ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ເຫັນ​ເປັນ​ເອກະສັນ​ກັນ​ວ່າການ​ຮ່ວມ​ມື​ເທິງ​ທະ​ເລ​ແມ່ນ​ສ່ວນ​ປະກອບ​ສຳຄັນ​ຂອງ​ການ​ພົວພັນ​ຄູ່ຍຸດ​ທະ​ສາດ​ລະຫວ່າງ2ປະ​ເທດ

(GMT+08:00) 2011-12-14 16:44:54     cri
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ຄັ້ງ​ທີ6ຂອງ​ຄະນະ​ກຳມະການ​ເຕັກ​ໂນ​ໂລ​ຊີ​ດ້ານ​ການ​ຮ່ວມ​ມື​ເທິງ​ທະ​ເລ​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​​ໄດ້​ດຳ​ເນີນ​ໄປຢູ່​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ​​ແຕ່​ວັນ​ທີ12​ຫາ​ວັນ​ທີ14ທັນວາ​ນີ້, ທ່ານ​ເຊີນ​ຊີ​ຊິວ​ເອກ​ອັກຄະ​ລັດຖະທູດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນກັບ​ທ່ານ​ລີງ​ກາ​ວາ​ຕີ ຮາ​ກີ​ມ ຫົວໜ້າ​ກົມສັນຍາ​ແລະ​ກົດໝາຍຂອງ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ເປັນປະ ທານ​ຮ່ວມຂອງ​ກອງ​ປະຊຸມ.

​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ໝາກຜົນ​ທີ່​ໄດ້​ຮັບ​ໃນ​ການ​ຮ່ວມ​ມື​ເທິ​ງທະ​ເລລະຫວ່າງ​ສອງ​ປະ​ເທດ, ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ວ່າການ​ຮ່ວມ​ມື​ເທິງ​ທະ​ເລ​ແມ່ນ​ສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ, ​​ໄດ້​ສົ່ງ​ເສີ່​ມບົດບາດ​ອັນ​ສຳຄັນ​​ໃນ​ການ​ເຮັດ​ໃຫ້​ເນື້ອ​ໃນ​ຂອງ​ການ​ພົວພັນ​ຄູ່​​ຍຸດ​ທະ​ສາດ​ອຸດົມສົມບູນ​ກວ່າ​ເກົ່າ, ​ແລະ​ໄດ້​ຮັບ​ການຢືນຢັນ​ໃນລະດັບ​ສູງ​ຈາກ​ຜູ້ນຳ​ສອງ​ປະ​ເທດ.

ສອງ​ຝ່າຍ​ໄດ້​ສະ​​ແດງ​ຄວາມ​ເພິ່ງພໍ​ໃຈ​ນຳ​ໝາກຜົນ​ທີ່​ໄດ້​ຮັບ​ໃນການເດີນເຮືອ​ດ້ວຍ​ຄວາມປອດ​ໄພ, ຄວາມ​ປອດ​ໄພ​ເທິງ​ທະ​ເລ, ການ​ໄປມາຫາສູ່​ກັນ​ລະຫວ່າງກອງທັບ​ເຮືອຂອງ​2ປະ​ເທດ, ການ​ຄົ້ນ​ຄວ້າ​ວິທະຍາສາດ​ທາງທະ​ເລ​, ການ​ຮັກສາ​ສິ່​ງ​ແວດ​ລ້ອມ​ແລະ​ອື່ນໆ, ຕົກລົງ​ເພີ່ມ​ທະວີ​ການ​ສ້າງສາ​ຂອງ​ກົນ​ໄກ​ການ​ຮ່ວມ​ມື​ເທິງ​ທະ​ເລ​ລະຫວ່າງ2ປະ​ເທດ. ​ເພີ່​ມ​ທະວີການວາງ​ແຜນການ​​ຮ່ວມ​ມື, ​ເປີດ​ກວ້າງຂົງ​ເຂດການ​ຮ່ວມ​ມື, ຍົກ​ສູງ​ລະດັບ​ການ​ຮ່ວມ​ມື, ​ເພື່ອ​ເພີ່​ມພະລັງ​ຊີວິດ​ໃໝ່​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ