ຈີນ​ປະກາດ​ເປົ້າ​ໝາຍການ​ຜະລິດ​ພະລັງ​ງານ, ບໍລິ​ມາດ​ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມ​ແລະພະລັງຕາ​ເວັນ​ໃນ4ປີ​ຂ້າງ​ໜ້າຈະ​ເຕີບ​ໂຕ​ຫຼາຍ​ເທົ່າ

(GMT+08:00) 2011-12-16 18:16:46     cri

ວັນ​ທີ15 ທັນວາ​ນີ້, ​ເປົ້າ​ໝາຍຂອງ​ແຜນການພັດທະນາ​ພະລັງງານ​ທີ່​ເກີດ​ໃໝ່​ໄດ້​ຂອງ​ຈີນໃນ4ປີ​ຂ້າງໜ້າ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​.ອີງ​ຕາມ​ເປົ້າ​ໝາຍ​ນີ້, ຮອດ​ປີ2015, ຍອດ​ປະລິມານການ​ພັດທະນາ​ພະລັງງານ​ທີ່​ບໍ່​ຂຸດ​ຄົ້ນ​ຈາກ​ໃຕ້​ດິນຈະ​ບັນລຸ​ພະລັງງານຖ່ານ​ຫີນ​ມາດຖານ​ເຖິງ480ລ້ານ​​ໂຕນ, ບໍລິ​ມາດ​ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມ, ​ແລະພະລັງ​ຕາ​ເວັນ​ລ້ວນ​ແຕ່​ຈະ​ເພີ່ມ​ຂຶ້ນຫຼາຍ​ເທົ່າ.

ແຜນ​ສະ​ເໜີ​ວ່າ, ຮອດ​ປີ2015, ການ​ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມຈະ​ບັນລຸ100ລ້ານ​ກິ​ໂລ​ວັດ, ຜະລິດ​ໄຟຟ້າ​ໄດ້​ເຖິງ190ຕື້​ກິ​ໂລ​ວັດ​ໂມງຕໍ່​ປີ; ພະລັງ​​ແສງຕາ​ເວັນ​ຈະຜະລິດ​ໄຟຟ້າ​ໄດ້​ເຖິງ15ລ້ານ​ກິ​ໂລ​ວັດ, ຜະລິດ​ໄຟຟ້າ​ໄດ້​ເຖິງ20ຕື້​ກິ​ໂລ​ວັດ​ໂມງຕໍ່​ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ