ເວທີ​ເປິກສາຫາລື​ຄວາມ​ທະ​ເລ​ອາຊຽນຄັ້ງ​ທີ3ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ

(GMT+08:00) 2012-10-04 14:48:12     cri

ຕາມ​ຂ່າວສານ​ຈີນ: ວັນ​ທີ3 ຕຸລາ​ນີ້, ​ເວທີ​ເປິກສາຫາລື​ຄວາມ​ທະ​ເ​ລອາຊຽນຄັ້ງ​ທີ3​ໄດ້​ຈັດ​ຂຶ້ນ​ຢູ່​ມາ​ນີລາ ນະຄອນຫຼວງ​ຟີ​ລິບ​ປິນ, ທ່ານ​ເຈ​ໂຈມາ ບີ​​ໄນ ຮອງ​ປະທານາທິບໍດີ​ຟີ​ລິບ​ປິນກ່າວ​ເນັ້ນ​ວ່າ, ການຮັບປະກັນ​ເສລີ​​ພາບແລະ​ຄວາມ​ປອດ​ໄພ​​ໃນການເດີນ​ເຮືອຢູ່​ເຂດ​ທະ​ເລ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ"​ເລື່ອງສຳຄັນ​ທີ່​ສຸດ".

ເວທີ​ເປິກສາຫາລື​ຄັ້ງ​ນີ້ຈະ​ດຳ​ເນີນເປັນ​ເວລາ3ມື້, ຫົວ​ຂໍ້​ຫາລືກ່ຽວ​ພັນ​ເຖິງ​ຄວາມ​ປອດ​ໄພ​ແລະ​ການ​ຮ່ວມ​ມື​ທາງ​ດ້ານຄວາມ​ທະ​ເລ​ອາ​ຊຽນ, ຮັບປະກັນ​​ການເດີນ​ເຮືອ​ຢ່າງ​ເສລີ​ແລະ​ຕໍ່ຕ້ານໂຈນ​ທະ​ເລ, ອະນຸລັກ​ສິ່ງ​ແວດ​ລ້ອມ​ທະ​ເລ, ຊຸກຍູ້​ການທ່ອງທ່ຽວ​ຊີວະ​ພາບ​ແລະ​ການ​ຄຸ້ມ​ຄອງ​ການ​ປະມົງ​​ແລະ​ອື່ນໆ, ຜູ່​ຕາງໜ້າ​ຂອງ10ປະ​ເທດ​ສະມາຊິກອາ​ຊຽນ, ອົງການ​ຄວາມ​ທະ​ເລ​ສາກົນ​ແລະອົງການ"ສົນ​ທະ​ສັນຍາການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ທີ່​ຕ້ານ​ໂຈນ​ທະ​ເລ​ແລະ​ການປຸ້ນ​ຈີ້ເຮືອດ້ວຍ​ກຳລັງ​ອາວຸດ"​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ. ​ໃນ​ພິທີ​ໄຂ, ທ່ານ​ປີ​​ໄນ ຮອງ​ປະທານາທິບໍດີ​ຟີ​ລິບ​ປິນກ່າວ​ວ່າ, ບັນດາ​ປະ​ເທດ​ອາ​ຊຽນຖື​ການ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ເຄົາລົບ​ກັນ​ເປັນ​ພື້ນຖານ, ​ການເພີ່ມ​ທະວີ​ການ​ຮ່ວມ​ມືເຊິ່ງກັນ​ແລະ​ກັນ​ໃນ​ຂົງ​ເຂດ​ຄວາມ​ທະ​ເລ, ບໍ່​ພຽງ​ແຕ່​ສາມາດ​ຍົກ​ສູງ​ສັນຕິພາບ, ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ເທົ່າ​ນັ້ນ, ຍັງສາມາດ​ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ, ​ເພີ່ມທະວີການ​ຕິດ​ຕໍ່​ໄປມາ​ຫາ​ສູ່​ກັນ​ແລະ​ແລກປ່ຽນ​ຂອງ​ບຸກຄະລາ​ກອນ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ