ວັນທີ15 ທັນວານີ້, ອົງການພະລັງປະລະມານູອີຣານອອກຖະແຫຼງການກ່າວ ປະຕິເສດຕໍ່ການລາຍງານຂ່າວທີ່ວ່າອີຣານຈະສ້າງໂຮງງານນິວເຄຼຍໃໝ່ແຫ່ງໜຶ່ງຢູ່ແຂວງອີສຟາຮານທີ່ຕັ້ງຢູ່ພາກກາງຂອງອີຣານ, ແລະກ່າວວ່າການລາຍງານຂ່າວກ່ຽວກັບເລື່ອງນີ້ບໍ່ມີມູນຄວາມຈິງ.
ຂ່າວສານຟາສຂອງອີຣານອ້າງອີງຄຳເວົ້າຂອງສະມາຊິກສະພາອີຣານວ່າ, ອີຣານວາງແຜນການສ້າງໂຮງງານນິວເຄຼຍແຫ່ງໜຶ່ງຢູ່ແຂວງອີສຟາຮານ. ໂຮງງານນິວເຄຼຍແຫ່ງນີ້ຄາດວ່າຈະເລີ່ມນຳໃຊ້ພາຍໃນ3ປີ.
ຫວ່າງມໍ່ໆນີ້, ສະມາຊິກສະພາອີຣານບາງຄົນກໍ່ໃຫ້ສຳພາດໂດຍແນໃສ່ວຽກງານທາງການເມືອງແລະການຕ່າງປະເທດຂອງອີຣານ, ແຕ່ພາຍຫຼັງມາທັງໝົດຖືກປະຕິເສດຈາກລັດຖະບານອີຣານ.