ຈີນ​ມີ​ປະຊາກອນ​358​ລ້ານ​ຄົນ​ເຂົ້າຮ່ວມ​ການ​ປະກັນ​ໄພ​ສັງຄົມ​ລ້ຽງດູ​ຜູ່ເຖົ້າ​ໃນ ຊົນນະບົດແບບໃໝ່

(GMT+08:00) 2012-06-28 18:11:38     cri

"ສະພາບ​ການ​ປະກັນ​ໄພ​ສັງຄົມ​ທົ່ວ​ປະ​ເທດປີ2011" ທີ່​ກະຊວງ​ຊັບພະຍາກອນ​ມະນຸດ​ແລະ​ການ​ປະກັນ​​ໄພ​ສັງຄົມ​ປະກາດ​​ໃນ​ວັນ​ທີ27 ມິຖຸນານີ້ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ທ້າຍ​ປີ2011, ທົ່ວ​ປະ​ເທດ1914​ເມືອງ​ນ້ອຍ​ໃຫຍ່ຂອງ27ແຂວງ​ທົ່ວ​ປະ​ເທດ​ແລະ​ ​4ກຳ​ແພງ​ນະຄອນ​ໄດ້​ກຳນົດ​ສ້າງ​ຈຸດ​ທົດ​ລອງ​ການ​ປະກັນ​ສັງຄົມ​ລ້ຽງ​ດູ​ຜູ່​ເຖົ້າ​ໃນ​ຊົນນະບົດ​ແບບ​ໃໝ່, ​ໄດ້​ປິກ​ຫຸມ​ເນື້ອ​ທີ່ປະມານ60%. ນອກ​ນີ້, ຍັງ​ມີ339​ເມືອງ​ຂອງ17​ແຂວງ​ໄດ້ຂະຫຍາຍຈຸດ​ທົດ​ລອງ​ການ​ປະກັນ​ສັງຄົມ​ລ້ຽງ​ດູ​ຜູ່​ເຖົ້າ​ໃນ​ຊົນນະບົດ​ແບບ​ໃໝ່​ເອົາເອງ. ທົ່ວ​ປະ​ເທດ​ໄດ້​ມີ358ລ້ານຄົນ​​ເຂົ້າ​ຮ່ວມ​ການ​ປະກັນ​ສັງ​ຄົມ​ລ້ຽງ​ດູ​ຜູ່​ເຖົ້າ​ແບບ​ໃໝ່​ໃນ​ຊົນນະບົດ.

ປີ2011, ມູນ​ນິທິ​ຈຸດ​ທົດ​ລອງ​ການ​ປະກັນ​ສັງ​ຄົມລ້ຽງ​ດູ​ຜູ່​ເຖົ້າ​ໃນ​ຊົນ​ນະ​ບົບ​ແບບ​ໃໝ່​ມີ​ລາຍຮັບ​ເຖິງ107ຕື້​ຢວນ, ລາຍ​ຈ່າຍ58ຕື້800ລ້ານ​ຢວນ. ນັບຮອດ​ທ້າຍ​ປີ2011, ມີ89ລ້ານ2​ແສນ2ໝື່ນ​ຄົນ​ໄດ້​ຮັບເງິນ​ລ້ຽງ​ດູ​ຜູ່​​ເຖົ້າ​ຈາກ​ການ​ປະກັນ​ສັງຄົມ​ລ້ຽງ​ດູ​ຜູ່​ເ​ຖົ້າ​ໃນ​ຊົນນະບົດ​ແບບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ