ກົມ​ການບິນ​ອະວະກາດ​​ແຫ່ງ​ຊາດອາ​ເມ​ລິ​ກາ​ຍົກ​ເລີກ​ແຜນການ​ທີ່ຈະ​ໃຊ້​ສະໜາມ​ບິນ​ຂອງ​ໄທ

(GMT+08:00) 2012-06-29 18:47:24     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ27 ມິຖຸນານີ້​ຕາມ​ເວລາ​ທ້ອງ​ຖິ່ນ, ອົງການ​ການບິນ​ອະວະກາດ​​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ຫຼື​NASA​ໄດ້​ປະກາດ​ຍົກ​​ເລີກ​ແຜນການ​ທີ່ຈະ​ໃຊ້​ສະໝາ​ມບິນອູ່​ຕະ​ເພົາ​ຂອງ​ໄທ​ດຳ​ເນີນ​ການ​ຄົ້ນຄວ້າ​ຊັ້ນບັນຍາກາດ​​ໃນ​ປີ​ນີ້. ວັນ​ທີ28 ມິຖຸນາ​ນີ້, ທ່ານ​ສົມສັກ ກຽດ​ສຸຣານົນ ປະທານ​ລັດຖະສະພາ​ທັງ​ເປັນ​ປະທານ​ສະພາ​ຕ່ຳ​ຂອງ​ໄທ​ກ່າວ​ວ່າ, ຖ້າ​ອາ​ເມ​ລິ​ກາ​ຍົກ​​ເລີກ​ແຜນການ​ນີ້, ການ​ອະພິປາຍ​ທີ່​ລັດຖະສະພາ​ໄທ​ກໍ່​ອາດ​ຈະ​ຍົກ​ເລີ​ກການ​ອະພິປາຍ​ທີ່​ຈະ​ມີ​ຂຶ້ນໃນ​ເດືອນ​ສິງຫາ​ປີ​ນີ້​ອາ​ຈະ​ຍົກ​ເລີກ.

ມື້​ດຽວ​ກັນ, NASAອອກ​ຖະ​ແຫຼ​ງການ​ຢ່າງ​ເປັນ​ທາງ​ການ​ໃນ​ເວ​ບ​ໄຊ້ຂອງ​NASA​ວ່າ, ຍ້ອນ​ວ່າ​ບໍ່​ໄດ້​ຮັບ​ການ​ອະນຸ​ມັກ​ໃນ​ທັນທີຈາກ​ຂະ​ແໜງ​ການ​ທີ່ກ່ຽວຂ້ອງ, ສະ​ນັ້ນຈຶ່ງ​ໄດ້​ຕົກລົງ​ຍົກ​ເລີກ​ແຜນການ​ຄົ້ນ​ຄວ້າ​ຊັ້ນບັນຍາກາດທີ່​ກຳນົດ​ໄວ້​ກ່ອນ​ໜ້ານີ້​ວ່າ​ຈະ​ຈັດ​ຂຶ້ນ​ໃນເດືອນ​ສິງຫາ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ