​ໃນ​ຕໍ່ໜ້າ​ນີ້ ຈີນ​ຈະ​ເຂົ້າ​ຮ່ວມ​ໄລຍະ​ການ​ປະຕິບັດ​ວຽກ​ງານ​ເສດຖະກິດ​ໝູນວຽນ​ຢ່າງຮອບດ້ານ

(GMT+08:00) 2011-12-14 16:46:25     cri
ຕາມ​ຂ່າວCRI: ວັນ​ທີ13ທັນວາ​ນີ້, ບໍລິສັດ​ຊີ​ຊີ​ໄອ​ດີຈຳກັດ​ຫຼືCCID​ເຊິ່ງ​ເປັນ​ບໍ​ລິສັດໃຫ້​ຄຳ​ປຶກສາທີ່​ມີ​ຊື່​ສຽງ​ຂອງ​ຈີນ​ໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານ​ຄົ້ນ​ຄ​ວ້າສະ ບັບ​ໜຶ່ງສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ຫຼາຍ​ປີ​ຕໍ່ໜ້າ​ນີ້, ວຽກ​ງານ​ເສດຖະກິດ​ໝູນວຽນ​ໃນ​​ເຂດ​ຕ່າງໆ​ຂອງ​ຈີນ​ຈະ​ເຂົ້າ​ສູ່​ໄລຍະ​ການຈັດ​ຕັ້ງປະຕິບັດ​ຢ່າງຮອບດ້ານ.

ເສດຖະກິດ​ໝູນວຽນ,​​​ ​ແມ່ນ​ຊື່​ລວມຂອງ​ການ​ເຄື່ອນ​ໄຫວ​, ການນຳ​ໃຊ້​ຄືນ​ໃໝ່​ແລະການ​ຫັນ​ເປັນ​ຊັບພະຍາກອນ​ໃນ​ຂະ​ບວນການ​ຜະລິດ, ຈໍລະ​ຈອນ​ແລະ​ບໍ​ລິ​​ໂພ​ກ. ບົດ​ລາຍ​ງານ​ໄດ້​ຊີ້​ອອກ​ວ່າ, ​ໃນ5ປີ​ຕໍ່​ໜ້າ​ນີ້, ​ແຜນການ​ການ​ກໍ່ສ້າງ​ດ້ານ​ເສ​ດ ຖະກິດ​ໝູນວຽນ​ຂອງ​ຈີນ​ຄວນ​ຖື​ທິດ​ສະ​ດີ​ໄລຍະ​ຊີວິດ​ທັງ​ໝົດ​ເຊິ່ງ​ເປັນ​ທິດ​ສະ​ດີກ່ຽວ​ກັບ​ການຊື້​ຂາຍ​ເຕັກ​ໂນ​ໂລ​ຊີ​ເປັນ​ການ​ຊີ້​ນຳ, ຜ່ານ​ການ​ສະໜັບສະໜູນການຍົກ​ລະດັບ​ເຕັກ​ໂນ​ໂລ​ຊີ​ຂອງ​ເສດຖະກິດ​ໝູນວຽນຂະ​ແໜງ​ການ​ສຳຄັນ, ປັບປຸງ​ການ​ພັດທະນາ​ຢ່າງ​ສົມ​ເຫດ​ສົມ​ຜົນ​ຕໍ່​ຊັບພະຍາກອນ​, ພະລັງງານ​ແລະການ​ນຳ​ໃຊ້​ໝູນວຽນ​ແລະ​ອື່ນໆ, ຈາກ​ແຕ່ລະ​ລະດັບຂອງຕົວ​ເມືອງ, ​ເຂດມີ​ຄົມ​ອຸດ​ສະຫະ​ກຳ​ແລະ​ວິ​ສາ​ຫາ​ກິດ​ແລະ​ອື່ນໆ, ​ເລັ່ງລັດການ​ປ່ຽນ​ແປງ​​ການ​ປັບປຸງ​ການຈັດ​ສັນ​ຊັບພະຍາກອນ​ໃນ​ພາກ​ພື້ນ​ແລະ​ຮູບ​ແບບ​ການ​ພັດທະນາ​ດ້ານ​​ເສດຖະກິດ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ