ການລາດຕະເວນຮ່ວມຕາມລຳແມ່ນ້ຳຂອງຂອງ 4 ປະເທດເທື່ອທຳອິດໄດ້ຮັບຜົນສຳເລັດ, ສ້າງຮູບການໃໝ່ແຫ່ງການປ້ອງກັນຄວາມປອດໄພຮ່ວມລະຫວ່າງຈີນກັບປະເທດອ້ອມຂ້າງ
(GMT+08:00) 2011-12-14 11:45:13 cri
ເວລາ 16 ໂມງ 40 ນາທີວັນທີ 13 ທັນວານີ້, ເຮືອລາດຕະເວນຂອງຈີນ 3 ລຳທີ່ເຂົ້າຮ່ວມການລາດຕະເວນຕາມລຳແມ່ນ້ຳຂອງທີ່ມີຈີນ, ລາວ, ມຽນມາແລະໄທເຂົ້າຮ່ວມນັ້ນໄດ້ກັບຄືນສູ່ດ່ານທ່າເຮືອກ່ວນເຫຼີຍຈີນຢ່າງປອດໄພ. ກ່ອນໜ້ານີ້, ເຮືອລາດຕະເວນຂອງ 3 ປະເທດທັງລາວ, ມຽນມາແລະໄທກໍ່ໄດ້ກັບຄືນສູ່ດ່ານທ່າເຮືອຂອງປະເທດຕົນຢ່າງປອດໄພແລ້ວ. ໃນການລາດຕະເວນເທື່ອທຳອິດທີ່ດຳເນີນໄປເປັນເວລາ 4 ມື້ 3 ຄືນນັ້ນ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບທັງ 4 ປະເທດໄດ້ປະສານສົມທົບກັນຢ່າງໃກ້ຊິດ, ຮ່ວມກັນປະຕິບັດໜ້າທີ່, ປ້ອງກັນເຮືອຂົນສົ່ງສິນຄ້າຈີນ 10 ລຳເດີນໄປຮອດຈຸດໝາຍປາຍທາງຢ່າງປອດໄພ. ການລາດຕະເວນຮ່ວມຕາມລຳແມ່ນ້ຳຂອງຂອງ 4 ປະເທດເທື່ອທຳອິດນີ້ແມ່ນໄດ້ຮັບຜົນສຳເລັດຕາມຄາດໝາຍ, ແລະເປັນການສ້າງຮູບການໃໝ່ໃນການປ້ອງກັນຄວາມປອດໄພຮ່ວມລະຫວ່າງຈີນກັບປະເທດອ້ອມຂ້າງ.
ຈາກດ່ານທ່າເຮືອກ່ວນເຫຼີຍຈີນໄປຮອດດ່ານຊຽງແສນຂອງໄທ, ລວມມີແກ້ງ, ຫາດນ້ຳຕື້ນ 100 ກວ່າແຫ່ງ. ເມື່ອຮອດແກ້ງແລະແປວນ້ຳແຮງ, ເຮືອລາດຕະເວນກໍ່ຈະລ່ອງຜ່ານໄປກ່ອນ, ຖ້າສາມາດຜ່ານໄປຢ່າງປອດໄພ, ຈຶ່ງຈະໃຫ້ເຮືອຂົນສົ່ງສິນຄ້າແລ່ນເດີນຜ່ານເທື່ອລະລຳ.
ຢູ່ບາງບ່ອນ, ແຕ່ກ່ອນເຄີຍເກີດມີເຫດການຜູ້ປະກອບອາວຸດຜິດກົດໝາຍລັດກວດກາ, ປຸ້ນຈີ້ແລະໂຈມຕີເຮືອທີ່ແລ່ນຜ່ານ. ເຮືອລາດຕະເວນຮ່ວມໄດ້ປ້ອງກັນເຮືອຂົນສົ່ງສິນຄ້າດ້ວຍຫຼາຍວິທີ, ເພື່ອເຕືອນໃຫ້ລະວັງແລະປະຕິບັດໜ້າທີ່ປ້ອງກັນໃຫ້ດີ. ເມື່ອເວລາເຮືອຈອດໃນຕອນກາງຄືນ, ເຮືອລາດຕະເວນຈະຈອດອ້ອມຢູ່ວົງນອກ, ເຮືອຂົນສົ່ງສິນຄ້າ 10 ລຳຈອດຢູ່ທາງໃນ. ເວລາແລ່ນເຮືອໃນຕອນກາງເວັນ, ເຮືອລາດຕະເວນຂອງ 4 ປະເທດຈະແຈ້ງຂໍ້ມູນຂ່າວສານໃຫ້ກອງບັນຊາການຮ່ວມແລະເຮືອຂົນສົ່ງສິນຄ້າທຸກເວລາ, ກຳສະພາບການຫຼ້າສຸດ, ມີສະຕິລະວັງຕົວສູງຢູ່ທຸກເວລາ, ຮັບປະກັນຄວາມປອດໄພຂອງເຮືອຂົນສົ່ງສິນຄ້າແລະລູກເຮືອ. ຕອນບ່າຍວັນທີ 11 ທັນວານີ້, ເຮືອຂົນສົ່ງສິນຄ້າ 10 ລຳຂອງຈີນໄດ້ເດີນໄປຮອດທ່າເຮືອຊຽງແສນຂອງໄທຢ່າງປອດໄພ. ຕອນເຊົ້າວັນທີ 12 ທັນວານີ້, ເຮືອລາດຕະເວນຮ່ວມເລີ່ມກັບຄືນປະເທດຕົນ.
ກອງເຮືອລາດຕະເວນຮ່ວມຂອງ 4 ປະເທດໄດ້ຮັບການສະໜັບສະໜູນແລະຍິນດີຕ້ອນຮັບຈາກປະຊາຊົນທີ່ຕັ້ງບ້ານເຮືອນລຽມຕາມແຄມແມ່ນ້ຳຂອງຂອງປະເທດຕ່າງໆ, ເວລາກອງເຮືອລາດຕະເວນເດີນຜ່ານບ້ານແລະທ່າເຮືອ, ປະຊາຊົນຢູ່ແຄມແມ່ນ້ຳຂອງພາກັນໂບກມືຖາມສະບາຍດີ, ເຮືອປະເທດຕ່າງໆໄປມາຕາມລຳແມ່ນ້ຳຂອງນັບມື້ນັບຫຼາຍຂຶ້ນ. ເຈົ້າໜ້າທີ່ບັນຊາເຮືອລາດຕະເວນຂອງລາວກ່າວວ່າ, ການຮັກສາຄວາມປອດໄພແລະຄວາມໝັ້ນຄົງຕາມລຳແມ່ນ້ຳຂອງ, ສອດຄ່ອງກັບຄວາມປາຖະໜາຮ່ວມຂອງປະຊາຊົນປະເທດຕ່າງໆ, ແມ່ນຜົນປະໂຫຍດຮ່ວມແລະໜ້າທີ່ຮັບຜິດຊອບຮ່ວມຂອງ 4 ປະເທດ, ການລາດຕະເວນຮ່ວມທີ່ມີ 4 ປະເທດເຂົ້າຮ່ວມແມ່ນຮູບແບບທີ່ດີຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.