​ເສຍ​ຊີວິດ​ຫຼັງ​ຈາກ​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ແຕ່​ບໍ່​ໄດ້ຜົນ.

ຫຼັງ​ຈາກກໍ່​ເຫດ​ການ​ນີ້​ແລ້ວ, ທ້າວ​ອຳຣານີ​ໄດ້​ຂ້າ​ໂຕຕາຍ​ຢູ່​ສະຖານ​ທີ່​ກໍ່​ເຫດ. ປະຈຸ​ບັນ, ຕຳ​ຫຼວດຍັງ​ບໍ່​ທັນ​ຮູ້​ເຫດຜົນ​ໃນ​ການ​ກໍ່​ເຫດ​ຂອງ​ເຂົາ.

ຜູ້ກໍ່​ເຫດ​ເຄີຍ​ເປັນ​ກຳມະກອນ​ຊ່າງ​ຈອດ, 3ປີ​ກ່ອນ​ໄດ້​ຖືກ​ຈັບ​ຕົວ​ເຂົ້າ​ຕິດ​ຄຸກ​ຍ້ອນ​ປູກ​ກັນ​ຊາ​ແລະສະ​ສົມ​ອາວຸດ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ​ເອລິ​ໂອ ດີ ຣູ​ໂປ, ນາຍົກ​ລັດຖະ​ມົນຕີ​ແບນ​ຊິກ​ກ່າວ​​ເນັ້ນ​ວ່າ, ນີ້​ເປັນ​ຄະດີ​ອາຍາ​ດ່ຽວ​ທີ່​ໜ້າຢ້ານ, ບໍ່​ມີ​ການ​ພົວ​ພັນ​ເຖິງ​ລັດທິ​ກໍ່​ການ​ຮ້າຍ. ທ່ານ​ເຈ​ຊີ ບູ​ເຊັກ, ປະທານ​ລັດຖະ​ສະພາ​ເອີ​ລົບ​ອອກ​ຖະ​ແຫຼ​ງການ​ກ່າວ​ປະນາມ​ການ​ກະ​ທຳ​ຮຸນ​ແຮງທີ່​ອັບປະຍົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ