ສື່​ມວນ​ຊົນ​ຂອງ20ກວ່າ​ປະ​ເທດ​ເຕົ້າ​ໂຮມ​ຢູ່​ພະນົມ​ເປັນ​ລາຍ​ງານ​ກອງ​ປະຊຸມ​ເປັນ​ລະບົບ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນ

(GMT+08:00) 2012-07-08 13:39:00     cri

ວັນ​ທີ7 ກໍລະກົດ​ນີ້, ນັກ​ຂ່າວ​ໜຶ່ງ​ພັນ​ກວ່າ​ຄົນ​ມາ​ຈາກ22ປະ​ເທດ​​ເຊັ່ນກຳປູ​ເຈຍ, ຍີ່ປຸ່ນ, ສ.​ເກົາຫຼີ, ຈີນ​ເປັນ​ຕົ້ນ​ເຕົ້າ​ໂຮມ​ຢູ່​ສູນ​ສື່​ມວນ​ຊົນ​ກອງ​ປະຊຸມ​ຕ່າງໆ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນຢູ່​ພະນົມ​ເປັນ, ​ເຂົ້າ​ຮ່ວມ​ການ​ລາຍ​ງານ​ຂ່າວກອງ​ປະຊຸມ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ45.

ວັນ​ທີ9 ຫາ​ວັນ​ທີ13 ກໍລະກົດ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນ, ກອງ​ປະຊຸມ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນກັບ​ຈີນ​ຍີ່ປຸ່ນ​ສ.​ເກົາຫຼີຫຼື10+3, ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຕາ​ເວັນ​ອອກຫຼືEAS​ຄັ້ງ​ທີ2​ແລະ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເວທີ​ເປິກສາຫາລື​ເຂດ​ອາ​ຊຽນຫຼືARFຄັ້ງ​ທີ19​ເປັນ​ຕົ້ນ​ຈະ​ຈັດ​ຂຶ້ນ​ຢູ່​ພະນົມ​​ເປັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ