ຜູ່​ຊ່ຽວຊານ​ເຫັນ​ວ່າ​ຟີ​ລິບ​ປິນຈະ​ບໍ່​ສາມາດຮັບ​ການ​ສະໜັບສະໜູນຈາກາ​ເມ​ລິ​ກາໃນ​ເຫດການ​ເກາະ​ຮວາງ​ອຽນ

(GMT+08:00) 2012-04-30 17:22:55     cri

ວັນ​ທີ30 ​ເມ​ສາ​ນີ້, ທ່ານ​ອາ​ເບີດ ​ເດ​ວ ​ໂຣຊາຣິວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນກັບ​ທ່ານ​ໂວ​​​ໄຕ​ເຣ ກາສມິນ ລັຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ຊາດ​ຟີ​ລິບ​ປິນ​ໄດ້​ຢ້ຽມຢາມ​ອາ​ເມ​ລິ​ກາ, ​ແລະຈັດການ​ເຈລະຈາ"2+2"​ກັບ​ທ່ານ​ນາງ​ຮີ​ລາຣີ ກຼິນຕັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກັບ​ທ່ານ​ເລ​ໂອນ ປາ​ເນ​ຕາ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນຊາ​ດອາ​ເມລິ​ກາຢູ່​ວໍ​ຊິງ​ຕັງ. ກ່ອນ​ນີ້, ທ່ານ​ໂຣຊາຣິວກ່າວ​ວ່າ, ໃນ​ການເຈລະຈາຈະ​ແຈ້ງ​ສະພາບ​ເຫດການ​ເກາະ​ຮວາງ​ອຽນ​ໃຫ້​ອາ​ເມ​ລິ​ກາ​ຊາບ. ກ່ຽວ​ກັບ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ລັດ​ຖະມົນຕີ​ວ່າການ​ປ້ອງ​ກັນຊາ​ດຟີ​ລິບ​ປິນ​ເທື່ອ​ນີ້, ທ່ານ​ສີ​ຊິ່ງ ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວcri ​ວ່າ, ນີ້​ແມ່ນ​ຟີ​ລິບ​ປິນຫວັງ​ຢາກ​ໄດ້​ຮັບການ​ສະ​ໜັບສະ​ໜູນ​ຈາກ​ອາ​ເມ​ລິ​ກາ​ຕໍ່​ຄວາມ​ຮ້ອງ​ຂໍ​ຜືນ​ແຜ່ນດິນ​ຂອງ​ຕົນ, ​ແຕ່​ເບິ່ງ​ຈາກ​ທ່າ​ທີ​ຂອງ​ອາ​ເມ​ລິ​ກາ​ໃນ​ປັດຈຸບັນ​ແລ້ວ​ເຫັນ​ວ່າ, ຄວາມ​ຮ້ອງ​ຂໍຂອງ​ຟີ​ລິບ​ປິນຈະ​ບໍ່​ສາມາດຮັບ​ການ​ສະໜັບສະໜູນຈາກ​ອາ​ເມ​ລິ​ກາ.

ທ່ານ​ສີ​ຊິ່ງ​ເຫັນ​ວ່າ,ອາ​ເມ​ລິ​ກາ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ແລ້ວວ່າ: ​ໜຶ່ງ, ຕໍ່​ອະທິປະ​ໄຕ​ຂອງ​ເກາະ​ດອນເຫຼົ່ານີ້, ​ເຂົາ​ຈະ​ຢູ່​ໃນ​ຈຸດ​ຢືນເປັນກາງ, ກໍ່​ແມ່ນ​ບໍ່​ມີ​ຈຸດ​ຢືນ; ສອງ, ທາງ​ເດີນ​ເຮືອ​ທາງ​ທະ​ເລ​ສາກົນ​​ແລະຄວາມ​ເສລີ​ໃນ​ການ​ເດີນ​ເຮືອນຢູ່ທະ​ເລຈີນ​ໃຕ້​ຄວນ​ໄດ້​ຮັບ​ການ​ຮັບປະກັນ; ສາມ, ອາ​ເມ​ລິ​ກາ​ບໍ່​ເຫັນ​ດີນຳ​ການ​ແກ້​ໄຂ​ບັນຫາ​ດ້ວຍ​ດ້ວຍ​ອາວຸດ. ສະ​ນັ້ນ, ຖ້າ​ວິ​ເຄາະ​ສາມ​ຈຸດ​ຢືນ​ຂອງ​ອາ​ເມລິ​ກາ​ແລ້ວ​ເຫັນ​ວ່າ, ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ເກາະ​ຮວາງ​ອຽນ, ຟີ​ລິບ​ປິນອາດບໍ່​ສາມາດຮັບ​ການ​ສະໜັບສະໜູນ​ຂອງ​ອາ​ເມ​ລິ​ກາ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ