ຜະລິດ​ຕະພັນ​ວັດທະນະທຳ​ຈີນ​ເຂົ້າສູ່​ໂລກ

(GMT+08:00) 2008-06-03 16:24:48 cri
-----------------------------------------------------------------------------------------------------------------

ໃນຫຼາຍປີ​ມາ​ນີ້, ອຸດສາຫະກຳ​ວັດທະນະທຳ​ຈີນ​ປະກົດ​ຕົວພະລັງ​ຊີວິດຢ່າງ​ຮຸ່ງ​ເຮືອງ, ຜະລິດຕະກຳ​ວັດທະນະທຳ​ຈຳ​ນວນ​ໜຶ່ງທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​​ບໍ່ພຽງ​ແຕ່​ໄດ້​ຮັບ​ຄວາມ​ນິຍົມ​ກັນຫຼາຍຢູ່​ພາຍ​ໃນ​ປະ​ເທດ​ຈີນ, ທັງ​ໄດ້​ອອກ​ໄປ​ສູ່​ໂລກ​ຢ່າງ​ຕໍ່​ເນື່ອງ, ​ແລະ​ໄດ້​ຮັບຄວາມ​ສົນ​ໃຈ​ນຳຫຼາຍຢູ່​ຕະຫຼາດຕ່າງປະ​ເທດ. ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ພັດທະນາ​ແລະ​ລະດັບ​ໂລກາ​ວິວັດ​ຍົກ​ສູງ​ຂຶ້ນ, ​ໃນ​ພາຍ​ໜ້າ, ຜູ້​ຊົມ​ຢູ່ຕ່າງປະ​ເທດຈະ​ມີ​ໂອກາດຫຼາຍກວ່າ​ເກົ່າ​ໄດ້​ເບິ່ງ​ຮູບ​ເງົາ​ຈີນ ອ່ານ​ປື້​ມຈີນ​ແລະ​ຊົມ​ການສະ​ແດງ​ສິລະ​ປະ​ຂອງ​ຈີນ. ​ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ກ່ຽວຂ້ອງ.

ທ້າຍ​ປີ​ກາຍ​ນີ້, ປັກ​ກິ່ງ​ໄດ້​ຈັດ​ງານມະຫະກຳ​ອຸດສາຫະກຳ​ປະດິດ​ຄຶດ​ແຕ່ງ​ວັດທະນະທຳ​ສາກົນ​ຄັ້ງທຳ​ອິດ. ຫົວໜ່ວຍ​ທີ່​ເຂົ້າຮ່ວມ​ການວາງ​ສະ​ແດງ​ທັງຫຼາຍ​ໄດ້​ຜ່ານ​ງານ​ມະຫະກຳ​ດັ່ງ​ກ່າວ​ນີ້​ສະ​ແດງ​ຜະລິດ​ຕະພັນ​ວັດທະນະທຳ​ທີ່​ມີ​ເອກະລັກພິ​ເສດ​ໃຫ້​ສາທາລະນະ​ຊົນ​ພາຍ​ໃນ​ຈີນ​ແລະ​ຕ່າງປະ​ເທດ, ​ເຮັດ​ໃຫ້​ຜູ້​ຊົມ​ໄດ້​ເບິ່ງ​ຈົນ​ຕາລາ​ຍ. ຢູ່​​ບ່ອນ​ວາງສະ​ແດງຂອງ​ແຂວງ​ຈີ​ລິນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ, ດົນຕີ​ພິມ​ບູຮານ​ທີ່​ກອງ​ສິລະ​ປະ​ຂອງ​ກຸ່ມ​ວັດທະນະທຳ​ຈົ່ງ​ເຈິ່ງ​ສະ​ແດງ​ນັ້ນ​ໄດ້​ດຶງ​ດູດ​ຜູ້​ຊົມ​ທັງຫຼາຍ. ທ່ານ​ວາງກ່ວງມິ​ງ ຜູ້ອຳນວຍການ​ໃຫຍ່​ຂອງ​ກຸ່ມ​ວັດທະນະທຳ​ຈົ່ງ​ເຈິ່ງ​ບອກ​ນັກ​ຂ່າວ​ວ່າ, ຫຼາຍອົງການ​ສະ​ແດງ​ຂອງ​ຕ່າງປະ​ເທດສົນ​ໃຈທີ່​ສຸດ​ນຳ​ດົນຕີ​ພື້ນ​ເມືອງ​ຈີນ. ທ່ານ​ເວົ້າວ່າ:

"​ເທື່ອ​ນີ້, ພວກ​ເຮົາ​ໄດ້​ຕາງໜ້າ​ແຂວງ​ຈີ​ລິນ​ເຂົ້າຮ່ວມ​ການວາງສະ​ແດງ, ຕົ້ນຕໍ​ແມ່ນ​ວາງສະ​ແດງ​ພີ​ມບູຮານ ​ເຄື່ອງ​ເສບ​ດົນຕີ​ຊົນ​ຊາດ​ຈີນ. ອົງການ​ສະ​ແດງ​ຈຳນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ແລະ​ເຢຍລະ​ມັນ​ເປັນຕົ້ນ​ໄດ້​ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ເບື້ອງຕົ້ນກັບ​ພວກ​ເຮົາ, ​ເຊີນ​ພວກ​ເຮົາ​ໄປສະ​ແດງ​ຢູ່​ປະ​ເທດ​ເຫຼົ່ານີ້, ທັງ​ດຳ​ເນີນ​ການສິດສອນ​ຢູ່​​ແຫ່ງ​ນັ້ນ."

ພີ​ມບູຮານ​ແມ່ນ​ເຄື່ອງ​ເສບ​ດົນຕີ​ທີ່​ບູຮານ​ກວ່າ​ໝູ່​ຂອງ​ຈີນ, ​ໄດ້​ຮັບ​ຄວາມ​ນິຍົມ​ກັນຫຼາຍຈາກ​ປະຊາຊົນ​ຈີນ.  ທ່ານ​ວາງ​ກ່ວງມີ​ງ​ເວົ້າວ່າ, ຫຼາຍປີ​ກ່ອນ, ກຸ່ມ​ວັດທະນະທຳ​ຈົ່ງ​ເຈິ່ງ​ໄດ້​ດຳ​ເນີນ​ການ​ຜະລິດ ຈຳໜ່າຍ ການສະ​ແດງ​​ແລະ​ການ​ອົບຮົມ​ຄູ​ສອນ​ພີ​ມບູຮານ. ​ໃນຫຼາຍປີ​ມາ​ນີ້, ຄະນະ​ສະ​ແດງ​ຂອງ​ກຸ່ມວັດທະນະທຳ​ຈົ່ງ​ເຈິ່ງ​​​ເກືອບໄປ​ຮອດ​ທົ່ວ​ເອີ​ລົບ, ບໍ່​ພຽງ​ແຕ່​ໄດ້​ຈັດການ​ສະ​ແດງ​ຢູ່ 30 ກວ່າ​ປະ​ເທດ​ເຊັ່ນ​ເຢຍລະ​ມັນ​ແລະ​ອັງກິດ​ເປັນຕົ້ນ, ຍັງ​ໄດ້​ຈັດ​ຊຸດ​ອົບຮົມ​ຢູ່​ທ້ອງ​ຖີ່​ນ, ​ສອນ​ຄົນ​ຕ່າງປະ​ເທດ​ຮຽນ​ພີ​ມບູຮານ.

ນັກທຸລະກິດທຽນ​ສິນ ​ເມືອງ​ພາກ​ເໜືອ​ຂອງ​ຈີນ​ທີ່​ເຂົ້າຮ່ວມ​ການວາງສະ​ແດງ​ໄດ້​ນຳ​ເອົາ​ພີ​ມບູຮານ​ທີ່​ໄດ້​ຮັບ​ການ​ປັບປຸງ​ໃໝ່ມາ​ວາງສະ​ແດງ. ທ່ານ​ເຫີ​ເວີນ​ມ້າວ ຜູ້​ຮັບຜິດຊອບ​ຂອງ​ພະ​ແນ​ກຜະລິດຕະກຳ​ຂອງ​ກົມ​ວັດທະນະທຳ​ນະຄອນ​ທຽນ​ສິນ​ບອກ​ນັກ​ຂ່າວ​ວ່າ, ພີ​ມບູຮານ​ທີ່​ປັບປຸງ​ໃໝ່​ນີ້​ສາມາດ​ແກ້​ໄຂ​ບັນຫາລະດັບ​ສຽງບໍ່​ຄົບ​ຂອງ​ພີ​ມບູຮານ​ທີ່​ດັ້ງ​ເດີມ, ​ໄດ້ຣັບຄວາມ​ສົນ​ໃຈຫຼາຍຈາກ​ຜູ້​ມາ​ວາງສະ​ແດງ. ມື້​ທຳ​ອິດ​, ​ເຂົາ​ເຈົ້າກໍ​ໄດ້​ເຊັນ​ສັນຍາ​ຈອງ​ຊື້ 9 ລ້ານ​ກວ່າ​ຢວນ.

ຕາມ​ສະ​ເໜີ​ວ່າ, ​ໃນຫຼາຍປີ​ມາ​ນີ້, ຜະລິດ​ຕະພັນ​ວັດທະນະທຳ​ທີ່​ມີ​​ເອກະລັກ​ເຂດ​ທຽນ​ສິນ​ໄດ້​ທະຍອຍ​ກັນ​ອອກ​ໄປຕ່າງປະ​ເທດ, ລາຍການ​ງີ້ວ​ແລະ​ກາຍຍະ​ສິນທີ່​ດີ​ເລີ​ດຫຼາຍໆ​ລາຍການ​ໄດ້​ເອົາ​ໄປສະ​ແດ​ງຢູ່​ຕ່າງປະ​ເທດ, ​ເຄື່ອງ​ສິລະ​ປະ​ຊົນ​ຊາດ​ດັ້ງ​ເດີມ​ຈຳນວນ​ໜຶ່ງ​ເຊັ່ນ ຮູບ​ພາບ​ຊາວ​ໜຸ່ມ​ຢາງ​ລິວ​ແລະ​ຄົນ​ປັ້ນດິນ​ສີ​ເປັນຕົ້ນກໍ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຕະຫຼາດຕ່າງປະ​ເທດ. ທ່ານ​ເຫີ​ເວີນ​ມ້າວ​​ແນະນຳ​ວ່າ:

"ຮູບ​ພາບ​ຊາວ​ໜຸ່ມ​ຢາງ​ລີ​ວ​ແລະ​ຄົນ​ປັ້ນດິນ​ນາມສະກຸນ​ຈ່າງ ​​ແມ່ນ​ເຄື່ອງສິລະ​ປະ​ຊົນ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ສຳນັກ​ຮູບ​ພາບ​ຊາວ​ໜຸ່ມ​ຢາງ​ລີ​ວ​ໄດ້​ເຮັດ​ໃຫ້ການ​ຄວັດ​ໄມ້​ກັບ​ການ​ແຕ້​ມປະສານ​ເຂົ້າກັນ, ຮູບ​ພາບ​ຂອງ​​ເຂົາ​ເຈົ້າ​ໄດ້​ມີ​ຜົນ​ສະທ້ອນ​ອັນ​ແນ່ນອນ​ໃນ​ຕະຫຼາດສາກົນ, ປີ​ໃດ​ກໍ​ມີ​ຜະລິດ​ຕະພັນ​ຈຳນວນ​ໜຶ່ງ​ສົ່ງ​ອອກ​ຂາຍ​ນອກ, ​​​ເຊັ່ນ​ສົ່ງ​ໄປ​ຂາຍ​ຢູ່​ຍີ່​ປຸ່ນ ສ.​ເກົາຫລີ​ແລະ​ປະ​ເທດ​ອາຊີ​ອາຄະ​ເນ."

​ໃນ​ງານ​ມະຫະກຳ, ​ເພງ​ພື້ນ​ເມືອງ​ ການ​ເຕັ້ນລຳ ​ແລະ​ງີ້ວ​ຄົນ​ໄມ້ຊັກດ້ວຍ​ສາຍທີ່​ມີ​​ເອກະລັກ​ທ້ອງ​ຖິ່ນ​ອັນ​ເຂັ້ມຂຸ້ນຂອງ​ແຂວງ​ສ້າ​ນຊີ່​ກໍ​ໄດ້​ດຶງ​ດູດ​ສາຍຕາ​ຂອງ​ຜູ້​ຊົມ​ທັງຫຼາຍ. ນັກ​ທຸລະ​ກິດ​ການສະ​ແດງ​ທີ່​ຮ່ວມ​ງານ​ສົນ​ໃຈ​ທີ່​ສຸດ​ນຳ​ຜະລິດ​ຕະພັນ​ວັດທະນະທຳ​ແຂວງ​ສ້າ​ນຊີ່, ນັກທຸລະກິດ​ການສະ​ແດງ​ອາ​ເມ​ລິ​ກາ​ແຫ່ງ​ໜຶ່ງ​ກໍ​ໄດ້​ສະ​ເໜີ​ວ່າ​ຈະ​ເອົາ​ງີ້ວ​ຄົນ​ໄມ້​ຊັກ​ດ້ວຍ​ສາຍ​ໄປສະ​ແດງ​ຢູ່​ອາ​ເມ​ລິ​ກາ.

​ໃນ​ງານ​ມະຫະກຳ​ຜະລິດ​ຕະກຳ​ການ​ປະດິດ​ຄຶດ​ແຕ່ງ​ວັດທະນະທຳ​ປັກ​ກິ່ງ, ຍັງ​ມີ​ຜະລິດ​ຕະພັນ​ວັດທະນະທຳ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ທີ່​ຕ່າງ​ກັນຫຼາຍໆປະ​ເພດ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ພະລັງ​ຊີວິດ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອຸດສາຫະກຳ​ວັດທະນະທຳ​ຂອງ​ຈີນ. ງານ​ມະຫະກຳ​ທີ່​ປັກ​ກິ່ງ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ນັ້ນ​ໄດ້​ກາຍ​ເປັນ​ສະຖານ​ທີ່​ອັນ​ດີງາມ​ທີ່​ຊຸກ​ຍູ້​ໃຫ້​ວັດທະນະທຳ​ຈີນ​ຍ່າງ​ໄປ​ສູ່​ໂລກ. ນອກຈາກ​ຈັດ​ງານ​ມະຫະກຳ​ຊະນິດ​ນີ້​ມາ​ວາງສະ​ແດງ​ຜະລິ​ດຕະພັນ​ວັດທະນະທຳ​ຈີນ​ແລ້ວ, ​ໃນ​ບາງ​ທ້ອງ​ຖິ່ນ​ຂອງ​ຈີນ​ຍັງ​ໄດ້ວາງ​ນະ​ໂຍບາຍ​ແລະ​ມາດ​ຕະການ​ຕ່າງໆ​ມາ​ອຸປະຖຳ​ການ​ພັດທະນາ​ຂອງ​ອຸດສາຫະກຳ​ວັດທະນະທຳ. ຕົວຢ່າງ​ຄື: ປັກ​ກິ່ງ​ໄດ້​ໃຫ້​ທຶນ​ຊ່ອຍ​ເຫຼືອ​ແກ່ວິ​ສາ​ຫະກິດ​ປະດິດ​ຄຶດ​ແຕ່ງ​ວັດທະນະທຳ​ນຳ​ເຂົ້າຜູ້​ຊ່ຽວຊານ​ຕ່າງປະ​ເທດ, ຫຼຸດຫຼືຍົກ​ເວັ້ນອາກອນ​ລາຍ​ໄດ້ ​ແລະ​ອາກອນ​ທຸລະ​ກິດ​ຕໍ່​ວິ​ສາ​ຫະກິດ​ປະດິດ​ຄຶດ​ແຕ່ງ​ວັດທະນະທຳ. ​ແຕ່​ປີ 2006 ​ເປັນຕົ້ນມາ, ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ຍັງ​ໄດ້​ສ້າງ​"ທຶນ​ຈຳ​ເພາະ​ກ່ຽວ​ກັບ​ການ​ພັດທະນາ​ອຸດສາຫະກຳ​ປະດິດ​ຄຶດ​ແຕ່ງ​ວັດທະນະທຳ", ​ແຕ່ລະ​ປີ​ລົງທຶນ 500 ລ້ານ​ຢວນ, ​ໃຊ້​ສຳລັບ​ການ​ສະໜັບສະໜູນ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ດຳ​ເນີນ​ການສະ​ແດງ​ສິລະ​ປະ, ພິມ​ຈຳໜ່າຍ​​ແລະ​ການ​ຄ້າ​ສິດ​ປະພັນ, ການ​ຜະລິດ​ແລະ​ແລກປ່ຽນ​​ຮູບ​ເງົາ​​ແລະ​ລະຄອນໂທລະພາບ, ການ​ຄົ້ນຄວ້າ​ຜະລິດກາ​ຕູນແລະ​​ເກ​ມ​ເນັດ​ເປັນຕົ້ນ.

ປັດຈຸບັນ, ຜະລິດ​ຕະພັນ​ວັດທະນະທຳ​ຈີນ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ປະຊາ​ຄົມ​ໂລກ​ເປັນ​ເທື່ອ​ລະ​ກ້າວ. ທ່ານ​ລີ​ຫວຍ​ລ້ຽງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ຄ້າ​ວັດທະນະທຳ​ກັບ​ຕ່າງປະ​ເທດ​ຂອງ​ມະຫາ​ວິທະຍາສາດ​ສື່​ມວນ​ຊົນ​ຈີນຮູ້ສຶກ​ຢ່າງ​ເລິກ​ເຊິ່ງ, ທ່ານ​ເວົ້າວ່າ:

​"​ໃນ​ງານ​ມະຫະກຳ​ປຶ້ມ​ສາກົນ​ຟຼານ​ຟອກ​ຄັ້ງທີ 58 ​ຂອງ​ເຢຍລະ​ມັນ​ທີ່​ຈັດ​ຂຶ້ນ​ໃນ​ປີ​ກາຍ​ນີ້, ການ​ຄ້າຂາຍ​ປື້​ມ​ແລະ​ລິ​ຂະ​ສິດ​ຂອງ​ຈີນ​ໄດ້​ປຽບ​ເປັນຄັ້ງທຳ​ອິດ, ພວກ​ເຮົາ​ໄດ້​ສົ່ງ​ອອກ​ລິ​ຂະ​ສິດ​ຂອງ​ປື້​ມ 600 ກວ່າ​ລາຍ. ນີ້​ແມ່ນມີ​ຄວາມ​ໝາຍ​ປະຫວັດສາດ,​ ​ແມ່ນ​ເລື່ອງ​ທີ່​ເປັນ​ໜ້າ​ຍ້ອງຍໍ."
​ເຖິງ​ວ່າ​ໃນຫຼາຍປີ​ມາ​ນີ້, ຜະລິດ​ຕະພັນ​ວັດທະນະທຳ​ຈີນ​ໄດ້​ຄ່ອຍໆ​ພົ້ນ​ເດັ່ນ​ອອກ​ຢູ່​ຕະຫຼາດສາກົນ, ​ແຕ່​ກຳລັງ​ແກ່ງ​ແຍ່ງ​ສັງ​ລວມຍັງ​ບໍ່​ແຂງ​ແຮງ​ປາຍ​ໃດ. ທ່ານ​ລີ​ຫວຍ​ລ້ຽງ​​ເຫັນ​ວ່າ, ສາ​ເຫດ​ແມ່ນ​ຍ້ອນ​ການ​ໝູນ​ເດີນ​ຜະລິດ​ຕະພັນ​ວັດທະ​ນະ​ທຳ​ຈີນ​ເປັນ​ແບບ​ການ​ຄ້າ​​ເລີ່​ມດຳ​ເນີນ​ອ່າວຊ້າ. ທ່ານ​ສະ​ເໜີ​ໃຫ້​ວິ​ສາ​ຫະກິດ​ຈີນ​ຕ້ອງ​ອອກ​ແຮງ​ໃນ​ສອງ​ດ້ານ​ຄື​ເນື້ອ​ໃນ​ແລະ​ຊ່ອງ​ທາງ, ບໍ່​ພຽງ​ແຕ່​​ເຮັດ​ໃຫ້​ເນື້ອ​ໃນ​ດີ​ເລີດ​ຂອງ​ວັດທະນະທຳ​ຈີນ​​ເຊື່ອມ​ໂຍງ​ເຂົ້າ​ໃນ​ຜະລິດ​ຕະພັນ, ພ້ອມ​ທັງ​ເຮັດ​ໃຫ້​ຜະລິດ​ຕະພັນ​ສອດຄ່ອງ​ກັບ​ຄວາມ​ນິຍົມ​ຊົມ​ເບິ່ງ​ຂອງ​ຄົນ​ຕ່າງປະ​ເທດ, ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ແລະ​ກົດ​ເກນ​ຂອງ​ຕະຫຼາດສາກົນ, ​ເຮັດ​ແນວ​ນີ້, ຈຶ່ງ​ສາມາດ​ເຮັດ​ໃຫ້​ຜະລິດ​ຕະພັນ​ວັດທະນະທຳ​ຈີນ​ໄດ້​ຮັບ​ຜົນງານ​ຈຳໜ່າຍ​ທີ່​ດີຫຼາຍ.

ທ່ານ​ຜູ້​ຟັງ, ທີ່​ຟັງ​ມານັ້ນ​ແມ່ນ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຜະລິດ​ຕະພັນ​ວັດທະນະທຳ​ຈີນ​ຍ່າງ​​ໄປ​ສູ່​ໂລກ. ລາຍການ​ແຈ້ງ​ຂ່າວ​ເສດຖະກິດ​ພາກ​ນີ້​ຂໍ​ຈົບ​ລົງທໍ່ນີ້, ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>