ກົນ​ໄກທີ່4ປະ​ເທດ​ລຸ່ມ​ແມ່​ນ້ຳຂອງຮ່ວມ​ກັນ​ປ້ອງກັນ​ການ​ເດີນ​ເຮືອດຳ​ເນີນ​ເປັນ​ຢ່າງ​ດີ

(GMT+08:00) 2012-03-11 16:13:24     cri

ວັນ​ທີ10 ມີນາ​ນີ້, ທ່ານ​ເມິ້ງຊູ່​​ເທຍ ຜູ່​​ແທນ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ກຳມະການ​ປະຈຳ​ຄະນະ​ພັກ​ທັງ​ເປັນ​​ເລຂາ​ຂອງ​ຄະນະ​ກົດໝາຍ​ແລະ​ການ​ເມືອງ​ຂອງ​ແຂວງ​ຢຸນ​ນານ​​​ໄດ້ເຜີຍ​ໃຫ້​ຮູ້​ວ່າ, ປັ​ດຈຸ​ບັນ, ກົນ​ໄກທີ່4ປະ​ເທດລຸ່ມແມ່​ນ້ຳຂອງ​ຮ່ວມ​ກັນ​ປ້ອງກັນ​ການ​ເດີນ​ເຮືອດຳ​ເນີນ​ເປັນ​ຢ່າງ​ດີ, ການ​ເດີນ​ເຮືອ​ຢູ່​ຕາມແມ່ນ້ຳຂອງ​​ໄດ້ຟື້ນ​ຟູ​ໃຫ້​ເປັນ​ປົກກະຕິ​ໃນ​ເບື້ອງ​ຕົ້ນ.

ວັນ​ທີ5 ຕຸລາ​ປີ​ກາຍ​ນີ້, ​​ກຳ​ປັ່ນສິນຄ້າຈີນ2ລຳ​ໄດ້ຖືກ​ປຸ້ນໄປ​ແລະ​ໂຈມ​ຕີຢູ່ຕາມ​ແມ່​ນ້ຳຂອງ, ​ເຮັດ​ໃຫ້​ລູກ​ເຮືອຈີນ13ຄົນ​ເສຍ​ຊີວິດ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ເມິ້ງ​ຊູ່​ເທຍກ່າວ​ວ່າ, ພາຍ​ຫຼັງ​ເກ​ດີດຄະດີດັ່ງກ່າວ​, "ພາຍ​ໃຕ້​ການ​ລິ​ເລີ່​ມຂອງ​ຂະ​ແໜງ​ການທີ່​ກ່ຽວຂ້ອງຂອງ​ຈີນ, 4ປະ​ເທດລຸ່ມແມ່​ນ້ຳຂອງ​ໄດ້​ສ້າງກົນ​ໄກລາດ​ຕະ​ເວນ​ປະຕິບັດ​ກົດໝາຍຮ່ວມ, ​ແລະ​ໄດ້​ດຳ​ເນີນ​ການ​ລາດຕະ​ເວນ​ຮ່ວມສອງ​ເທື່ອ." ທ່ານ​​ເມິ້ງຊູ່​ເທຍກ່າວ​ວ່າ, ປັດ​ຈຸ​ບັນ, ກົນ​​ໄກປ້ອງກັນ​ການ​ເດີນ​ເຮືອ​ຮ່ວມ​ຂອງ4ປະ​ເທດດຳ​ເນີນ​ເປັນ​ຢ່າງ​ດີ. ນອກຈາກ​ການປ້ອງກັນ​ການ​ເດີນ​ເຮືອ​ຮ່ວມ​ຢູ່​ຕາມ​ລຸ່ມ​ລ້ອງ​ແມ່​ນ້ຳຂອງ​ແລ້ວ, ຍັງ​ມີ​ກົນ​ໄກ​ຮ່ວມ​ມື​ຫຼາຍຢ່າງ, ຈຸດປະສົງ​ກໍ່​ແມ່ນ​​ເພື່ອຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການເດີນ​ເຮືອ​, ​ແລະຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເມືອງ​ຈີນ​ທີ່​ທຸລະ​ກິດ​ແລະ​ທ່ອງ​ທ່ຽວ​ຢູ່​ຕາມແມ່​ນ້ຳຂອງ, ​ເພື່ອປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍດຂອງປະຊາຊົນ​ຢູ່ບໍລິ​ເວນ​ອ້ອມ​ແອ້ມ​ຂອງເຂດລຸ່ມແມ່​ນ້ຳຂອງ.

 ທ່ານ​ກ່າວ​ວ່າ," ປັດ​ຈຸ​ບັນ, ​ແມ່​ນ້ຳຂອງ​ໄດ້​ຟື້ນ​ຟູ​ການ​ເດີນ​ເຮືອ, ລູກ​ເຮືອ, ແລະ​ເຈົ້າ​ຂອງເຮືອ​ສ່ວນ​ໜຶ່ງ​ໄດ້​ເລີ່​ມການ​ຂົນ​ສົ່ງ​ທາງ​ນ້ຳ,ລວມທາງ​ການ​ຂົນ​ສົ່ງ​ຜູ່​ໂດຍ​ສານ​ຢູ່​​ເ​ທິງ​ແມ່​ນ້ຳຂອງ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ