ອາ​ຊຽນຈະ​ເຮັດ​ໃຫ້ການພົວ​ພັນ​ຄູ່​ຮ່ວມ​ມື​ກັບ​ສະຫະພາບ​ເອີລົບ​ມີ​ຄວາມ​ໜັກ​ແໜ້ນ​ຂຶ້ນກວ່າ​ເກົ່າ

(GMT+08:00) 2012-04-28 15:39:29     cri

ວັນ​ທີ27 ​ເມສາ​ນີ້, ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ອາ​ຊຽນສະຫະພາບ​ເອີ​ລົບ​ຄັ້ງ​ຢູ່​ບັນ​ດາເຊຣີ​ເບ​ກາ​ວັນ ນະຄອນຫຼວງ​ຂອງ​ບູຣູ​ໄນ​ເປັນ​ເວລາ2 ວັນ​ໄດ້​ສຳ​ເລັດ​ແລ້ວ​ໃນ​ວັນ​ທີ27 ​ເມສາ​ນີ້. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ແຜນການ​ເຄື່ອນ​ໄຫວບານ​ດາ​ເຊຣີບາ​ກາ​ວັນ​​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມືກັບ​ສະຫະພາບ​ເອີ​ລົບມີ​ຄວາມ​ໜັກ​ແໜ້ນ​ຂຶ້ນ​ກວ່າ​ເກົ່າ, ​ເພື່ອ​​ເຮັດ​ໃຫ້ການ​ຮ່ວມ​ມື​ຍຸດ​ທະ​ສາດ​ແລະ​ການ​ສົນທະນາ​ລະຫວ່າງ​ສອງ​ຝ່າຍ​ດີຂຶ້ນກວ່າ​ເກົ່າ.

ພາຍຫຼັງ​ກອງ​ປະຊຸມ, ສອງ​ຝ່າຍ​​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມ​ກັນວ່າ, ອາ​ຊຽນກັບສະຫະພາບ​ເອີ​ລົບ​ມີ​ຄວາມພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດສະມາຊິກ​ໃນ​ດ້ານ​ການ​ເປິກສາຫາລື​ສັນຍາຄູ່​ຮ່ວມ​ມື​ແລະ​ການ​ຮ່ວມ​ມື​​ໃນ​ສົນທິສັນຍາ​ການ​ຄ້າ​ເສລີ, ສອງ​ຝ່າຍ​ຈະ​ຈັດ​ຕັ້ງ​ປະຕິບັດ​ແຜນຖະ​ແຫຼ​ງການບັນ​ດາ​ເຊຣີບາ​ກາ​ວັນ​​ໃຫ້ມີ​ຜົນ​ສັກສິດ​ແລະ​ຮອບດ້ານ. ຖະ​ແຫຼ​ງການ​ຍັງ​ກ່າວ​ຢ້ຳ​ເຖິງຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືທາງ​ດ້ານການ​ເມືອງ​ແລະ​ຄວາມ​ໝັ້ນຄົງ.

ທ່ານ​ນາງມາ​ກາ​ເຣັດ ​ແຄັດ​ເທີຣິນ ອາສທອນ​ຜູ່​ຕາງໜ້າ​ສູງ​ສຸດ​ດ້ານ​ວຽກ​ງານຕ່າງປະ​ເທດ​ແລະ​ຄວາມໝັ້ນຄົງ​ຂອງ​ສະຫະພາບ​ເອີ​ລົບ​ກ່າວ​ວ່າ, ສະຫະພາບ​ເອີ​ລົບ​ມີ​ຄວາມ​ຕ້ອງການ​ໃນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ