ການເຜີຍແຜ່ກະສິກຳແບບປະຢັດນ້ຳໄດ້ຮັບຜົນປະໂຫຍດຫຼາຍ
-----------------------------------------------------------------------------------------------------------------
ສະບາຍດີທ່ານຜູ້ຟັງ, ກະສິກຳແມ່ນຂະແໜງການໃຊ້ນ້ຳຫຼາຍກວ່າໝູ່ຂອງຈີນ, ປະລິມານໃຊ້ນ້ຳກວມ 64% ຂຶ້ນໄປຂອງຍອດປະລິມານໃຊ້ນ້ຳຂອງທົ່ວປະເທດຈີນ, ແຕ່ອັດຕາໃຊ້ນ້ຳຢ່າງບັງເກີດຜົນພັດບໍ່ຮອດເຄິ່ງໜຶ່ງ. ໃຕ້ສະພາບການທີ່ຊັບພະຍາກອນນ້ຳຂາດເຂີນຢ່າງໜັກໜ່ວງ, ຫຼາຍເຂດຂອງຈີນເລີ່ມເຜີຍແຜ່ກະສິກຳແບບປະຢັດນ້ຳ, ພະຍາຍາມໄດ້ຮັບຜົນປະໂຫຍດດ້ານກະສິກຳຫຼາຍກວ່າເກົ່າໃຕ້ກໍລະນີທີ່ປະຢັດນ້ຳ. ແຕ່ໃດມາ, ພາກເໜືອກໍເປັນເຂດທີ່ອ່າວແຫ້ງແລ້ງຂອງຈີນ, ໃນລາຍການແຈ້ງຂ່າວເສດຖະກິດມື້ນີ້, ພວກເຮົາຂໍພາທ່ານໄປທ່ຽວຊົນນະບົດທີ່ຢູ່ພາກເໜືອຂອງຈີນ, ເພື່ອຊອກຮູ້ສະພາບການພັດທະນາຂອງກະສິກຳແບບປະຢັດນ້ຳໃນທ້ອງຖິ່ນ.
ຢູ່ບ້ານຕົ່ງລຽງຕາແສງຊີນຈ່ວງເມືອງຈ່າວຢວນແຂວງຊ່ານຕົ່ງ, ພໍ່ເຖົ້າລິວຊີງລ້ຽງ ອາຍຸ 65 ປີໄດ້ບົວລະບັດສວນໝາກອະງຸ່ນ 30 ກວ່າເຮັກຕາ. ຍ່າງເຂົ້າສວນໝາກອະງຸ່ນຂອງລາວ, ກໍໄດ້ເຫັນຢູ່ຂອບອາງຸ່ນແຕ່ລະແຖວໄດ້ຕິດຕັ້ງທໍ່ຢາງນ້ອຍໆ, ທໍ່ມີຫຼາຍຮູນ້ອຍ, ຢອດນ້ຳໄດ້ຕົກຈາກຮູແລ້ວຊືມເຂົ້າດິນ. ພໍ່ເຖົ້າລິວຊີງລ້ຽງບອກນັກຂ່າວວ່າ, ລາວໄດ້ໃຊ້ເຕັກນິກນ້ຳຢອດທີ່ກ້າວໜ້າກວ່າໝູ່ຂອງໂລກ.
(ສຽງ1)
"ໂດຍສະເພາະແມ່ນໝາກອະງຸ່ນ, ມັນບໍ່ເໝາະໃຊ້ການສາດນ້ຳແຮງ. ຮາກອະງຸ່ນຢູ່ໃຕ້ດິນ 20 ຊັງຕີແມັດແມ່ນໃຫຍ່ໄວກວ່າໝູ່, ຂ້ອຍໃຊ້ຝຸ່ນເຄມີກໍຄວນໃຊ້ຢູ່ລະຫວ່າງ 20 ຊັງຕີແມັດ, ສະນັ້ນ, ຂ້ອຍໃຊ້ນ້ຳຢອດເຮັດໃຕ້ດິນ 20 ຊັງຕີແມັດປ່ຽກໝົດ, ເຮັດໃຫ້ຝຸ່ນເຄມີບໍ່ສາມາດຊື່ມເຂົ້າຊັ້ນລຸ່ມ."
ພໍ່ເຖົ້າລິວຊີງລ້ຽງເວົ້າວ່າ, ລາວເລີ່ມປູກອະງຸ່ນເມື່ອປີ 2000 ເປັນຕົ້ນມາ, ຫຼັງຈາກນັ້ນສອງປີຈຶ່ງໃຊ້ອູປະກອນນ້ຳຢອດ. ແຕ່ເດີມ, ແຕ່ລະເຮັດຕາໄດ້ຮັບຜົນຜະລິດ 60 ກິໂລ, ປັດຈຸບັນພັດສາມາດບັນລຸເຖິງ 120 ກິໂລ, ເມື່ອໃຊ້ອຸປະກອນນ້ຳຢອດແລ້ວເຮັດໃຫ້ໝາກຜົນໄດ້ຍົກສູງຂຶ້ນເກືອບ 1 ເທົ່າຕາມແຕ່ລະເຮັດຕາ.
ນ້ຳຢອດແມ່ນວິທີຫົດນ້ຳແບບປະຢັດທີ່ກວ້າໜ້າ, ແຕ່ຕົ້ນທຶນອ່າວສູງ, ຊາວກະສິກອນສ່ວນຫຼາຍຈະຫາບແບກອິດສະຫຼະຍາກ. ສະນັ້ນ, ບໍລິສັດຜະລິດຕະພັນກະສິກຳແລະການຮ່ວມມືຊົນນະບົດກໍໄດ້ກາຍເປັນວິທີທົ່ວໄປທີ່ເຜີຍແຜ່ເຕັກນິກດັ່ງກ່າວໃນຈີນປັດຈຸບັນ. ອຸປະກອນນ້ຳຢອດໃນສວນອະງຸ່ນຂອງພໍ່ເຖົ້າລີວຊີງລ້ຽງກໍແມ່ນບ້ານຕົ່ງລຽງກັບບໍລິສັດ"ຟູ້ຟ່າຈົ່ງຈີ້"ຂອງສີງກະໂປພ້ອມກັນລົງທຶນມາສ້າງສຳເລັດ. ໝາກອະງຸ່ນທີ່ມີຄຸນນະພາບສູງທີ່ຜະລິດຈາກສວນດັ່ງກ່າວແມ່ນໃຫ້ບໍລິສັດ"ຟູ້ຟ່າຈົ່ງຈີ້"ເກັບຊື້ໝົດທັງສົ່ງອອກໄປຕ່າງປະເທດ, ເຮັດແນວນີ້, ບໍລິສັດແລະຄອບຄົວຊາວກະສິກອນລ້ວນແຕ່ໄດ້ຮັບຜົນປະໂຫຍດ. ຕາມການສະຖິຕິຢ່າງບໍ່ຄົບຖ້ວນ, ປັດຈຸບັນ, ນາສວນທີ່ໃຊ້ເຕັກນິກນ້ຳຢອກຂອງຈີນໄດ້ຫຼາຍກວ່າ 8 ແສນເຮັກຕາແລ້ວ.
ເມື່ອເລົ່າເຕັກນິກນ້ຳຢອດທີ່ກ້າວໜ້າແລ້ວ, ພວກເຮົາມາຊອກຮູ້ການໃຊ້ບັດICໃນການລະບາຍປະຢັດນ້ຳ. ປັດຈຸບັນ, ບັດICໄດ້ໝູນໃຊ້ເລື້ອຍໆໃນຊີວິດປະຈຳວັນຂອງພວກເຮົາແລ້ວ, ແຕ່ມັນມີການພົວພັນແນວໃດກັບການລະບາຍນ້ຳໃສ່ນາສວນ? ພວກເຮົາໄປຮອດບ້ານສຽວອູເມືອງຊີງສູແຂວງຊ່ານຊີກໍຈະເຂົ້າໃຈໂລດ.
ບ້ານສຽວອູມີດິນປູກຝັງ 370 ກວ່າເຮັດຕາ, ໃນບ້ານທີ່ຕັ້ງຢູ່ເຂດແຫ້ງແລ້ງດັ່ງກ່າວນີ້, ສິ່ງທີ່ເຄີຍເຮັດໃຫ້ໂຫວຈົ່ງສີ ຮອງນາຍບ້ານເຈັບຫົວທີ່ສຸດນັ້ນກໍແມ່ນເກັບຄ່ານ້ຳ. (ສຽງ 2)
"ຍ້ອນບໍ່ມີນ້ຳຫົດ, ອ້າຍນ້ອງຄີງໆກໍຈະຜິດກັນ, ເພາະວ່າ, ຖ້າມີນ້ຳຫົດນາ ຈະເກັບກ່ຽວໄດ້ຜົນ, ຖ້າມື້ແຫ້ງແລ້ງບໍ່ມີນ້ຳຫົດ, ກໍຈະບໍ່ມີຜົນເກັບກ່ຽວ."
ປັດຈຸບັນ, ໂຫວຈົ່ງສີຈະບໍ່ຕ້ອງເປັນຫ່ວງນຳເລື່ອງນີ້ແລ້ວ. ຕາມແນະນຳວ່າ, ແຕ່ກ່ອນ, ບ້ານສຽງອູໃຊ້ນ້ຳບໍ່ໄປຫົດ, ຜ່ານຄອງນ້ຳເທິງໜ້າດິນແລ້ວໃຫ້ນ້ຳໄຫຼເຂົ້ານາສວນ, ໃນເວລານ້ຳໄຫຼຜ່ານກໍເສຍນ້ຳຫຼາຍ; ປີ 2003, ທາງບ້ານໄດ້ຕັ້ງລະບົບເກັບຄ່ານ້ຳດ້ວຍບັດIC, ແຕ່ລະຄອບຄົວມີບັດICນ້ຳບັດໜຶ່ງ, ອັນໄດ້ແກ້ໄຂບັນຫາເກັບຄ່ານ້ຳຍາກຢ່າງບັງເກີດຜົນ. ພ້ອມກັນນັ້ນ, ທາງບ້ານຍັງໄດ້ແປງການສົ່ງນ້ຳຕາມຄອງນ້ຳໜ້າດິນເປັນທໍ່ໃຕ້ດິນ, ໄດ້ເຮັດໃຫ້ອາຍນ້ຳເສຍຫຼຸດໜ້ອຍລົງ; ຍັງແນະນຳມາດຕະການປະຢັດນ້ຳຊະນິດຕ່າງໆໃຫ້ຊາວນາ. ແຕ່ກ່ອນ, ຄອບຄົວຊາວນາໃນບ້ານສຽວອູມີລາຍໄດ້ພຽງຫຼາຍພັນຢວນຕໍ່ນັ້ນ, ດຽວນີ້, ຍ້ອນການເຜີຍແຜ່ເຕັກນິກປະຢັດນ້ຳ, ຊາວບ້ານທັງຫຼາຍໄດ້ເປີດກວ້າງເນື້ອທີ່ປູກຜັກ, ໃນສອງປີມານີ້, ສະເລ່ຍແລ້ວແຕ່ລະຄອບຄົວໄດ້ມີລາຍໄດ້ກາຍໝື່ນຢວນ.
ການໃຊ້ເຕັກນິກລະບາຍແບບປະຢັດນ້ຳໄດ້ເຮັດໃຫ້ຊາວນາທັງຫຼາຍຫັນປ່ຽນການປູກຝັງ. ໃນເມືອງຊີງສູແຂວງຊ່ານຊີມີບ້ານໜຶ່ງຊື່ຕົ່ງນານຟາງ, ແຕ່ກ່ອນ ແຫ່ງນີ້ໄດ້ປູກເຂົ້າແບຼແລະເຂົ້າສາລີໝົດ, ສະເລ່ຍແລ້ວແຕ່ລະເຮັກຕາມີລາຍໄດ້ 13 ຢວນທໍ່ນັ້ນ. ນາຍບ້ານຊື່ຢາງເຊີ້ງລີ້ ໄດ້ເຫັນວ່າການປູກທັນຍາຫານຢູ່ດິນແຫ້ງແລ້ງຈະບໍ່ມີລາຍໄດ້ດີ, ເລີຍນຳພາຊາວບ້ານປູກຫຍ້າ"ມູ້ຊູ້" ຫຍ້າລ້ຽງສັດທີ່ປະຢັດນ້ຳຫຼາຍ, ທັງໃຊ້ອຸປະກອນສາດນ້ຳທີ່ປະຢັດນ້ຳ. ຢ່າງເຊີ້ງລີ້ເວົ້າວ່າ: (ສຽງ 3)
"ການເຮັດແນວນີ້ໄດ້ເຮັດໃຫ້ຊາວນາມີລາຍໄດ້ເພີ່ມຂຶ້ນ. ແຕ່ກ່ອນໜຶ່ງໂມມີລາຍໄດ້ 200 ຢວນທໍ່ນັ້ນ, ພາຍຫຼັງປ່ຽນເຄື່ອງປູກແລ້ວ, ຫຍ້າລ້ຽງສັດແລະກົກໝາກໄມ້ ແຕ່ລະໂມມີລາຍໄດ້ 500 ຢວນຕໍ່ປີ. ຫຍ້າລ້ຽງສັດທີ່ພວກເຮົາປູກໃນປັດຈຸບັນມີ 130 ກວ່າເຮັກຕາ, ໃຊ້ການຄຸ້ມຄອງແບບບໍລິສັດໝົດ."
ຍອກຈາກເຜີຍແຜ່ເຕັກນິກລະບາຍນ້ຳແບບປະຢັດທີ່ກ້າວໜ້າແລ້ວ, ເຂດກະສິກຳສ່ວນຫຼາຍຂອງຈີນພວມທົດລອງສ້າງເປົ້າແບບຄຸ້ມຄອງຊັບພະຍາກອນນ້ຳແບບໃໝ່. ຢູ່ເຂດລະບາຍນ້ຳເຈຍມາໂຄວຂອງແຂວງຊ່ານຊີ່, ນັກຂ່າວໄດ້ຮູ້ວ່າ ທ້ອງຖິ່ນນັ້ນພວມເຜີຍແຜ່ເປົ້າແບບຄຸ້ມຄອງນ້ຳທີ່ຊື່ວ່າ"ກິດຈະກຳແສງຕາເວັນ". ເນື້ອໃນຕົ້ນຕໍຂອງເປົ້າແບບດັ່ງກ່າວນີ້ແມ່ນ: ຊາວບ້ານຜ່ານການເລືອກຕັ້ງສ້າງສະມາຄົມໃຊ້ນ້ຳ, ໃຫ້ສະມາຄົມມາແຈກຢາຍຊັບພະຍາກອນນ້ຳ, ຮັບໃຊ້ຊາວກະສິກອນ, ທັງປະກາດຄ່ານ້ຳ ບໍລິມາດນ້ຳໄຫຼ ແລະເວລາສົ່ງນ້ຳໃຫ້ຊາວບ້ານໝົດທຸກຄົນຮູ້.
ປັດຈຸບັນ, ເນື້ອທີ່ນາສວນທີ່ລະບາຍນ້ຳແບບປະຢັດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍຢູ່ຈີນ, ແຕ່ການລົງທຶນບໍ່ພໍຍັງແມ່ນບັນຫາໃຫຍ່ກວ່າໝູ່. ທ່ານລີຢວນຮວາ ຮອງຫົວໜ້າກົມຊົນລະປະທານຊົນນະບົດຂອງກະຊວງຊົນລະປະທານຈີນໃຫ້ສຳພາດຕໍ່ນັກຂ່າວວ່າ: (ສຽງ 5)
"ຍ້ອນສະເລ່ຍແລ້ວ ດິນປູກຝັງຂອງຊາວນາໜ້ອຍ, ກະສິກຳທຸລະກິດແບບກະຈາຍ, ພ້ອມທັງກິດຈະກຳປະຢັດນ້ຳທາງດ້ານກະສິກຳກໍບໍ່ສາມາດອາໄສຄອບຄົວໃດຄອບຄົວໜຶ່ງ, ຫຼືບ້ານໃດໜ່ວຍໃດກໍສາມາດແກ້ໄຂໄດ້, ສະນັ້ນ, ຄວາມສາມາດຂອງຊາວກະສິກອນລົງທຶນຕິດຕັ້ງການລະບາຍແບບປະຢັດນ້ຳສ່ວນຕົວນັ້ນແມ່ນຈຳກັດທີ່ສຸດ."
ທ່ານລີຢວນຮວາເວົ້າວ່າ, ກະຊວງຊົນລະປະທານຈີນຈະຕັ້ງໜ້າອອກແບບໃຫ້ດີ, ແລະຊັກນຳສັງຄົມເພີ່ມການລົງທຶນ, ແກ້ໄຂບັນຫາປະຢັດນ້ຳໃນເຂດຜະລິດທັນຍາຫານຕົ້ນຕໍ ເຂດຂາດນ້ຳຢ່າງໜັກໜ່ວງແລະເຂດທຸກຍາກ, ຊັກນ້ຳແລະສົ່ງເສີມໃຫ້ຊາວກະສິກອນໃຊ້ເຕັກນິກໃໝ່ດ້ານການປະຢັດນ້ຳ ເພື່ອເຮັດໃຫ້ຊາວນາມີລາຍໄດ້ເພີ່ມຂຶ້ນ.
ທ່ານຜູ້ຟັງ, ທີ່ຟັງມານັ້ນແມ່ນບົດແຈ້ງຂ່າວທີ່ພາດຫົວເລື່ອງວ່າ: ການເຜີຍແຜ່ກະສິກຳແບບປະຢັດນ້ຳໄດ້ຮັບຜົນປະໂຫຍດຫຼາຍ. ລາຍການແຈ້ງຂ່າວເສດຖະກິດມື້ນີ້ຂໍຈົບລົງທໍ່ນີ້, ສະບາຍດີ.