ວັນທີ13 ທັນວານີ້, ຢູ່ມົສກູ, ທ່ານເຊີເກ ລາຟໂຣຟ ລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ຊີຣີຄວນເຊັນສັນຍາໃຫ້ສັນນິບາດອາລັບສົ່ງຄະນະຜູ່ສັງເກດການ, ເຫັນດີໃຫ້ຜູ່ສັງເກດການຕ່າງປະເທດເຂົ້າຊີຣີໂດຍໄວ.
ມື້ດຽວກັນ, ໃນງານຖະແຫຼງຂ່າວ, ທ່ານລາຟໂຣຟກ່າວວ່າ, ຣັດເຊຍໄດ້ສົ່ງຂໍ້ລິເລີ່ມທີ່ເຊັນສັນຍາຄະນະສັງເກດການສັນນິບາດໃຫ້ລັດຖະບານຣັດເຊຍ. ໃນຂະນະດຽວກັນ, ຣັດເຊຍກຽມສົ່ງຜູ່ສັງເກດການໃຫ້ຊີຣີພາຍໃຕ້ສະພາບທີ່ຈຳເປັນ. ທ່ານກ່າວລື້ມວ່າ, ຣັດເຊຍຄັດຄ້ານມາດຕະການລົງໂທດແນໃສ່ຊີຣີ, ຝ່າຍຣັດເຊຍເຫັນວ່າປະເທດຝ່າຍຕາເວັນຕົກອອກມາດຕະການລົງໂທດໃໝ່ຢ່າງບໍ່ຢຸດຢັ້ງຈະເອົາຜົນສະທ້ອນບໍ່ດີໃຫ້ສະພາບຊີຣີ. ໃນຂະນະດຽວກັນ, ທ່ານຕິຕຽນຝ່າຍຄັດຄ້ານຂອງຊີຣີໝາຍຂະຍຸແຍ່ໄພພິບັດລັດທິມະນຸດສະທຳ, ຊອກຫາຂໍ້ອ້າງໃຫ້ການແຊກແຊງທາງນອກ.
ມື້ດຽວກັນ, ໃນງານຖະແຫຼງຂ່າວ, ທ່ານວິກໂຣຣີຍ ນິວລັງ ໂຄສົກກະຊວງການຕ່າງປະເທດອາເມລິກາໄດ້ເຕືອນຣັດເຊຍສະໜັບສະໜູນສະພາຄວາມໝັ້ນຄົງສະຫະປະຊາຊາດຜ່ານມະຕິກ່ຽວກັບບັນຫາຊີຣີ. ທ່ານຍັງກ່າວວ່າ,ສະພາຄວາມໝັ້ນຄົງຄວນອອກສຽງກ່ຽວກັບກຳລັງຮຸນແຮງຂອງຊີຣີ, ແລະສະໜັບສະໜູນການຮຽກຮ້ອງຂອງທາງພາຍໃນພາຍນອກຂອງຊີຣີຮ້ອງຂໍຜູ່ສັງເກດການແລະສື່ມວນຊົນກັບຄືນ.