ຈີນ​ຈະ​ບັນລຸ​ການ​ປະກັນ​ສັງຄົມ​ສຳລັບ​ຜູ່ເຖົ້າ​ຢູ່​ໃນ​ຕົວເມືອງ​ແລະ​ຊົນນະບົດ​ໃນຮູບແບບ​ໃໝ່​ທີ່​ປົກຄຸມ​ທົ່ວ​ປະເທດ​ລ່ວງ​ໜ້າ8ປີ

(GMT+08:00) 2011-12-14 15:29:23     cri

ວັນ​ທີ13 ທັນວາ​ນີ້, ທ່ານ​ຫູ​ສຽວ​ຢີ້ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊັບພະຍາກອນ​ແຮງ​ງານ​ແລະ​ປະກັນ​ສັງຄົມ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ການ​ປະກັນ​ສັງຄົມ​ສຳລັບຜູ່​ເຖົ້າ​ຂອງ​ປະຊາຊົນຢູ່​ໃນ​ຕົວ​ເມືອງ​ແລະ​ການ​ປະກັນ​ສັງຄົມ​ສຳລັບ​ຜູ່​ເຖົ້າ​ຢູ່ຊົນນະບົດ​ແບບ​ໃໝ່ຄາດ​ວ່າ​ຈະບັນລຸການ​ປົກ​ຄຸມ​ທົ່ວ​ປະ​ເທດ​ໃນ​ປີ2012, ລ່ວງ​ໜ້າ8ປີ​ກ່ອນ​ແຜນການກຳນົດ.

ມື້​ດຽວກັນ, ​ໃນ​ກອງ​ປະຊຸມ​ວຽກ​ງານ​ການ​ປະກັນ​ໄພ​ສັງຄົມ​ຊົນນະບົດ​ທົ່ວ​ປະ​ເທດ​, ທ່ານ​ຫູ​ສຽວ​ຢີ້ກ່າວ​ວ່າ, ນັບ​ມາຮອດ​ທ້າຍ​ເດືອນ​ພະຈິກ​ປີ2011, ມີ302ລ້ານ​ຄົນ ໄດ້ ເຂົ້າ ຮ່ວມ ການ ທົດລອງ ຂອງ ການ ປະກັນ ສັງຄົມ​ສຳລັບ ຜູ່ເຖົ້າ ຂອງ ປະຊາຊົນ ຢູ່ໃນ ຕົວເມືອງ ແລະ ການ​ປະກັນ​ສັງຄົມ​ສຳລັບ​ຜູ່​ເຖົ້າ​ຢູ່ຊົນນະບົດ​ແບບ​ໃໝ່, ​ໃນ​ນັ້ນ​ມີ79ລ້ານ6​ແສນ6ໝື່ນ​ຄົນ​ໄດ້​ຮັບ​ເງິນອຸດ​ໜູນຜູ່​ເຖົ້າ, ສະ​ສົມ​ມູນ​ນິທິ134ຕື້600ລ້ານ​ຢວນ.

ບົນ​ພື້ນຖານ​​ໃນ​ການທົດ​ລອງ​ລະດັບ​ຊາດ, ມີ444​ເມືອງ​ໃນ17ແຂວງ​ຂອງ​ຈີນດຳ​ເນີນ​ຈຸດ​ທົດ​ລອງ​ດ້ວຍຕົນ​ເອງ. ຈຸດ​ທົດ​ລອງ​ລະດັບ​ຊາດ​ກັບ​ຈຸດ​ທົອລອງ​ດ້ວຍຕົນ​ເອງ, ດັດ​ຕາສ່ວນ​ໄດ້​ລື່ນ​ກາຍຍອດ​ຈຳນວນ​ເມືອງ​ທົ່ວ​ປະ​ເທດ​ເຖິງ85%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ