ຈີນຕົກລົງ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ສະພາບ​ໝັ້ນ​ທ່ຽງເປັນ​ເນື້ອ​ໃນ​ພື້ນຖານຂອງ​ວຽກ​ງາ​ນ​ເສດຖະກິດ​ໃນ​ປີໜ້າ

(GMT+08:00) 2011-12-14 16:43:13     cri
ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ12ຫາ​ວັນ​ທີ14ທັນວາ​ນີ້. ກອງ​ປະຊຸມ​ຊີ້​ອອກ​ວ່າ,ຊຸກຍູ້​ກາ​ນພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຈີນ​ໃນ​ປີໜ້າ,ຕ້ອງ​ກຳ​​ເນື້ອ​ໃນ​ພື້ນຖານ​ຂອງ​ວຽກ​ງານ​ທີ່​ພັດທະນາ​ເສດຖະກິດ​​ໃຫ້​ມີ​ຄວາມ​ຄືບ​ໜ້າ​ສະພາບ​ໝັ້ນ​ທ່ຽງ.

ກອງ​ປະຊຸມ​ຊີ້​ອອກ​ວ່າ,ຄວາມ​ໝັ້ນທ່ຽງ​ກໍ່​ແມ່ນຄວນ​ຮັກສານະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ໃຫ້​ມີຄວາມ​ໝັ້ນ​ທ່ຽງ​ຢ່າງ​ໂດຍພື້ນຖານ,ຮັກສາ​ລາຄາ​ສິນຄ້າ​​ໃຫ້ມີ​ຄວາມ​ໝັ້ນ​ທ່ຽງ​​ໂດຍ​ພື້ນຖານ,ຮັກສາ​ສະຖຽນ​ລະ​ພາບ​ຂອງສັງຄົມ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ. ຄວາມ​ຄືບ​ໜ້າ,ກໍ່​ຄວນ​ແມ່ນ​ຄວນ​ໃຫ້ການ​ຫັນປ່ຽນຮູບ​ການ​ພັດທະນາ​ເສດຖະກິດມີ​ຄວາມ​ຄືບ​ໜ້າ,​ໄດ້​ຮັບຜົນສຳ​ເລັດ​ໃໝ່​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,​​ແລະ​ໄດ້​ຮັບປະສິດທິ​ຜົນ​ໃໝ່​ໃນ​ການ​ປັບປຸງ​ການ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ປີໜ້າ, ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ແລະປັບປຸງ​ການດັດສົມທາງ​ມະຫາ​ພາກ​ໃຫ້​ດີ​ຂຶ້ນ,ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນ​ທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ