ປີ2011,​ການຄ້າ​ຂາເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນລຸ​ການ​ພັດ​ທະນາ​ຢ່າງ​ສົມດຸນ​ກັນ ໂດຍພື້ນຖານ

(GMT+08:00) 2012-01-18 18:07:58     cri

ຕາມຂ່າວ​cri:​ວັນທີ​18​ມັງ​ກອນ​ນີ້,ທ່ານ​ເສີນຕ່ານຢາງ​ໂຄສົກ​ຖະ​ແຫຼງ​ຂ່າວ​ຂອງ​ກະຊວງ​ການຄ້າ​ຈີນ ກ່າວວ່າ ,ປີ2011, ການຄ້າ​ຕໍ່​ຕ່າງປະເທດ​ຂອງ​ຈີນ​ໄດ້​​ເ​ລັ່ງລັດຫັນປ່ຽນຮູບແບບຊັ້ນ​ຄວາ​ມ​ໄວຢ່າງ​ເດັ່ນ​ຊັດ, ອົງ​ປະກອບ​ຂອງ​ຕະຫຼາດ,ຜະລິດ​ຕະພັນ​ແລະ​ເຂດ​​ແຄວ້ນ​ເປັນ​ຕົ້ນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເລື່ອຍໆ, ການ​ຄ້າຂາ​ເຂົ້າຂາ​ອອກ​​ໄດ້​ພັດທະນາ​ຢ່າງ​ສົມ​ດຸນ​ໂດ​ຍພື້ນຖານ.

ທ່ານ​​ເສີ້ນ​ຕ່ານ​ຢາງ​​ແນະນຳ​ວ່າ, ປີ2011, ການພັດທະນາ​ການ​ຄ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນມີທ່ວງທ່າ​ທີ່ທາງໜ້າ​ສູງແລະ​ທ້າຍ​ປີຕ່ຳ. ຕາມ​ສະຖິຕິຂອງດ່ານ​ພາສີ​, ຍອດ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກໃນໝົດປີ2011​ແມ່ນ3642ກວ່າຕື້​ໂດ​ລາ, ​ເພີ່ມຂຶ້ນ​ຫຼາຍ​ກວ່າ22%​ກວ່າ​ເມື່ອທຽບໃສ່ໄລຍະ​ດຽວ​ກັນ​ຂອງປີ2010; ​ໃນ​ນັ້ນ​ການສົ່ງອອກສິນຄ້າເພີ່ມ​ຂຶ້ນ20,3%, ການນຳ​ເຂົ້າສິນຄ້າ​ເພີ່ມ​ຂຶ້ນ24,9%. ການໄດ້​ປຽບ​ດຸນ​ການ​ຄ້າ​ແມ່ນ155ຕື້140ລ້ານ​ໂດ​ລາ, ​ໄດ້​ປຽບ​ດຸນ​ການ​ຄ້າ​ຫຼຸດ​ລົງ​ໃນ​ສາມ​ປີລຽນຕິດ, ກວມຍອດມູນຄ່າຜະລິດຕະພັນພາຍໃນປະເທດຫຼືGDP​ຈາມ3,1%ຫຼຸດລົງຮອດປະມານ2%, ຢູ່​​ໃນ​ລະຫວ່າງເຂດທີ່ເໝາະສົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ