ຈີນ​ຄຸມຄອງ​ການເກນ​ໃຊ້​ທີ່​ດິນ​ຢ່າງ​ເຄັ່ງຄັດ ຮັບປະ​ກັນ​ສິດ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະສິກອນ​ທີ່​ຖືກ​ເກນ​ໃຊ້​ທີ່​ດິນ

(GMT+08:00) 2008-06-03 16:22:16 cri
-----------------------------------------------------------------------------------------------------------------

ຫວ່າງ​ມໍ່ໆ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ​ເຈົ້າ​ໜ້າ​ທີ່​ກະຊວງທີ່​ດິນ​ແລະ​ຊັບພະຍາກອນ​ຂອງ​ຈີນກ່າວ​ວ່າ, ​ແຕ່ປີ2006​ມາ​ນີ້, ຈີນ​ໄດ້​ເພີ່ມ​ຄວາມ​ແຮງ​ໃນການ​ສືບສວນ​ຄະດີ​ລະ​ເມີດ​ກົດໝາຍ​ທີ່​ດິນ, ອັນ​ໄດ້ສະກັດ​ກັ້ນ​ຢ່າງ​ບັງ​​ເກີດ​ຜົນຕໍ່​ປະກົດ​ການ​ທີ່​ໃຊ້​ທີ່​ດິນ​ແບບ​ຊະຊາຍ. ພ້ອມ​ກັນ​ນັ້ນ, ກໍ​ໃຊ້​ມາດ​ຕະການຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ຊາວ​ກະສິກອນ​ທີ່ຖືກເກນ​ໃຊ້​ທີ່​ດິນຢ່າງ​ບັງ​ເກີດ​ຜົນ. ​ໃນ​ລາຍການ​ບົດ​ແຈ້ງ​ຂ່າວ​ເສດຖະກິດ​ຂອງ​ຈີນ​​ໃນ​ມື້​ນີ້, ​ເຊີນ​ຟັງ​ລາຍ​ລະອຽດ​ທີ່​ກ່ຽວຂ້ອງ:

ຄຽງຄູ່​ກັບ​ເສດຖະກິດ​ຈີນ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ເກີດ​ກະ​ແສ​ລົງທຶນ, ດິນ​ປູກ​ຝັງ​ຢ່າງ​ຫຼວງ​ຫຼາຍ​ທີ່​ອ້ອມ​ຂ້າງ​ຕົວ​ເມືອງ​ຖືກ​ໃຊ້​ເປັນ​ເຂດ​ພັດທະນາ​ແລະ​ເຮືອນຢູ່​ທີ່​ກາຍ​ເປັນ​ສິນຄ້າ. ກະ​ແສການ"ກວມ​ທີ່​ດິນ"ນີ້​ໄດ້​ສ້າງ​ບັນຫາ​ເສດຖະກິດ​ແລະ​ສັງຄົມ​ຈຳນວນໜຶ່ງ​ໃຫ້​ຈີນ. ທ່ານ​​ໂກ່​ວປາວ​ຜີ​ງ ຜູ່​ຮັບຜິດຊອບ​ຂອງ​ກົມກວດກາ​ນປະຕິບັດ​ກົດໝາຍ​ຂອງ​ກະຊວງທີ່​ດິນ​ແລະ​ຊັບພະຍາກອນ​ຈີນ​ກ່າວ​ວ່າ:

"ການ​ຄອບ​ຄອງ​ທີ່​ດິນ​ລະ​ເມີ​ດກົດໝາຍ​ຕົ້ນ​ຕໍ​ແມ່ນການ​ຄອບ​ຄອງ​ທີ່​ດິນ​ຢ່າງ​ຫຼວງ​ຫຼາຍ​​ແລ້ວ​ຕັ້ງ​ເຂດ​ພັດທະນາຢ່າງ​ລະ​ເມີດ​ກົດ​ລະບຽບ. ປັດຈຸບັນ, ​​ເນື້ອ​ທີ່​ເຂດ​ພັດທະນາ​ຂອງ​ທົ່ວ​ປະ​ເທດ​ຍັງຫຼາຍ​ກວ່າ​ຍອດ​ເນື້ອທີ່​ທີ່​​ໃຊ້​​ໃນ​ການ​ກໍ່ສ້າງ​ຕົວ​ເມືອ​ງ​ໃນ​ປັດຈຸບັນ. ບາງ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຍັງ​ໃຊ້​ສິດ​ເກນ​ໃຊ້​ທີ່​ດິນຢູ່​ທົ່ວທີບ, ​ເກນ​ໃຊ້​ທີ່​ດິນ​ຢ່າງ​ຫຼວງ​ຫຼາຍ, ​ເຮັດ​ໃຫ້​ສິດຜົນປະ​ໂຫຍ​ດຂອງ​ຊາວ​ກະສິກອນ​ຖືກ​ລ່ວງ​ລ້ຳ​ແລະ​ສັງຄົມ​ບໍ່​ໝັ້ນຄົງ."

ຢູ່​ບາງ​ບ່ອນ​ຂອງ​ຈີນ, ດິນ​ປູກ​ຝັງຫຼວງ​ຫຼາຍ​ຖືກ​ເກນ​ໃຊ້​​ໃນ​ນາມ​ຕ່າງໆ, ຊາວ​ກະສິກອນ​ສ່ວນ​ໜຶ່ງ​ທີ່​ເສຍ​ດິນ​ປູກ​ຝັງ​ໄດ້​​ຮັບ​ການ​ທົດ​ແທນ​ດ້ານ​ເສດຖະກິດພັດ​​​ຕໍ່າ​ຫຼາຍ. ທ່ານ​ໂກ່​ວປາວ​ຜີ​ງຊີ້​ອອກ​ວ່າ, ​ເຈົ້າ​ໜ້າ​ທີ່​ອົງການ​ປົກຄອງ​ທ້ອງ​ຖິ່ນ​ສ່ວນ​ໜຶ່ງ​ເພື່ອສ້າງ"ຜົນງານ​ການ​ເມືອງ"​ແລ້ວ​ຕັ້ງ​ເຂດ​ພັດທະນາ​ຕ່າງໆ​ທີ່​ບໍ່​ຈໍາ​ເປັນ​ຢ່າງ​ຫຼັບ​ຫູ​ຫຼັບ​ຕາ, ຫຼື​ສ້າງ​ໂຄງການ​ລົງທຶນ​ແບບຊ້ຳ​​ເກົ່າ, ນີ້​ແມ່ນ​ສາເຫດ​ຕົ້ນຕໍ​ທີ່​ຈີນ​ປະ​ກົດ​ມີ​ກະ​ແສກ​ວມທີ່​ດິນ​ໃນ​ປັດຈຸບັນ.

ຖ້າວ່າ​ປ່ອຍປະ​ກົດ​ການ​ນີ້​ແຜ່​ລາມ​ຕໍ່​ໄປ, ຈະ​ມີ​ຜົນ​ສະທ້ອນ​ຕໍ່​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ​ຢ່າງ​ແນ່ນອນ. ສະ​ນັ້ນ, ການ​ຕັ້ງໜ້າ​ໃຊ້​ມາດ​ຕະການ​ຫຼຸດ​ກະ​ແສກ​ວມທີ່​ດິນ​​ແມ່ນ​ສິ່ງ​ທີ່​ຕ້ອງ​ເປັນ​ໄປ. ​ໃນຫຼາຍ​ປີ​ມາ​ນີ້​ຈີນ​ເອົາ​ການ​ຄວບ​ຄຸມ​ການ​ນຳ​ໃຊ້ທີ່​ດິນຢ່າງ​ເຄັ່ງ​ຄັດ​ເປັນ​ນະ​ໂຍບາຍ​ສຳຄັນ​ຂອງການ​ດັດສົມ​ມະຫາ​ພາກ​ເສດຖະກິດ, ​ແລະ​ໄດ້​ວາງ​ມາດ​ຕະການ​ຫຼາຍ​ຢ່າງ, ​ເພື່ອ​​ເຮັດ​ໃຫ້​ຂະໜາດ​ການ​ນຳ​ໃຊ້​ທີ່​ດິນດ້ານ​ອຸດສາຫະກຳ​ແລະ​ໂຄງການ​​ທີ່​ດິນ​ແລະ​ເຮືອນ​ຢູ່ຢູ່​ແຫ່ງ​ຕ່າງໆ​ໃຫ້​ໜ້ອຍ​ລົງ, ​ແລະ​ໃຊ້​ເຄື່ອງມື​ກົດໝາຍ​ມາຕໍ່ຕ້ານປະກົດ​ການ​ທີ່​​ນຳ​ໃຊ້​ທີ່​ດິນຢ່າງ​ລະ​ເມີດ​ກົດໝາຍ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ກ່າງ​ຈ້າງ​ຊົນ ຮອງຜູ່​ກວດກາ​ທີ່​ດິນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ:
 "​ເພື່ອ​ເພີ່ມ​ທະວີ​ແລະ​ປັບປຸງ​ການດັດສົມ​ມະຫາ​ພາກ​ຂອງ​ຈີນ​ໃຫ້​ດີ​ຂຶ້ນ, ພວກ​ເຮົາໄດ້​ສະ​ເໜີ​ໃຫ້ໝູນ​ໃຊ້​ນະ​ໂຍບາຍ​ທີ່​ດິນ​ເຂົ້າ​ຮ່ວມ​ການ​ດັດສົມ​ມະຫາ​ພາກ. ພວກ​ເຮົາ​ເຮັດ​ໃຫ້​ສິດ​ທີ່​ລັດຖະບານ​ກວດກາ​ອະນຸມັດ​ຕົວ​ເມືອງ​ໃຊ້​ທີ່​ດິນ​ໃຫ້​ຫຍໍ້​ກວ່າ​ເກົ່າ​ແລ້ວ, ຕົ້ນ​ຕໍ​ໃຫ້​ອົງການ​ປົກຄອງ​ຂັ້ນ​ແຂວງ​ກວດກາ​ແລະ​ຕິດຕາມ​ຄຸ້ມ​ຄອງ. ພາກສ່ວນ​ຄຸ້ມ​ຄອງ​ຊັບພະຍາກອນ​ທີ່​ດິນ​ຂອງ​ລັດຖະບານ​ຄວນ​ເສີມ​ສ້າງ​ຄວາມ​ສາມາດ​ຕິດຕາມ​ຄຸ້ມ​ຄອງ​ທີ່​ດິນ."

​​ແຕ່ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີ2006, ຈີນ​ໄດ້​ສຳ​ຫຼວດກວດກາ​ຄະດີ​ລະ​ເມີດ​ກົດໝາຍ​ທີ່​ດິນ7​ໝື່ນ7​ພັນ4​ຮ້ອຍ​ລາຍ, ຊຳລະ​ທີ່​ດິນ​ທີ່​ຖືກ​​ໃຊ້​ໄປ​ທາງ​ອື່ນ​ຢ່າງ​ລະ​ເມີດ​ກົດໝາຍ1​ໝື່ນ​ກວ່າ​ເຮັກຕາ, ​ໄດ້​ລົງ​ໂທດເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຈຳນວນໜຶ່ງ​ທີ່​ລະ​ເມີດ​ວິ​ໄນ​ແລະ​ລະ​ເມີດກົດໝາຍ​ຢ່າງ​ເຄັ່ງ​ຄັດ. ພ້ອມ​ກັນ​ນັ້ນ, ກະຊວງ​ທີ່​ດິນ​ແລະຊັບພະຍາກອນຈີນ​ຍັງ​ໄດ້​ຄວບ​ຄຸມ​ຂະໜາດ​​ໃຊ້​ທີ່​ດິນ​ໃນ​ດ້ານ​ການ​ກໍ່ສ້າງ​ຢ່າງ​ເຄັ່ງ​ຄັດ, ຮຽກຮ້ອງ​ໃຫ້​​ໂຄງການ​ກໍ່ສ້າງ​ທີ່​ໃຊ້​​ດິນປູກ​​ຝັງ​ທັງ​ໝົດ​ລ້ວນ​​ແຕ່​ຕ້ອງ​ຂໍ​ອະນຸມັດ​ພາຍຫຼັງ​ຜູ່​ຊ່ຽວຊານ​ຊັນນະສູດ​ແລ້ວ. ພ້ອມ​ກັນ​ນັ້ນ, ຈີນ​ຍັງ​ໄດ້​ຫຼຸດ​ການ​ໃຊ້​ທີ່​ດິນ​ບໍ່​ສົມ​ເຫດ​ສົມ​ຜົນ6000​ກວ່າ​ເຮັກຕາ, ອະນຸມັດ​ທີ່​ດິນ​ກໍ່ສ້າງ​ໃໝ່​ໜ້ອຍ​ກວ່າ​ປີ2005 15,6%. ທ່ານ​ຫຼີ້ຢວນ ​ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ການ​ກະຊວງທີ່​ດິນ​ແລະ​ຊັບ​ພະ​ຍາ​ກອນ​ຂອງ​ຈີນ​ກ່າວ​ວ່າ, ປັດຈຸບັນ, ການ​ກະທຳ​ທີ່​ກວມ​ທີ່​ດິນ​ຢ່າງ​ຫຼວງ​ຫຼາຍ​ພວມ​ໄດ້​ຮັບ​ການ​ສະກັດ​ກັ້ນ​ຢ່າງ​ບັງ​ເກີດ​ຜົນ.

​ໃນ​ເວລາ​ກວດກາ​ອະນຸມັດ​ຢ່າງ​ເຄັ່ງ​ຄັດ​ຕໍ່​ການ​ນຳ​ໃຊ້​ທີ່​ດິນ, ຈີນ​ຍັງ​ໄດ້​ຊຸກຍູ້​ການ​ປະຕິ​ຮູບ​ລະບອບ​ການ​ນຳ​ໃຊ້​ທີ່​ດິນຂອງ​ຊາດ​ທີ່​ມີ​ການ​ທົດ​ແທນ​ໃຫ້​ລົງ​ສູ່​ລວງ​ເລິກ, ​ເຮັດ​ໃຫ້ການ​ຂາຍ​ທີ່​ດິນ​ເຂົ້າ​ສູ່​ລະບຽບ​ແບບ​ແຜນ, ​ເພີ່ມ​ການ​ເກັບ​ຄ່າ​ໃຊ້​ທີ່​ດິນ, ​ແລະ​ເອົາ​ທຶນ​ດັ່ງກ່າວ​ໃຊ້​ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ກະ​ສິ​ກຳ.

ທ່ານ​ຫຼີ້ຢວນ ​ລັດຖະມົນຕີ​ຊ່ອຍ​ວ່າການ​ກະ​ຊວງ​ທີ່​ດິນ​ແລະ​ຊັບພະຍາກອນ​ຂອງ​ຈີນຊີ້​ອອກ​ວ່າ:

"ພວກ​ເຮົາ​ຈະ​ຍົກ​ສູງ​ມາດຖານ​ທົດແທນ​ການ​ເກນ​ໃຊ້​ທີ່​ດິນ, ​ເອົາ​ຊາວ​ກະສິກອນ​ທີ່​ເສຍ​ທີ່​ດິນ​ຜູກ​ພັນ​ກັບ​ການ​ປະ​ກັນ​ສັງຄົມ, ປະຕິບັດ​ຕາມ​ຄວາມ​ຮຽກຮ້ອງ​ທີ່(ຮັບປະກັນ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ທີ່​ຖືກ​ເກນ​ໃຊ້​ທີ່​ດິນ​ຕໍ່​, ​ເຮັດ​ໃຫ້ການ​ດຳລົງ​ຊີວິດ​ໄລຍະ​ຍາວ​ມີການ​ຮັບປະກັນ, ​​ໃຊ້​ມາດ​ຕະການ​ຕ່າງໆ​ຢ່າງ​ແທ້​ຈິງ​ໃນ​ດ້ານ​ປັບປຸງລະບຽບການ​ການ​​ໃຊ້​ທີ່​ດິນ​ໃຫ້​ສົ​ມບູນຂຶ້ນ, ​ເຮັດ​​ໃຫ້​ມາດຖານທົດແທນ​ຫັນ​ເຂົ້າ​ສູ່​ລະບຽບ​ກວ່າ​ເກົ່າ, ​ເປີດ​ກວ້າງ​ຊ່ອງ​ທາງຈັດ​ວາງຊາວ​ກະສິກອນ​ທີ່​ເສຍ​ທີ່​ດິນ​ແລະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງກັນ​ທີ່​ເກີດ​ຂຶ້ນ​ຍ້ອນ​ການ​ເກນ​ໃຊ້​ທີ່​ດິນ​ຢ່າງ​ທັນ​ເວລາ​ເປັນ​ຕົ້ນ."

​ຢູ່​ຫຼາຍທ້ອງ​ຖິ່ນຂອງ​ຈີນ, ຊາວ​ກະສິກອນ​ທີ່​ເສຍ​ຜົນ​ປະ​ໂຫຍ​ດຈາກ​ການເກນ​ໃຊ້​ທີ່​ດິນ​ໄດ້​ຈັດ​ເຂົ້າ​ໃນ​ລະບອບ​ປະ​ກັນ​ສັງຄົມ​ເທື່ອ​ລະ​ກ້າວ​ແລ້ວ, ຊີວິດ​ຂອງ​ພວກ​ເຂົາ​​ເຈົ້າໃນ​ອະນາຄົດມີ​ສິ່ງ​ຄ້ຳ​ປະ​ກັນ​ແລ້ວ. ພ້ອມ​ກັນ​ນັ້ນ, ຈີນ​ຍັງ​ໄດ້​ອົບຮົມ​ຊາວ​ກະສິກຳ​ໂດຍ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ, ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ຄວາ​ມສາມາດ​ແລະ​ໂອກາດ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ. ​ໃນ​ບ້ານ​ຫຼົງ​ເຫີ​ເມືອງ​ຫົວ​ຊື້​ນະຄອນ​ຈ່ຽງອີ່​ນ​ແຂວງ​ຈ່ຽງຊູ​ທີ່​ພາກ​ໃຕ້​ຂອງ​ຈີນ, ຊາວບ້ານຫຸ້ຍຈ້ຽນຜີ​ງ ​ໄດ້​ເງິນ​ຄຸ້ມ​ກັນ​ສັງຄົມ​ທີ່​ລັດຖະບານ​ຈ່າຍ​ໃຫ້​ຊາວ​ກະສິກອນ​ທີ່​ເສຍ​ທີ່​ດິນ​ໃນ​​ແຕ່ລະ​ເດືອນ, ປັດຈຸບັນ​ມີ150​ຢວນຕໍ່​ເດືອນ. ​ແລະ​ຈະ​​ເພີ່ມ​ຂຶ້ນ​ໃນ​ຕໍ່​ໄປ. ຫຸ້ຍຈ້ຽນຜີ​ງພໍ​ໃຈ​ຫຼາຍ​ຕໍ່​ເລື່ອງ​ນີ້:

"ຮອດ​ອາຍຸ 60 ປີ​ກໍ​ໄດ້200​ຢວນຕໍ່​ເດືອນ, ຄ້າຍຄື​ກັບ​ກຳມະກອນ​ທີ່​ອອກ​ກິນ​ເບັ້ຍບຳນານ​ໃນ​ຕົວ​ເມືອງ, ​ພວກ​ເຮົາ​ບໍ່​ເຄີຍ​ຄິດວ່າ​ຈະ​ມີ​ເລື່ອງ​ແບບ​ນີ້​​ເລີຍ."

​ໃນ​ນະຄອນ​ຈ່ຽງອີ່​ນ, ມີ​ຊາວ​ກະສິກອນ​ຄື​ກັບ​ຫຸ້ຍຈ້ຽນຜີ​ງ​ເກືອບ2​ແສນ​ຄົນ​, ອົງການ​ປົກຄອງ​ໄດ້​ລົງທຶນ​ຫຼາຍຕື້​ຢວນ​ເພື່ອເລື່ອງ​ນີ້.

ຈີນ​ພວມ​ປັບປຸງລະບອບ​ກວດກາ​ນທີ່​ດິນ​ແຫ່ງ​ຊາດ​ໃຫ້​ສົມບູນ, ​ໄດ້​ຕັ້ງ​ກົມ​ກວດກາ​ທີ່​ດິນ​ຢູ່​9​ເຂດ​ຈຸດ​ໜັກເຊັ່ນ​ປັກ​ກິ່ງ ຊຽງ​ໄຮ້​ເປັນ​ຕົ້ນ, ​ເພື່ອ​ສືບ​ຕໍ່​ຄວບ​ຄຸມ​ທີ່​ດິນ​ກໍ່ສ້າງ​ຢ່າງ​ເຄັ່ງ​ຄັດ, ຮັກສາ​ດິນ​ປູກ​ຝັງ​ຂອງ​ຊົນນະບົດ. ອົງການ​ດັ່ງກ່າວ​ຈະ​ເຈາະ​ຈົງ​ກວດກາ​ສະພາບ​ການ​ທີ່​ອົງການ​ປົກຄອງ​ທ້ອງ​ຖິ່ນ​ປະຕິບັດ​ລະບອບ​ຮັກສາ​ດິນ​ປູກຝັງ​ແລະ​ສະພາບ​ການ​ທີ່​ປະຕິບັດ​ມາດຖານ​ຕ່ຳ​ສຸດກ່ຽວ​ກັບ​ການ​ຂາຍ​ທີ່​ດິນ​ໃຊ້​ໃນ​ອຸດສາຫະກ. ພ້ອມ​ກັນ​ນັ້ນ, ຈີນ​ຍັງ​ຈະ​ສືບ​ຕໍ່​ປະຕິບັດ​ລະບອບ​ຮັບຜິດຊອບການ​ຄຸ້ມ​ຄອງ​ທີ່​ດິນ​ຢ່າງ​ເຄັ່ງ​ຄັດ, ​ເອົາ​ອັດຕາ​ຄົ້ນ​ພົບ​ແລະ​ອັດຕາ​ສະກັດ​ກັ້ນ​ການ​ກະທຳ​ທີ່​ໃຊ້​ທີ່​ດິນ​ຜິດກົດໝາຍ​ເປັນ​ຕົວ​ເລກ​ຄາດໝາຍ​ສຳຄັນ​ໃນ​ການກວດ​ສອບ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ.

ທ່ານ​ຜູ່​ຟັງ​ທີ່​ຟັງ​ມາ​ນັ້ນ​ແມ່ນບົດ​ແຈ້ງ​ຂ່າວ​ເລື່ອງ​:ຈີນ​ຄວບ​ຄຸມ​ການ​ເກນ​ໃຊ້​ທີ່​ດິນ​ຢ່າງ​ເຄັ່ງຄັດ ຮັບປະ​ກັນ​ສິດ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະສິກອນ​ທີ່​ຖືກ​ເກນ​ໃຊ້​ທີ່​ດິນ. ລາຍການ​ບົດ​ແຈ້ງ​ຂ່າວ​ເສດຖະກິດ​ຂອງ​ຈີນກໍ​ຈົບລົງ​ພຽງ​ທໍ່​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>