FEDປະກາດ​ແກ່ຍາວເວລາ​ນະ​ໂຍບາຍ​ເງິນຕາ​ທີ່​ຜ່ອນ​ຍານ​ທີ່​ສຸດ​ໃນ​ປະຈຸ​ບັນ

(GMT+08:00) 2011-12-14 15:58:13     cri
ວັນ​ທີ13​ທັນວາ​ນີ້, ທະນາຄານ​ກາງ​ອາ​ເມ​ລິ​ກາ ຫຼື FEDປະກາດ​ວ່າ, ​​ເສດຖະກິດ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ​ໄດ້​ຟື້ນ​ຕົວ​ຂຶ້ນ​ເລັກ​ນ້ອຍ, ​ແລະຈະ​ແກ່ຍາວເວລາ​ນະ​ໂຍບາຍ​ເງິນຕາ​ທີ່​ຜ່ອນ​ຍານ​ທີ່​ສຸດ​ໃນ​ປະຈຸ​ບັນອອກ​ໄປ​ອີກ, ຈະ​ບໍ່​ວາງ​ນະ​ໂຍບາຍ​ເງີ​ນຕາ​ເປັນຊົ່ວຄາວຕື່ມ​ອີກ.

ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝສາມັນ​ຂອງຄະນະ​ກຳມາ​ທິການຕະຫຼາດ​ເປີດ​ເຜີຍ​ຂອງ​ສະຫະພັນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ສິ້ນ​ສຸດ​ລົງ​ແລ້ວ, FED​​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ກ່າວ​ວ່າ, ​ເຖິງ​ວ່າ​ເສດຖະກິດ​ໂລກ​ໄດ້​ຟື້ນ​ຕົວຊ້າ​ລົງ, ​ເສດຖະກິດ​ອາ​ເມ​ລິ​ກາ​ກໍ​ປະກົດ​ມີ​ທ່ວງທ່າ​ຟື້ນ​ຕົວຢ່າງ​ຊ້າໆ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຕະຫຼາດ​ປະ​ກອບ​ອາຊີບ​ດີ​ຂຶ້ນ​​ເລັກ​ນ້ອຍ, ​ແຕ່​ອັດຕາ​ຫວ່າງ​ງານ​ຍັງ​ສູງ​ຫຼາຍ. ນອກ​ນີ້, ການ​ບໍລິ​ໂພ​ກຂອງ​ປະຊາຊົນ​ກໍ​ດີ​ຂຶ້ນ, ​ແຕ່​ຈັງຫວະ​ເຕີບ​ໂຕ​​ໃນການ​ລົງທຶນ​ທາງ​ດ້ານອະສັງຫາລິມະ​ຊັບ​ຂອງ​ວິ​ສາ​ຫະກິດພັດ​ຊ້າ​ລົງ, ຕະຫຼາດ​ທີ່​ດິນ​ແລະ​ເຮືອນ​ຢູ່​ຍັງ​ຕ່ຳ​ຫຼາຍ, ​ຄາດໝາຍ​ຕໍ່​​ເງິນ​ເຟີ້​ໃນ​ໄລຍະ​ຍາວ​ຍັງ​ໝັ້ນ​ທ່ຽງຄື​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ