ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໃຫ້​ຄຳ​ຕອບ​ຕໍ່​ກ່ຳ​ປັ່ນ​ຮົບ​ຈີນ​ເດີນ​ຜ່ານ​​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-16 18:58:04     cri
ສື່​ຍີ່ປຸ່ນ​ລາຍ​ງານ​ວ່າ, ວັນ​ທີ16​ຕຸລາ​ນີ້, ກ່ຳ​ປັ່ນ​ຮົບ​ຈີນ​ຫຼາຍ​ລຳ​ໄດ້ມຸ່ງ​ໜ້າ​ໄປ​ສູ່​ເກາະ​ຕ້ຽວ​ອີ. ​ມື້​ດຽວ​ກັນ, ​ໃນ​ເວລາ​ກົມ​ຂ່າວກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ​ທ່ານ​ກ່າວ​ວ່າ, ກ່ຳ​ປັ່ນ​ຮົບ​ຈີນ​ຝຶກ​ຊ້ອມ​ແລະ​ເດີນ​ເຮືອ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ, ​ແມ່ນຖື​ກຕ້ອງ​ແລະ​ຊອບ​ດ້ວຍ​ກົດໝາຍ. ສິ່ງທີ່​ຢາກ​ໃຫ້​ຊາບ​ນັ້ນ​ແມ່ນ, ​ໃນ​ຫຼາຍ​ມື້​ມໍ່ໆ​ມາ​ນີ້, ຍີ່ປຸ່ນ​ໄດ້​ສົ່ງ​ຍົນ​ສູ້ຮົບ​ໄປ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ທີ່​ໃກ້​ກັບ​ເກາະ​ຕ້ຽວ​ອີ, ​ໄດ້​​ເປັນການລ່ວງ​ລ້ຳ​ສິດທິ​ຜົນ​ປະ​ໂຫຍ​ດຂອງ​ຈີນ​ຢ່າງ​ຮ້າຍ​ແຮງ. ທາງ​ການທະຫານ​ຈີນ​ພວມ​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ຍີ່ປຸ່ນ​ຢ່າງ​ໃກ້ຊິດ, ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ຢຸດຕິ​ທຸກໆການ​ເຄື່ອນ​ໄຫວ​ໃດໆ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ​ອີກ​ແລະ​ຂະຫຍາຍ​ກວ້າງ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ