ວັນທີ6 ກໍລະກົດນີ້, ທຳນຽບຂາວອາເມລິກາໄດ້ອອກບົດບັນທຶກຊ່ອຍຈຳສະບັບໜຶ່ງວ່າ, ທ່ານປະທານາທິບໍດີໂອບາມາໄດ້ຢືນຢັນອັຟການີສະຖານເປັນ"ປະເທດພັນທະມິດບໍ່ສັງກັດນາໂຕອັນສຳຄັນ", ຈາກນັ້ນເປີດປະຕູໃຫ້ສອງປະເທດດຳເນີນການຮ່ວມມືທາງການທະຫານຕື່ມອີກພາຍຫຼັງມອບວຽກງານປ້ອງກັນໃນປີ2014, ວັນທີ7 ກໍລະກົດນີ້, ທ່ານນາງຮີລາຣີ ຄຼິນຕັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາກ່າວຢູ່ກາບູນວ່າ, ການພົວພັນນີ້ຈະເຮັດໃຫ້ອັຟການີສະຖານໄດ້ຮັບຜົນປະໂຫຍດໃນດ້ານການຮ່ວມມືວຽກງານປ້ອງກັນ, ການອົບຮົມຕຳຫຼວດທະຫານ, ການສ້າງສາລະບອບເປັນຕົ້ນ.
ຕອນເຊົ້າວັນທີ7 ກໍລະກົດນີ້, ທ່ານຮີລາຣີ ຄຼິນຕັນຢ້ຽມຢາມກາບູນ, ໃນງານຖະແຫຼງຂ່າວຮ່ວມພາຍຫຼັງການພົບປະເຈລະຈາກັບທ່ານຮາມີດ ຄາຈາຍ ປະທານາທິບໍດີອັຟການີສະຖານ, ທ່ານນາງກ່າວວ່າ, ກາຍເປັນ"ປະເທດພັນທະມິດບໍ່ສັງກັດນາໂຕອັນສຳຄັນ"ຂອງອາເມລິກາມີຄວາມໝາຍອັນສຳຄັນພິເສດຕໍ່ການມອບວຽກງານປ້ອງກັນທີ່ພວມດຳເນີນຢູ່ອັຟການີສະຖານແລະການຮ່ວມມືລະຫວ່າງສອງຝ່າຍພາຍຫຼັງກອງທະຫານຕ່າງປະເທດຖອນອອກໃນປີ2014. ທ່ານນາງຮີລາຣີເຫັນວ່າການມອບວຽກງານປ້ອງກັນຂອງອັຟການີສະຖານໃນປັດຈຸບັນດຳເນີນໄປຢ່າງສະດວກ, ສະພາບຄວາມໝັ້ນຄົງນັບມື້ນັບໝັ້ນທ່ຽງ.
ໃນງານຖະແຫຼງຂ່າວ, ທ່ານຄາຈາຍບໍ່ສະແດງທ່າທີໃດຕໍ່ການຕົກລົງນີ້ຂອງອາເມລິກາ, ພຽງແຕ່ກ່າວວ່າການຢ້ຽມຢາມເທື່ອນີ້ຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາແມ່ນສຳຄັນທີ່ສຸດ.
ອັຟການີສະຖານແມ່ນ"ປະເທດພັນທະມິດບໍ່ສັງກັດນາໂຕອັນສຳຄັນ"ປະເທດທຳອິດທີ່ທ່ານໂອບາມາປະກາດນັຍແຕ່ຂຶ້ນຮັບຕຳແໜ່ງເປັນຕົ້ນມາ. "ປະເທດພັນທະມິດບໍ່ສັງກັດນາໂຕອັນສຳຄັນ"ແມ່ນການກຳນົດຖານະຂອງລັດຖະບານອາເມລິກາໃຫ້ປະເທດພັນທະມິດທີ່ບໍ່ສັງກັດນາໂຕແຕ່ມີການພົວພັນຮ່ວມມືຍຸດທະສາດກັບຝ່າຍທະຫານອາເມລິກາ. "ປະ ເທດພັນທະມິດບໍ່ສັງກັດນາໂຕອັນສຳຄັນ"ລວມທັງອິສຣາແອນ, ອົສຕຼາລີ, ຍີ່ປຸ່ນ, ສ.ເກົາຫຼີ, ຟີລິບປິນແລະປະກິສຖານເປັນຕົ້ນ."