ທ່ານ​ສີ​ຈີ້​ພິງ​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາຫານທ່ຽງ​ທີ່ຄົນ​ຈີນ​ຕ່າງ​ດ້າວ​ວົງ​ການ​ຕ່າງໆ​ຢູ່ມາ​ເລ​​ເຊຍຈັດ​ຂຶ້ນ, ​ເພື່ອ​ເປັນ​ກຽດ​ແກ່​ທ່ານ

(GMT+08:00) 2013-10-05 15:58:36     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ4 ຕຸລາ​ນີ້, ທ່ານ​ສີ​ຈີ້​ນພິງ ປະທານ​ປະ​ເທດ​ຈີນ​ແລະ​ພັນ​ລະ​ຍາ​ທີ່​ພວມ​ຢ້ຽມຢາມ​ມາ​ເລ​ເຊຍທາງ​ລັດຖະກິດ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາຫານ​ທ່ຽງ​ທີ່​ຄົນ​ຈີນ​ຕ່າງ​ດ້າວ​ຕ່າງໆວົງ​ການຢູ່​ມາ​ເລ​ເຊຍຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ທ່ານ​ຢູ່​ກົວ​ລາ​ລຳ​ເປີ.

ໃນ​​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ສີ​ຈີ້​ນພິງ​ຕາງໜ້າ​ລັດຖະບານ​ຈີນ​ແລະ​ປະຊາຊົນ​ຈີນ​ສະ​ແດງ​ຄວາມ​ນັບຖືອັນສູງສົ່ງຕໍ່​ຄົນ​ຈີນ​ຕ່າງ​ດ້າວຢູ່​ມາ​ເລ​ເຊຍ. ທ່ານ​ສີ​ຈີ້​ພິງ​ຊີ້​ອອກ​ວ່າ, ຄົນ​ຈີນ​ຕ່າງ​ດ້າວຢູ່​ມາ​ເລ​ເຊຍ​​ເປັນ​ສັກຂີ​ພິ​ຍານ​ແລະ​ຜູ້ຊຸກຍູ້ມິດຕະພາບ​ແລະ​ການ​ຮ່ວມ​ມື​ຂອງ​ຈີນ​ມາ​ເລ​ເຊຍ. ຈີນ​ກັບ​ມາ​ເລ​ເຊຍ​ເປັນປະ​ເທດ​​ໃກ້​ຄຽງ​ທີ່​ຢູ່​ຄົນ​ລະ​ຟາກ​ຝັ່ງທະ​ເລ, ​​ເປັນເພື່ອນ​ມິດ​ທີ່​ປະຕິບັດ​ຕໍ່​ກັນຢ່າງ​ຈິງ​ໃຈ, ​ແລະ​ເປັນຄູ່​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບຜົນ​ປະ​ໂຫຍ​ດ.

ທ່ານ​ຮວາງ​​ເຈ່ຍ​ດິ້ງ ທູດ​ພິ​ເສດ​ວຽກ​ງານ​ຈີນ​ຂອງ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່າວ​ວ່າ, ຄົນ​ຈີນ​ຕ່າງ​ດ້າວ​ຢູ່ມາ​ເລ​ເຊຍ​​ເອົາ​ໃຈ​ໃສ່​ແລະ​ສະໜັບສະໜູນ​ການ​ພັດທະນາຂອງ​ຈີນ, ​ເຊື່ອ​ໝັ້ນ​ວ່າການ​ພັດທະນາ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ເວລາ​ຍາວ​ນານ​ຂອງ​ອາຊີ​ແລະ​ໂລກ. ຄົນ​ຈີນ​ຕ່າງ​ດ້າວ​ຢູ່ມາ​ເລ​ເຊຍ​ຍິນ​ດີ​ສືບ​ຕໍ່​ເປັນ​ຂົວ​ຕໍ່ທີ່​ສືບ​ທອດ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ໄມຕີ​ຈິດ​ລະຫວ່າ​ງມາ​ເລ​ເຊຍ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ