
ຕາມຂ່າວcri:ຕອນເຊົ້າວັນທີ5 ເມສານີ້, ຢູ່ປັກກິ່ງ, ທ່ານຊີຈີ້ນພິງ ປະເທານປະເທດຈີນໄດ້ຈັດການພົບປະເຈລະຈາກັບສົມເດັດຮາຈີ ຮາຊັນນາວ ໂບວເກຍ ຊູຕັນຂອງບຣູໄນ, ສອງຝ່າຍໄດ້ຕົກລົງຈະຍົກສູງການພົວພັນລະຫວ່າງສອງປະເທດໃຫ້ເປັນການພົວພັນຮ່ວມມືຍຸດທະສາດ.
ທ່ານຊີຈີ້ນພິງກ່າວເນັ້ນວ່າ, ສອງຝ່າຍຈີນກັບບຣູໄນຕ້ອງຍຶດໝັ້ນເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນຄົບຖ້ວນເຊິ່ງກັນແລະກັນ, ເຄົາລົບຊ່ອງທາງຂອງການພັດທະນາໂດຍອີງຕາມສະພາບຕົວຈິງຂອງກັນແລະກັນ, ພິຈາລະນາແລະເອົາໃຈໃສ່ເຖິງຄວາມສະບາຍໃຈເຊິ່ງກັນແລະກັນ. ສອງຝ່າຍຕ້ອງຍຶດໝັ້ນທ່າແຮງແລະຊ່ວຍເຫຼືອເຊິ່ງກັນແລະກັນ, ເພີ່ມທະວີການຮ່ວມມືໃນຂົງເຂດນ້ຳມັນແລະອາຍແກັສແລະອຸດສາຫະກຳເຄມີນ້ຳມັນເຊື້ອໄຟເປັນຕົ້ນ. ຈີນສືບຕໍ່ສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດນຳໜ້າໃນການຮ່ວມມືຂອງອາຊີຕາເວັນອອກ.
ສົມເດັດຮາຊັນນາວກ່າວວ່າ, ຝ່າຍບຣູໄນຫວັງໃຫ້ສືບຕໍ່ຮັກສາການໄປມາຫາສູ່ກັນໃນລະດັບສູງກັບຈີນ, ເພີ່ມທະວີການຮ່ວມມືດ້ານພະລັງງານ, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ມີບາດກ້າວໃໝ່. ທ່ານກ່າວເນັ້ນວ່າ, ຝ່າຍບຣູໄນມີເຈດຈຳນົງຍຶດໝັ້ນໃນຈິດໃຈ "ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້", ໂດຍຜ່ານການສົນທະນາເປິກສາຫາລື, ເພື່ອຮ່ວມກັນແກ້ໄຂບັນຫາທະເລຈີນໃຕ້ໂດຍສັນຕິ, ບໍ່ຄວນໃຫ້ບັນຫາທະເລຈີນໃຕ້ກະທົບເຖິງການພົວພັນຮ່ວມມືແບບໄມຕີຈິດລະຫວ່າງອາຊຽນກັບຈີນ. ຝ່າຍບຣູໄນຍິນດີຮ່ວມກັບຝ່າຍຈີນຊຸກຍູ້ການພົວພັນລະຫວ່າງອາຊຽນກັບຈີນໃຫ້ສືບຕໍ່ກ້າວໄປຂ້າງໜ້າ.