ຝ່າຍ​ຈີນ​ກ່າວ​ວ່າ, ຄຳ​ເວົ້າ​ຂອງຝ່າຍ​ຟີ​ລິບ​ປິນກ່ຽວ​ກັບ​ເຮືອ​ຄຸ້ມ​ຄອງ​ການ​ປະມົງ​ຈີນ"ນາບຂູ່"​ເຮືອ​ຂອງ​ຟີ​ລິບ​ປິນ​ແມ່ນເລື່ອງປັ້ນ​ແຕ່ງ​ຂຶ້ນ

(GMT+08:00) 2012-04-30 17:20:45     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ29 ​ເມສາ​ນີ້, ​ທ່ານ​ຫຼຽວ​ເຫວີ​ໝິນ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຄຳ​ເວົ້າ​ຂອງ​ຝ່າຍ​ຟີ​ລິບ​ປິນກ່ຽວ​ກັບ​ເຮືອ​ຄຸ້ມ​ຄອງ​ການ​ປະມົງ​ຈີນ"ນາບຂູ່" ​ເຮືອຂອງ​ຟີ​ລິບ​ປິນ​ແມ່ນເລື່ອງປັ້ນ​ແຕ່ງ​ຂຶ້ນ.

ທ່ານ​ຫຼຽວ​ເຫວີ​ໝີ​ນກ່າວ​ວ່າ, ຕາມພາກສ່ວນກ່ຽວຂ້ອງກວດ​ສອບວ່າ, ຕອນ​ເຊົ້າ​ວັນ​ທີ28 ​ເມສາ​ນີ້, ​ເຮືອນ​ຄຸ້ມ​ຄອງ​ການ​ປະມົງ​ເລກ310ຂອງ​ຈີນ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຕາມ​ກົດໝາຍ, ຄຳ​ເວົ້າ​ຂອງ​ຝ່າຍ​ຟີ​ລິບ​ປິນກ່ຽວ​ກັບ​ເຮືອ​ຄຸ້ມ​ຄອງ​ການ​ປະມົງ​ຈີນ"ນາບຂູ່" ​ເຮືອ​ຟີ​ລິບ​ປິນ​ແມ່ນ​ເລື່ອງ​ປັ້ນ​ແຕ່ງ​ຂຶ້ນ.

ທ່ານ​ກ່າວ​ວ່າ:" ​ເກາະຫວງ​ເຢ​ແມ່ນ​ແດນດິນຂອງ​ຈີນ, ພວ​ກຂ້າພະ​ເ​ຈົ້າຫວັງ​ໃຫ້​ຝ່າຍ​ຟີ​ລິບ​ປິນຢ່າ​ສູ່ກໍ່​ການພິພາດ​ອີກ, ​ເຮັດ​ໃຫ້​ສະພາບການ​ສັບສົນ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ