ໂຄສົກ​ກະຊວງ​ການ​ປ້ອງ​ກັນຊາ​ດຈີນ​ກ່າວ​ກ່ຽວ​ກັບອາ​ເມ​ລິ​ກາ ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີດຳ​ເນີນ​ກາ​ນຊ້ອມ​ຮົບ​ຫຼາຍ​ເທື່ອ

(GMT+08:00) 2012-06-28 18:13:03     cri
ແນ​ໃສ່​ສະພາບ​ທີ່​ອາ​ເມ​ລິ​ກາ ຍີ່ປຸ່ນ​ແລະ​ສ.​ເກົາຫຼີຈັດການ​ຊ້ອມ​ຮົບ​ຮ່ວມ​ຢູ່​ເຂດ​ທິດ​ໃຕ້​ຂອງແຫຼມ​ເກົາຫຼີ​ແລະ​ອາ​​ເມ​ລິ​ກາ​ກັບສ.​ເກົາຫຼີ​ຈັດ​ການ​ຊ້ອມ​ຮົບຢູ່​ເຂດ​ທະ​ເລ​ຫວງໄຮ, ວັນ​ທີ28 ມິຖຸນາ​ນີ້, ທ່ານ​​ເກິ​ງ​ແຢັນ​ເຊິ່ງ ​ໂຄສົກ​ກະຊວງ​ການ​ປ້ອງ​ກັນປະ​ເທດຈີນ​ກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ການ​ປ້ອງ​ກັນປະ​ເທດວ່າ, ປະ​ເທດ​ທີ່ກ່ຽວຂ້ອງ​ມັກ​ເນັ້ນ​ໜັກພັນທະ​ມິດ​ທາງການ​ທະຫານ, ຈັດການ​ຊ້ອມ​ຮົບ​ຮ່ວມ​ຫຼາຍ​ເທື່ອ​, ​ເຊິ່ງບໍ່​ມີ​ຜົນ​ດີ​ຕໍ່ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ນີ້, ​ແລະກໍ່​ບໍ່​ສອດຄ່ອງກັບ​ທ່າ​ອຽງ​ຂອງຍຸກສະ​ໄໝ​ທີ່​ມີສັນຕິພາບ, ການ ພັດທະນາ​ແລະ​ການ​ຮ່ວມ​ມື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ