ກອງ​ທະຫານ​ຂົນ​ສົ່ງ​ຂອງ​ກອງທັບ​ປືນ​ໃຫຍ່​ທີ​ສອງ​ຈີນ​ໄປ​ເມືອງ​ອີລຽງ​ຂອງ​ແຂວງ​ຢຸນນານ​ເພື່ອ​ກູ້​ໄພ

(GMT+08:00) 2012-09-09 16:03:46     cri

ວັນ​ທີ8 ກັນຍາ​ນີ້, ພົນແລະ​ທະຫານ​ເກືອບ200ຄົນ​ຂອງ​ກອງທັບ​ປືນ​ໃຫຍ່​ທີ​ສອງ​ຈີນ​ແລະ​ລົດ30ກວ່າ​ຄັນ​ໄດ້​ເດີນທາງ​ໄປ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຂອງ​ເມືອງອີລຽງ​ແຂວງ​ຢຸນນານ, ​ເພື່ອປະຕິບັດ​ໜ້າ​ທີ່ຂົນ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ. ​ກອງ​ຂົນ​ສົ່ງ​ນີ້​ຕົ້ນ​ຕໍ​ຮັບຜິດຊອບ​ຂົນ​ສົ່ງ​ເຄື່ອງ​ໃຊ້ປະຈຳ​ວັນ​ເຊັ່ນ:ຕູບ​ຜ້າ​ເຕັ້ນ​ກູ້​ໄພ, ຜ້າ​ຫົ່ມ, ອາຫານ​ເປັນ​ຕົ້ນ, ສາມາດ​ຂົນ​ສົ່ງ​ເຄື່ອ​ງ​ຊ່ອຍ​ເຫຼືອ400ກວ່າ​ໂຕນເທື່ອ​ໜຶ່ງ.

ແຜ່ນດິນ​ໄຫວທີ່​ວັດ​ແຮ​ງສັ່ນ​ສະ​ເທືອນໄດ້5,7​ລິກ​ເທີທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ7 ກັນຍາ​ນີ້​ໄດ້​ເຮັດ​ໃຫ້80ຄົນ​​ເສຍ​ຊີວິດ​ແລະມີ7​ແສນ4ໝື່ນ​ຄົນ​​ໄດ້​ຮັບ​ຜົນ​ກະທົບ. ລັດຖະບານ​ແລະ​ກອງ​ທັບຈີນ​ພວມ​ເຮັດວຽກ​ກູ້​ໄພຢ່າງ​ສຸດ​ຄວາມ​ສາມາດ. ​ໃນ​ເວລາ20​ໂມງຕອນ​ຄ່ຳ​ວັນ​ທີ8 ກັນຍາ​ນີ້, ​ຂະ​ບວນລົດງ​ກູ້​ໄພ​ນີ້​​ໄດ້ບັນທຸກ​ເຄື່ອງ​ຊ່ອຍ​ເຫຼືອຢູ່​ເມືອງ​ອ່ານ​ນິງຂອງ​​ແຂວງຢຸນນານ, ​ແລ້ວຂ້ຽວ​ເດີນ​ໄປ​ເມືອງອີລຽງ​ທີ່​ຫ່າງ​ຈາກ​ເມືອງ​ອ່ານ​ນິງ600ກິ​ໂລ​ແມັດ, ສົ່ງ​ເຄື່ອງ​ໃຊ້ປະຈຳ​ວັນ​ຊະນິດ​ຕ່າງໆ​ໄປ​ໃຫ້​ປະຊາຊົນ​​ໃນເຂດ​ປະສົບ​ໄພ. ຕາມຂ່າວ​ແຈ້ງ​ວ່າ, ​ຂະ​ບວນ​ລົດ​ໄ​ດ້ບັນທຸກຜ້າ​ຫົ່ມ2000ຜືນ, ຕູບ​ຜ້າ​ເຕັ້ນ​2500ຜືນແລະ​ເຄື່ອງ​ຊ່ອຍ​ເຫຼືອ​ສຸກ​ເສີນ​ອື່ນໆ​ໃນ​ເຂດ​ປະສົບ​ໄພ. ​ເພື່ອ​ເຮັດ​ໃຫ້​ຂະ​ບວນລົດ​ໄປ​ຮອດ​ເຂດ​ປະສົບ​ໄພ​ຕາມ​ເວລາ​ກຳນົດ​ແລະ​ມີ​ຄວາມ​ປອດ​ໄພ​ດີ, ສະ​ນັ້ນ​ຈຶ່ງ​ໄດ້​ຈັດ​ໃຫ້​ລົດ​ຄັນ​ໜຶ່ງ​ມີ​ຫຼາຍ​ຄົນ. ພັດ​ປ່ຽນ​ກັນ​ຂັບ​ລົດ.

ຍ້ອນ​ວ່າ​ຈຸ​ດສູນກາງແຜ່ນດິນ​ໄຫວ​​ເທື່ອ​ນີ້​ຕັ້ງ​ຢູ່​ຮ່ອມ​ພູ​ທີ​ຄັບ​ແຄບ, ​ສັນຍານໂທລະ​ສັບ​ຖືກ​ຕັດຂາດ, ​ເສັ້ນທາງ​ໄດ້​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ, ​ແລະ​ເຂດ​ນີ້ແມ່ນ​​ເຂດ​ທີ່ທຸກ​ຍາກ​ທີ່​ສຸດ, ພື້ນຖານ​ໂຄງ​ລ່າງ​​ຫຼ້າ​ຫຼັງສົມຄວນ, ​ໄດ້​ກະທົບ​ເຖິງ​ຄວາມ​ໄວ​ທີ່​ຄິດ​ໄລ່​ຂໍ້​ມູນ​ຜູ້​ເສຍ​ຊີວິດແລະ​ບາດ​ເຈັບແລະ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ. ປັດຈຸບັນ, ຈີນ​ຍັງ​ພວມ​ກວດກາ​ສະພາບ​ໄພພິບັດ​ຕື່ມ​ອີກ​.​

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ