ເກີດ​ເຫດການ​ລະ​ເບີດ​ແຕກ​ຢູ່​ອູ​ແກຼນຢ່າງ​ລຽນຕິດ​ສ້າງ​ຄວາມ​ວິຕົກ​ກັງວົນ​ໃຫ້​ແກ່​ຄົນ​ທົ່ວ​ໄປ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ແຂ່ງຂັນ​ເຕະບານ​ເອີຣົບ2012

(GMT+08:00) 2012-04-28 15:41:01     cri

ຕາມ​ຂ່າວ​cri: ວັນ​ທີ27 ​ເມສາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ​​ໄດ້​ເກີດ​ເຫດ​ລະ​ເບີດ​ແຕກ​ຢ່າງ​ລຽນຕິດ​ຢູ່ເມືອງ​ດນີ​ໂປຼ​ເປ​ໂຕຼຟສ໌ກ໌​ທາງພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຼນ, ປັດຈຸບັນມີ​ຜູ່​ໄດ້​ຮັບ​ບາດ​ເຈັບ27ຄົນ. ຍ້ອນ​ວ່າ​ເຫດການ​ລະ​ເບີ​ດນີ້​ຫ່າງ​ຈາກການ​ຈັດ​ງານແຂ່ງຂັນກິລາ​ເຕະບານ​ເອີ​ລົບ​ປີ2012 ທີ່​ອູ​​ແກຼນ​ແລະໂປ​ໂລ​ຍຮ່ວມ​​ກັນ​ເປັນ​ເຈົ້າພາບ​ພຽງ​ແຕ່1​ເດືອນ,​ຊຶ່ງ​ໄດ້​ສ້າງ​ຄວາມ​ວິຕົກ​ກັງວົນ​ໃຫ້​ແກ່​ຄົນ​ທົ່ວ​ໄປ​ກ່ຽວ​ກັບ​ລະບົບການ​ຮັກສາຄວາມ​ປອດ​ໄພ​ໃນການ​ແຂ່ງຂັນ​ເຕະບານ​ເອີ​ລົບປີ2012.

ພາຍຫຼັງ​​ເກີດເຫດການ​ລະ​ເບີດ​ແລ້ວ, ອົງການ​ໄອ​ຍະ​ການ​ໃຫຍ່​ຂອງ​ອູ​​ແກຼນກ່າວຢືນຢັນ​ວ່າປັນ​ການ​ໂຈມ​ຕີ​​ແບບການ​ກໍ່​ການ​ຮ້າຍ. ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ກໍ່​ການ​ຮ້າຍ​ສົ່ງ​ສັນຍານ​ຂອງ​ເຄື່ອງ​ປະກອບ​ລະ​ເບີດ, ​ເຈົ້າ​ໜ້າ​ທີ່ໄດ້​ຕັດສັນຍານ​ໂທລະສັບ​ມື​ຖື​​ໃນ​ໃຈກາງ​ເມືອງ. ທ່ານ​ວິກຕໍ ຢາ​ນູ​ໂກ​ວິສກ່າວວ່າ, ​ເຫດການລະ​ເບີດ​ແຕກ​ລຽນຕິດ​ເທື່ອ​ນີ້​ແມ່ນ​​ການ​ທ້າ​ທາຍ​ຕໍ່​ອູ​ແກຼນ, ຝ່າຍ​ກ່ຽວຂ້ອງ​ຈະ​ຕັ້ງ​ໜ່ວຍສະ​ເພາະກິດ​ເພື່ອ​ຕິດຕາມ​ກວດກາ​ຫາ​ຜູ່​ກະທຳ​ຜິດ​ໃນ​ເຫດການ​ຄັ້ງນີ້, ​ແລະລົງ​ໂທດ​ຜູ່​ກໍ່​ການລະ​ເບີ​ດຢ່າງ​ເຂັ້ມ​ງວດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ