ຮ້ານ​ຄ້າເກົ່າ​ຂອງ​ນະຄອນ​ປັກ​ກິ່ງ

(GMT+08:00) 2008-06-02 15:43:34 cri
-----------------------------------------------------------------------------------------------------------------


ໃນ​ຮ້ານຄ້າ​ເກົ່າທີ່​ປັກ​ກິ່ງ,ຮ້າ​ນຊາ"ຈັ່ງ​ອີ່​ຢວນ"ກໍ​ມີ​ຊື່​ສຽງ​ຫຼາຍ.ນັບມາ​ຮອດ​ປະຈຸ​ບັນ ຮ້ານ​ນີ້​ມີ​ປະຫວັດສາດ 100 ກວ່າ​ປີ​ແລ້ວ. ​ໃນ​ຮ້ານ"ຈັ່ງ​ອີ່​ຢວນ" ຊາ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ແມ່ນ​ຊາດ​ອກມະລິ​ຫຼື​ຊອກ​ຊ້ອນ​ທີ່​ມີ​ຈຸ​ດພິ​ເສດ​ຄື ສີນ້ຳຊາ​​ເສາະ​ໃສ,ມີ​ລົດ​ຊາດ​ເຂັ້ມຂຸ້ນ,ດື່ມ​ແລ້ວ ມີ​ກິ່ນຫອມ​ຕິດປາກດົນ​ນານ. ທ່ານ​ລິວ​ເຈ່ຍ​ໂປ ຜູ້​ຮັບຜິດຊອບ​ຮ້ານ​ຊາ"ຈັ່ງ​ອີ່​ຢວນ"​ແນະນຳ​ວ່າ,ວັດຖຸ​ປຸງແຕ່ງ​ຊາດ​ອກຊ້ອນ​ມີ​ຄວາມພິຖີ​ພິຖັນ​ຫຼາຍ.

"ວັດຖຸ​​ປຸງແຕ່ງຊາ​ຊະນິດ​ນີ້​ແມ່ນ​ຊາ​ຂຽວ​ແລະ​ດອກ​ຊ້ອນ,ຊາ​ຂຽວ​ຕ້ອງ​ແມ່ນ​ໃບ​ຊາ​ໃນ​ລະດູບານ​ໃໝ່.ດອກ​ຊ້ອນ​ ດີ​ທີ່​ສຸດ​ແມ່ນ​ໃນ​ລະດູ​ຮ້ອນ,​ແຮ່ງ​ຮ້ອນ,ດອກ​ຊ້ອນ​ແຮ່ງ​ດີ,​ແຮ່ງ​ຫອມ.ດອກ​ຊ້ອນ​ຕ້ອງ​ເກັບ​ໃນ​ເວລາ​ບານ,​ເມື່ອ​ມັນ​ຫຼົ່ນ​ແລ້ວ ກິ່ນ​ຫອມ​ກໍ​ເສຍ​ໝົດ​ໄປ,ດອກ​ຊ້ອນ​ຈະ​ໃຊ້​ບໍ່​ໄດ້​ອີກ."

ເກັບ​ດອກ​ຊ້ອນ​ສົດ​ແລ້ວ,​ເອົາ​​ໄປ​ປົນ​ກັບ​ຊາ​ຂຽວ​ແຫ້ງ​ຕາມ​ມາດຕາສ່ວນ​​ໃດ​ໜຶ່ງ​ເພື່ອ​ອົບໃຫ້​ຊາ​ຂຽວ​ດູດ​ທາດນ້ຳແລະກິ່ນ​ຫອມ​ຂອງ​ດອກ​ຊ້ອນ​. ອີງ​ຕາມ​ປະ​ເພດ​ຕ່າງ​ກັນ​ຂອງ​ຊາ​ຂຽວ,ດອກ​ຊ້ອນ​ຕ້ອງອົບ​ຢ່າງ​ຕ່ຳ​ສຸດ​ເທື່ອ​ໜຶ່ງ ສູງ​ສຸດ​ສາມ​ສີ່​ເທື່ອ​ຈຶ່ງ​ເຮັດ​ໄດ້. ທ່ານ​ລິວ​ເຈ່ຍ​ໂປ​ແນະນຳ​ວ່າ,ດອກ​ຊ້ອນ​ບໍ່​ພຽງ​ແຕ່​ມີ​ລົດ​ຊາດ​ຫອມ,ກິນ​ແລ້ວ​ທັງ​ມີ​ບົດບາດ​ສະກັດກັ້ນຄວາມບໍ່​ສະບາຍ​ໃຈ​ລົງ​ໄດ້​ອີກ.

ຖ້າ​ທ່ານ​ເລາະ​ເມື່ອຍ​ແລ້ວ,ກໍ​ນັ່ງ​ຊີມ​ຊາດ​ອກຊ້ອນທີ່​ມີ​ກິ່ນ​ຫອມ​ຫວນຢູ່​ໃນ​ຮ້ານ,ຟັງ​ຜູ້​ຂາຍ​ໃນ​ຮ້ານ​ເລົ່າ​ປະຫວັດເລື່ອງ​ຊາ,ຫຼື​ເບິ່ງ​ການສະ​ແດງ​ວິທີ​ດື່ມຊາ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ.



1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>