ລັດຖະມົນຕີ​ການ​ຕ່າງປະ​ເທດ​ກູ​ປາກ່າ​ວປະນາມ​ປະ​ເທດ​ຕາ​ເວັນ​ຕົກ​ຊຸກຍູ້"ການ​ປ່ຽນ​ແປງອຳນາດ​ການ​ປົກຄອງ"

(GMT+08:00) 2012-10-02 16:21:29     cri

ວັນ​ທີ1 ຕຸລາ​ນີ້, ​ໃນ​ຄຳ​ປາ​ໄສ​ທີ່​ກອງ​ປະຊຸມ​ການອະພິປາຍ​ທົ່ວ​ໄປສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ67, ທ່ານ​ບຼູ​ໂນ ​ໂຣດຼີ​ເກສ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກູ​ປາ​ໄດ້​ກ່າວ​ໂຈມ​ຕີ​ປະ​ເທດ​ຕາ​ເວັນ​ຕົກ​ນຳໃຊ້​ກຳລັງ​ອາວຸດ​ຍິ່ງ​ກວ່າ​ນັ້ນ​ສົງຄາມ​ມາ​ຊຸກຍູ້"ການ​ປ່ຽນ​ແປງອຳນາດ​ການ​ປົກຄອງ"ຢູ່​ບາງ​ປະ​ເທດ​ເພື່ອ​ຍາດ​ຊີງ​ຊັບພະຍາກອນ​ທຳ​ມະ​ຂາດ​ແລະ​ສິດ​ຄວບ​ຄຸມ​ເຂດ​ຍຸດ​ທະ​ສາດ​ອັນ​ສຳຄັນ.

ທ່ານ​ໂຣດຼີ​ເກສຊີ້​ອອກ​ວ່າ, ອາ​ເມ​ລິ​ກາ​ແລະ​ບາງ​ປະ​ເທດ​ເອີ​ລົບ​ຕັດສິນ​ໃຈ​ໂຄ່ນ​ລົ້ມ​ລັດຖະບານ​ຊີຣີ, ດັ່ງ​ນັ້ນ​ພວກ​ເຂົາ​​ເຈົ້າ​ສະໜອງ​ອາວຸດ, ​ເງິນທຶນແລະ​ການ​ອົບຮົມ​ໃຫ້​ຝ່າຍ​ຄັດຄ້ານ, ຍິ່ງ​ກວ່າ​ນັ້ນ​ໃຊ້​ທະຫານຮັບຈ້າງ.

ທ່ານ​ໂຣດຼີ​ເກສກ່າວ​ເນັ້ນ​ວ່າ, ກູ​ປາກ່າ​ວລື້​ນວ່າ​ປະຊາຊົນ​ຊີຣີມີ​ສິດ​ຕົກລົງ​ໂດຍ​ຕົນ​ເອງ​ແລະ​ອະທິປະ​​ໄຕອັນ​ເຕັມທີ່, ບໍ່​ອະນຸ​ຍາ​ດການ​ແຊກ​ແຊງ​ທຸກ​ຮູບ​ແບບຂອງ​ຕ່າງປະ​ເທດ, ທ່ານ​ຮຽກຮ້ອງຈົ່ງ​ຢຸດຕິການ​ກະທຳ​ຄວາມຮຸນ​ແຮງ, ສັງຫານ​ແລະ​ການກໍ່ການ​ຮ້າຍທັງ​ໝົດ. ນອກ​ນີ້, ຍັງ​ຕ້ອງ​ຢຸດຕິການ​ຂົນ​ສົ່ງ​ອາວຸດ​ແລະ​​ເງິນທຶນ​ໃຫ້​ຝ່າຍ​ຄັດຄ້ານ​ແລະການລາຍ​ງານຂ່າວ​ທີ່​ບິດ​ເບືອນ​ຄວາມ​ຈິງ.

ວິກິດ​ການ​ຊີຣີ​ໄດ້​​ແກ່ຍາວ​ມາຫຼາຍ​ກວ່າປີ​ເຄິ່ງ​ແລ້ວ, ການ​ປະ​ທະ​ກັນ​ລະຫວ່າງທະຫານ​ລັດ​ຖະບານກັບ​ກອງ​ອາວຸດ​ຝ່າຍ​ຄັດຄ້ານ​ເຮັດ​ໃຫ້​ຫຼາຍ​ຄົນ​​ເສຍ​ຊີວິດ​ແລະ​ບາດ​ເຈັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ