ເຂດ​ທະ​ເລ​ໃກ້​​ຊູ​ລາ​ເວ​ຊີ​ຂອງ​ອິນ​ໂດ​ເນ​ເຊຍ​ເກີດ​​ແຜ່ນດິນ​ໄຫວ6,2ລິກ​​ເຕີ

(GMT+08:00) 2012-08-19 14:01:08     cri

ຕອນ​ບ່າຍ​ວັນ​ທີ18 ສິງຫາ​ນີ້, ​ແຂວງ​ຊູ​ລາ​ເວ​ຊີ​ກາງຂອງ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນດິນ​ໄຫວ6,2 ລິກ​ເຕີ, ປັດຈຸບັນ​ຍັງ​ບໍ່​ມີ​ບົດ​ລາຍ​ງານກ່ຽວ​ກັບ​ຄົນ​ຕາຍ​ຫຼື​ບາຍ​ເຈັບ​ແລະ​ຊັບ​ສົມບັດ​ເສຍຫາຍ.

ຕາມ​ຂ່າວ​ຂອງ​ເວ​ບ​ໄຊ້ຂອງ​ກົມ​ອຸ​ຕຸ​ນິຍົມ,ດິນ​ຟ້າອາກາດ​ແລະ​ຟີ​ຊິກໜ່ວຍ​ໂລກ, ​ແຜ່ນດິນ​ໄຫວ​ເກີດ​ໃນ16​ໂມງ41ນາທີ​ຕາມ​ເວລາ​ທ້ອງຖິ່ນ, ​ໃຈກາງ​ຂອງ​ແຜ່ນດິນ​ໄຫວຢູ່​ເຂດ​ທະ​ເລ​ທີ່​ຫ່າງ​ຈາກ​ເມືອງ​ປາຣີກີ ມວງທົງ​ຂອງ​ແຂວງ​ຊູ​ລາ​ເວ​ຊີ​ກາງ27ກິ​ໂລ​ແມັດ, ​ຄວາມ​ເລິກ​ຂອງ​ໃຈກາງ​ແຜ່ນດິນ​ໄຫວ​ແມ່ນ10ກິ​ໂລ​​ແມັດ.

ຂະ​ແໜງ​ການ​ຕິດຕາມ​ແຜ່ນດິ​ນ​ໄຫວ​ຂອງ​ອິນ​ໂດ​ເນ​ເຊຍ​ຍັງ​ບໍ່​ທັນປະກາດການ​ເຕືອນ​ໄພ​ຄຶ້ນ​ສຶນາ​ມິ​ກ່ຽວ​ກັບແຜ່ນດິ​ໄຫວ​ເທື່ອ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ