ສູນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ພາກ​ພື້ນ​ຈີນ​ອາ​ຊຽນ​ເລີ່​ມສ້າງ​ຢູ່​ນານ​ນິງ

(GMT+08:00) 2012-06-28 18:09:41     cri

ຕາມ​ຂ່າວສານ​ຈີນ:ວັນ​ທີ27 ມິຖຸນາ​ນີ້, ທ່ານ​ມາ​ປ່ຽວ ປະທານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ປະກາດ​ຢູ່ໜານ​ໜິງວ່າ, ສູນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ພາກ​ພື້ນ​ຈີນ​ອາ​ຊຽນທັງ​ເປັນ​ສຳນັກງານ​ໃຫຍ່​ຂອງCHINA UNICOM ທີ່​ລົງທຶນ5ຕື້​ຢວນ​​ເລີ່​ມລົງມື​ກໍ່ສ້າງ. ພາຍຫຼັງ​​ໂຄງານ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ຍົກ​ສູງ​ຄວາມ​ສາມາດ​ແລະ​ຄຸນ​ນະພາ​ບດ້ານ​ວຽກ​ງານໂທລະ​ຄົມມະ​ນາ​ຄົມ​​ຂອງ​ຈີນ​ກັບ10ປະ​ເ​ທດອາ​ຊຽນໃນ​ລະບົບ​ສຽງ, ຕົວ​ເລກ​ຂໍ້​ມູນ, ​ອິນ​ເຕີ​ເນັດ​ເປັນ​ຕົ້ນ.

ສູນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ພາກ​ພື້ນ​ຈີນ​ອາຊຽນມີ​ເນື້ອ​ທີ່​ທັງ​ໝົດ​ປະມານ10​ເຮັກຕາ, ​ເນື້ອ​ທີ່​ອາຄານມີ​ປະມານ1​ແສນ9ໝື່ນ​ຕາແມັດ. ​ແຫ່ງນີ້​ແມ່ນ​​1​ໃນ7ສຳນັກງານ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ຂອງ CHINA UNICOM, ຈະ​ສ້າງໂຄງການ​ສຳຄັນ​ໃຫຍ່ໆ​ຫຼາຍ​ໂຄງການ​ຄື​ສ້າງ​ປະຕູ​ເຂົ້າ​ອອກ​ຂອງ​ລະບົບໂທລະ​ຄົມມະນາຄົມ​ສາກົນ​ພາກ​ພື້ນ​ໜານ​ໜິງ, ທາງ​ສະ​ເພາະ​ຕົວ​ເລກຂໍ້​ມູນ​​ໄປ​ສູ່​ລະບົບ​ໂທລະ​ຄົມມະນາຄົມ​ສາກົນໜານ​ໜິງ​ໂດຍ​ກົງ, IDCພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ແລະ​ສູນ​ຄິດ​ໄລ່​ເມກ​ແລະ​ອື່ນໆເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ