ສະຫະ​ພັນ​ປະຊາ​ທິປະ​ໄຕ​ແຫ່ງ​ຊາດ​ມຽນມາ​ທີ່​ນຳ​ໂດຍ​ນາງ​ອອງ​ຊານ​ຊູ​ຈີ​ໄດ້​ຈົດ​ທະ​ບຽນ​ເປັນ​ພັກ​ການ​ເມືອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ມຽນມາ

(GMT+08:00) 2011-12-14 10:41:49     cri
ວັນ​ທີ13ທັນວາ​ນີ້, ໜັງສືພິມ​ນິວ​ໄລ​ດ໌ຂອງ​ມຽນ​ມາ​ສື່​ມວນ​ຊົນ​ທາງ​ການ​ຂອງ​ມຽນມາ​ແຈ້ງ​ຂ່າວ​ວ່າ, ຄະນະ​ກຳມະການ​ເລືອກ​ຕັ້ງ​ມຽນ​ມາ​ໄດ້​ອະນຸມັດ​ໃຫ້​ສະ​ຫະ​ພັນ​ປະຊາ​ທິປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ​ທີ່​ນຳ​ໂດຍ​ນາງ​ອອງ​ຊານ​ຊູ​ຈີ​ໃຫ້ຈົດ​ທະ​ບຽນ​ເປັນ​ພັກ​ການ​ເມືອງ​ທີ່​ຖືກ​ຕ້ອງ​ຕາມ​ກົດໝາຍ​ຢ່າງ​ເປັນ​ທາງ​ການ.

ວັນ​ທີ4ພະຈິກ​ປີ​ນີ້, ທ່ານ​ເທັນ​ເຊັນ, ປະທາ​ນາທິ​ບໍດີ​ມຽນມາ​ໄດ້​ປະກາດ​ໃຊ້​"ກົດ​ໝາຍ​ວ່າ​ດ້ວຍ​ການຈົດ​ທະບຽນ​ຂອງ​ພັກ​ການ​ເມືອງ"ສະ​ບັບ​ດັດ​ແກ້​ທີ່​ຮັບຮອງ​ໂດຍ​ລັດຖະ​ສະພາ, ຍົກ​ເລີກ​ຂໍ້​ຈຳກັດ​ຫຼາຍ​ຢ່າງ​ໃນ​ການຈົດ​ທະບຽນ​ຂອງ​ພັກ​ການ​ເມືອງ​ແລະ​ເບື້ອງ​ຫຼັງ​ຂອງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ. ວັນ​ທີ25​ພະຈິກ​ຜ່ານ​ມາ​ນີ້, ສະຫະ​ພັນ​ປະ​ຊາ​ທິປະ​ໄຕ​ແຫ່ງ​ຊາດ​ມຽນມາ​ໄດ້ຍື່ນ​ຄຳ​ຮ້ອງ​ຂໍ​ຈົດ​ທະບຽນ​ສ້າງ​ຕັ້ງ​ພັກ​ການ​ເມືອງຄືນ​ໃໝ່​ຕໍ່​ຄະນະ​ກຳມະ​ການ​ເລືອກ​ຕັ້ງ​ສະຫະ​ພາບ​ມຽນມາ.

ຫວ່າງ​ກ່ອນ​ນີ້, ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ​ສະຫະ​ພັນ​ປະຊາທິປະ​ໄຕ​ແຫ່ງ​ຊາດ​ມຽນມາ​ເຄີຍ​ກ່າວ​ຄວາມ​ເຫັນ​ຢ່າງ​ເປີດ​ເຜີຍ​ມາ​ຫຼາຍ​ເທື່ອ​ແລ້ວ​ວ່າ, ຫຼັງ​ຈາກ​ຂຶ້ນ​ທະ​ບຽນ​ຄືນ​ໃໝ່​ແລ້ວ, ສະມາ​ຊິກ​ສະຫະ​ພັນ​ປະຊາ​ທິປະ​ໄຕ​ເຊິ່ງ​ລວມທັງ​ນາງ​ອອງ​ຊານ​ຊູ​ຈີ​ຈະ​ພິ​ຈາ​ລະ​ນາ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ເພີ່ມ​ເຕີມ​ຂອງ​ລັດຖະ​ສະພາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ