ພິນບູຮານ
-----------------------------------------------------------------------------------------------------------------
ເດືອນພະຈິກປີ2003,ອົງການຢູເນັສໂກສະຫະປະຊາຊາດໄດ້ປະກາດບັນຊີລາຍຊື່ "ບົດປະພັນຕົວແທນມໍລະດົກທາງປາກເວົ້າແລະບໍ່ແມ່ນວັດຖຸຂອງມະນຸດ"ງວດທີສອງຂອງໂລກຢູ່ສຳນັກງານໃຫຍ່ທີ່ປາຣີ,ໃນນັ້ນມີສິລະປະພິນບູຮານຂອງຈີນ,ເຊິ່ງເປັນສິລະປະຊະ ນິດທີສອງຂອງຈີນທີ່ຖືກຈັດເຂົ້າບັນຊີລາຍຊື່ດັ່ງກ່າວເຊິ່ງຖັດຈາກງິ້ວຄຸ່ນຊູຍ.ຕໍ່ໄປເຊີນຟັງເນື້ອໃນທີ່ກ່ຽວກັບສິລະປະພິນບູຮານຂອງຈີນ.
"ຊິນ ຊີ ຊູ່ ຮ້ວາ"ແປວ່າພິນ ໝາກລຸກ ການຂຽນງາມແລະຮູບແຕ້ມແມ່ນສິລະປະ4ຢ່າງທີ່ຊົນຊັ້ນປັນຍາຊົນໃນສະໄໝບູຮານຂອງຈີນຕ້ອງຮຽນຮູ້.ໃນນັ້ນ,ພິນໝາຍເຖິງການດີດພິນບູຮານຂອງຈີນ ໝາກລຸກໝາຍເຖິງການຫຼິ້ນໝາກລຸກໂອບລ້ອມຂອງຈີນ ການຂຽນງາມ ໝາຍເຖິງການຂຽນຕົວໜັງສືຈີນດ້ວຍສໍຟອຍດັ້ງເດີມຂອງຈີນ,ສ່ວນຮູບແຕ້ມໝາຍເຖິງການແຕ້ມຮູບດ້ວຍສໍຟອຍຂອງຈີນ.ໃນສະໄໝບູຮານຂອງຈີນ,ນັກປະພັນ ເຈົ້າຊີວິດແລະເຈົ້າຂຸນມຸນນາຍສ່ວນຫຼາຍກໍເປັນນັກຂຽນງາມ ນັກແຕ້ມຮູບ,ແລະກໍຊຳນານຄວາມຮູ້ດົນຕີແລະຫຼິ້ນກະລຸກພ້ອມກັນ.ຕົວຢ່າງຄືທ່ານວາງເວ ນັກກະວີສະຕະວັດທີ10ທີ່ມີຊື່ສຽງດົ່ງດັງ,ເພິ່ນພ້ອມທັງເປັນຜູ່ລິເລີ່ມແຕ້ມຮູບທິວທັດພູຜາແມ່ນ້ຳຂອງຈີນ;ທ່ານຊູ່ຊື້ ນັກວັນນະຄະດີໃນສະຕະວັດທີ11,ເພິ່ນຊຳນານຄວາມຮູ້ດົນຕີ,ພ້ອມທັງແມ່ນນັກຂຽນງາມແລະນັກແຕ້ມຮູບ.ແຕ່ວ່າ,ໃນສິລະປະສີ່ຢ່າງດັ່ງກ່າວນີ້,ສິລະປະພິນບູຮານມີປະຫວັດສາດດົນນານກວ່າໝູ່.
ການບັນທຶກກ່ຽວກັບພິນບູຮານຂອງຈີນປະກົດມີມາກ່ອນໝູ່ແມ່ນຢູ່ໃນ《ຊື່ຈິ່ງ》ປື້ມໂຮມກາບກອນໃນສະຕະວັດທີ5ກ່ອນຄ.ສ..ພິນບູຮານທີ່ຂຸດອອກຈາກສຸສານບູຮານແຫ່ງໜຶ່ງທີ່ແຂວງຫູເປ ພາກກາງຂອງຈີນໄດ້ມີປະຫວັດມາ2400ກວ່າປີຈົນຮອດປະຈຸບັນ.ຕາມການບັນທຶກ,ທຳ ອິດພິນບູຮານມີ5ສາຍ,ໃນສະຕະວັດທີ3ກ່ອນຄ.ສ.,ພິນບູຮານປ່ຽນເປັນ 7 ສາຍ,ແລະສືບທອດກັນມາຈົນຮອດປະຈຸບັນ.
ທຳອິດ,ຄຸນສົມບັດຂອງພິນບູຮານຂອງຈີນແມ່ນຖືກໃຊ້ໃນເວລາເຈົ້າຊີວິດຫຼືເຈົ້າຂຸນມຸນນາຍຈັດພິທີບູຊາເຊັ່ນໄຫວ້ແລະພິທີອື່ນໆ,ພາຍຫຼັງມາຄ່ອຍໆແຜ່ຂະຫຍາຍໄປສູ່ພື້ນເມືອງ,ແຕ່ພຽງແຕ່ຈຳກັດຢູ່ໃນຊົນຊັ້ນປັນຍາຊົນ.ໃນຖານເປັນສິລະປະຢ່າງໜຶ່ງຂອງສັງຄົມຊັ້ນ ສູງ,ນັກວັນນະຄະດີໃນທຸກໆສະໄໝຂອງຈີນໄດ້ແຕ່ງດົນຕີພິນບູຮານຢ່າງຫຼວງຫຼາຍ, ບົດບັນທຶກດົນຕີພິນບູຮານທີ່ຖືກຮັກສາໄວ້ຈົນຮອດປະຈຸບັນມີຮ້ອຍກວ່າເຫຼັ້ມ,ໃນນັ້ນ ໄດ້ບັນທຶກ 3000 ກວ່າດົນຕີພິນບູຮານ.ດົນຕີພິນບູຮານທີ່ມີຊື່ສຽງດົ່ງດັງມີ《ເກົາຊ່ານ》-ພູສູງ《ລິວສູຍ》-ນ້ຳຕົກຕາດ《ຢາງຊຸ່ນ》-ຕົ້ນລະດູບານໃໝ່ແລະ《ແປສຸຍ》-ຫິມະຂາວກະຈະເປັນ ຕົ້ນ,ຈົນຮອດປະຈຸບັນນີ້ຍັງແມ່ນຂອງລ້ຳເລີດຂອງດົນຕີພື້ນເມືອງຂອງຈີນ.
ຮູບແບບການດີດພິນບູຮານຕົ້ນຕໍມີສອງຊະນິດເຊັ່ນ ການດີດພິນບູຮານປະສານກັບການຮ້ອງເພງແລະການດີດພິນບູຮານດ່ຽວ.ໃນນັ້ນ,ການດີດພິນບູຮານປະສານກັບການຮ້ອງເພງແມ່ນຮູບການອັນສຳຄັນຊະນິດໜຶ່ງຂອງດົນຕີພິນບູຮານຂອງຈີນ.ເພາະວ່າ,ໃນສະໄໝບູຮານຂອງຈີນ,ມີນັກດີດພິນບູຮານຈຳນວນຫຼວງຫຼາຍໃນເມື່ອດີດພິນບູຮານຕ້ອງຮ້ອງເພງນຳ,ເພງພິນບູຮານແມ່ນເພງຮ້ອງທີ່ແຕ່ງເພື່ອປະສານກັບດີດພິນບູຮານໂດຍຈຳເພາະ.ກໍຍ້ອນເຫດນີ້,ສິລະປະພິນບູຮານຂອງຈີນກໍມັກຖືກພົບພັນກັບກາບກອນແລະເພງ.
ໃນທຸກສະໄໝໃນປະຫວັດສາດຂອງຈີນ,ກໍມີນິທານທີ່ຈັບຈິດຈັບໃຈຄົນເຊິ່ງກ່ຽວກັບພິນບູຮານຂອງຈີນ,ໃນນັ້ນ,ນິທານຂອງທ່ານຢູປໍຢາກັບທ່ານຈົ່ງສືຊີ່ມີຊື່ສຽງດົ່ງດັງກວ່າໝູ່. ຕາມການບັນທຶກຂອງປື້ມບູຮານ,ໃນສະຕະວັດທີ6ກ່ອນຄ.ສ.,ມີຄົນຜູ່ໜຶ່ງຊື່ວ່າຢູປໍຢາ,ເພິ່ນເຂົ້າໃຈດົນຕີຢ່າງຍອດຢ້ຽມ,ແລະຊ່າງດີດພິນບູຮານ.ໃນໂອກາດອັນບັງອາດເທື່ອໜຶ່ງ,ເພ່ິນໄດ້ພົບພໍ້ທ່ານຈົ່ງສືຊີ່ທີ່ມັກສິລະປະພິນບູຮານຄືກັນ.ທ່ານຢູປໍຢາດີດພິນບູຮານບົດໜຶ່ງໃຫ້ທ່ານຈົ່ງສືຊີ່ຟັງ,ໃນນັ້ນໄດ້ຝາກອຸດົມຄະຕິອັນສູງສົ່ງຍາວໄກຂອງຕົນ,ທ່ານຈົ່ງສືຊີ່ຟັງແລ້ວ, ຍ້ອງຍໍວ່າ:ໃນສຽງການດີດພິນບູຮານຂອງອ້າຍ,ນ້ອງໄດ້ຍິນອຸດົມຄະຕິທີ່ສູງເທົ່າພູໃຫຍ່ ຂອງອ້າຍ;ທ່ານຢູປໍຢາດີດດົນຕີບົດອື່ນມາສະແດງໃຈກວ້າງຂອງຕົນ,ທ່ານຈົ່ງສືຊີ່ກໍຍ້ອງຍໍອີກວ່າ:ໃນສຽງການດີດພິນຂອງອ້າຍ,ນ້ອງໄດ້ຍິນໃຈທີ່ກວ້າງຄືກັນກັບມະຫາສະໝຸດຂອງອ້າຍ.ທ່ານຢູປໍຢາຟັງແລ້ວຮູ້ສຶກຕື່ນຕົກໃຈທີ່ສຸດແລະດີໃຈຫຼາຍ,ຈຶ່ງຖືທ່ານຈົ່ງສືຊີ່ເປັນເພື່ອນມິດທີ່ເຂົ້າໃຈຕົນ.ສອງຄົນນັດກັນວ່າ,ຈະພົບກັນອີກໃນມື້ດຽວກັນໃນປີລຸນມາຢູ່ບ່ອນດຽວກັນ,ແລະຈະແລກປ່ຽນສີໄມ້ລາຍມືການດິດພິນບູຮານ.ປີລຸນມາ,ທ່ານຢູປໍຢາກັບຄືນບ່ອນທີ່ພວກເຂົາເຈົ້ານັດພົບກັນນັ້ນ,ແຕ່ຊາບວ່າທ່ານຈົ່ງສືຊີ່ໄດ້ເຖິງມໍລະນະກຳໄປແລ້ວ. ທ່ານຢູປໍຢາຮູ້ສຶກເສົ້າສະຫຼົກໃຈທີ່ສຸດ,ຈຶ່ງຕັດສາຍພິນໃຫ້ຂາດ,ແລະຖິ້ມພິນຂອງຕົນລົງດິນໃຫ້ແພ,ແລະບໍ່ໄດ້ດີດພິນບູຮານຈີນອີກຈົນຮອດທ່ານເຖິງມໍລະນະກຳ.ແຕ່ນັ້ນມາ,ນິທານກ່ຽວກັບທ່ານຢູປໍຢາກັບທ່ານຈົ່ງສືຊີ່ຈຶ່ງເລົ່າລືກັນມາເປັນຫຼາຍພັນປີຍັງບໍ່ຈືດຈາງ.
ໃນຊູ່ມື້ນີ້,ພິນບູຮານຖືກຖືເປັນເຄື່ອງເສບດົນຕີທີ່ມີສີສັນພິເສດຫຼາຍກວ່າໝູ່ຂອງຈີນ,ຄວາມ ໝາຍແລະຄຸນຄ່າຂອງມັນໄດ້ລື່ນກາຍເຄື່ອງເສບດົນຕີທຳມະດາອື່ນໆຢ່າງໄກ;ເນື້ອໃນວັດ ທະນະທຳຂອງສິລະປະພິນບູຮານກໍໄດ້ລື່ນກາຍຂອບເຂດຂອງດົນຕີ,ເພິ່ນເຫັນໂດຍທົ່ວໄປວ່າໄດ້ມັນໄດ້ສ່ອງແສງໃຫ້ເຫັນສຸນທອນທັດແລະທິດສະນະຄຸນຄ່າຂອງປັນຍາຊົນຈີນໃນສະໄໝບູຮານ.