6 ​ເດືອນ​ຕົ້ນ​ປີ​ນີ້ GDP​ຂອງ​ຈີນ​ເພີ່ມ​ຂຶ້ນ 11,5%

(GMT+08:00) 2008-06-03 16:39:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI ​:​ໃນ 6 ​​ເດືອນ​ຕົ້ນປີ​ນີ້, ລວມຍອດ​ຜລິດ​ຕະພັນ​ພາຍ​ໃນ​ຫລື GDPຂອງ​ຈີນ​ແມ່ນ 10676 ຕື້ 800 ລ້ານ​ຢວນ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 11,5%, ສ້າງ​ສະຖິຕິ​ສູງ​ສຸດ​ໃນ 11 ປີ​ມາ​ນີ້.

ວັນ​ທີ 19 ກໍລະກົດ​ນີ້, ​ໃນ​ງານ​ຖະ​ແຫລງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ລີ​ສຽວ​ຊ່າວ ​ໂຄສົກ​ຖະ​ແຫລ​ງຂ່າວ​ຂອງກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ແຈ້ງ​ສະພາບ​ການຫມູນ​ເດີນ​ຂອງ​ເສດຖະກິດ​ໃນ 6 ​ເດືອນ​ຕົ້ນປີ​ນີ້.ທ່ານ​ກ່າວວ່າ, ​ໃນ 6 ​ເດືອນຕົ້ນປີ​ນີ້, ຈີນ​ໄດ້​ວາງ​ນະ​ໂຍບາຍສັບ​ຊ້ອນ​ຄວບ​ຄຸມ​ດ້ານ​ມະຫາ​ພາກ​ລະບົບ​ຫນຶ່ງ, ​ໃນ​ນັ້ນລວມທັງ​ການ​ຄວບ​ຄຸ​ມບໍ່​ໃຫ້ການ​ລົງທຶນ​​ໃນ​ຂະ​ແຫນງ​ອະສັງຫາລິມະ​ຊັບເພີ່ມ​ຂຶ້ນ​ໄວ​ເກີນ​ໄປ,​ໃຫ້​ການອຸ​ຫນູນແກ່​ຊາວ​ກະສິກອນ​ແລະ​ອື່ນໆ,ມາດ​ຕະການ​ເຫລົ່າ​ນີ້ໄດ້​ຊຸກ​ຍູ້​ໃຫ້​ເສດຖະກິດ​ເພີ່ມ​ຂຶ້ນ​ຢ່າງ​ບັງ​ເກີດຜົນ.ທ່ານ​ເວົ້າວ່າ, ຕົວ​ເລກ​ເສດຖະກິດ​ຫມູນ​ເດີນໃນ 6 ​ເ​ດືອນ ຕົ້ນປີນີ້​ສະ​ແດງ​ໃຫ້​ເຫນ​ວ່າການ​ບໍລິ​ໂພ​ກ​ໄດ້​ມີ​ການ​ປະກອບສ່ວນ​ນັບ​ມື້ນັບ​ຫລາຍ​ຂຶ້ນໃນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ.

ພ້ອມ​ກັນນັ້ນ,ທ່ານ​ລີ​ສຽວ​ຊ່າວ​ກ່າວ​ວ່າ, ປັດຈຸບັນ, ​ໃນ​ການຫມູນ​ເດີນຂອງ​ເສດຖະກິດ​ຈີນ, ​ລາຍ​ຮັບ​ລາຍ​ຈ່າຍທາງ​ສາກົນ​ຍັງ​ບໍ່​ກ້ຳ​ເກິ່ງ​ກັນ, ລາຄາ​ອາຫານ​ຖີບ​ຕົວສູງ​ຂຶ້ນ​ຫລາຍ,ການ​ປະຢັດ​ພະລັງງານ​ແລະ​ຫລຸດ​ການລະບາຍ​ອາຍ​ພິດເຮືອນ​ແກ້ວ​ໄດ້​ປະ​ເຊີນ​ກັບ​ແຮງ​ກົດ​ດັນຫນັກຫນ່ວງ​ສົມຄວນແລະ​ບັນຫາ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>