ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ລະ​ເບີດ​ແບບ​ກໍ່​ການ​ຮ້າຍຢູ່ສາທາລະນະ​ລັດ​ອິນ​ກູ​ເຊ​ເຕຍຣັດ​ເຊ​ຍ

(GMT+08:00) 2012-08-20 16:50:58     cri

ວັນ​ທີ19 ສິງຫາ​ນີ້, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວ​ກັບ​ສາທາລະ​ນະ​ລັດ​ອິນ​ກູ​ເຊ​ເຕຍຣັດ​ເຊຍ​ເກີດ​ເຫດການ​ລະ​ເບີດ​​ແບບ​ກໍ່ການ​ຮ້າຍ, ທ່ານສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ, ລັດຖະບານ​ຈີນ​ກ່າວ​ປະນາມ​ເຫດການ​ແບບກໍ່​ການ​ຮ້າຍ​ນີ້​ຢ່າງ​ຮຸນ​ແຮງ.

ທ່ານ​ສິນກ່າງ​​ໄດ້​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຢ່າງ​ສຸດ​ຊຶ້ງ​ເຖິງ​ຜູ່​​ເສຍ​ຊີວິດ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ,​ແລະ​ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ຈິງ​ໃຈ​ໄປ​ຍັງຜູ່​ທີ່​ຖືກ​ເຄາະຮ້າຍ​ແລະ​ຄອບຄົວ​ຂອງ​ພວກ​​​​ເຂົາ​ເຈົ້າ. ຈີນ​ສະໜັບ​ສະ​ໜູນຢ່າງ​ເດັດດ່ຽວ​ຕໍ່​ຄວາມ​ພະຍາຍາມ​ຂອງລັດຖະບານ​ຣັດ​ເຊຍ​ທີ່​ຕໍ່ຕ້ານ​ອິດ​ທິກຳລັງ​ກໍ່​ການ​ຮ້າຍ​ຄື​ເຊ​ເຊັນ​ເປັນ​ຕົ້ນ, ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບຣັດ​ເຊຍ​ໃນການ​ຕໍ່ຕ້ານລັດທິ​ການ​ກໍ່​ການ​ຮ້າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ