ກິ່ງແຂວງເອີ່ນຊື່ແຂວງຫູໄປອອກແຮງຊຸກຍູ້ການຜະລິດແກັດຊີວະພາບແບບໝູນວຽນ
-----------------------------------------------------------------------------------------------------------------
ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ້ຟັງທີ່ໂຄລົບ, ກິ່ງແຂວງປົກຄອງຕົນເອງເອີ່ນຊື່ເຜົ່າຖູເຈ່ຍເຜົ່າມົ້ງ ແຂວງຫູໄປ ທາງພາກກາງຂອງຈີນ ແມ່ນຕັ້ງຢູ່ເຂດພູດອຍທີ່ຫ່າງໄກສອກຫຼີກ, ການໄປມາບໍ່ສະດວກປານໃດ, ເສດຖະກິດພັດທະນາອ່າວຫຼ້າຫຼັງ. ໃນຫຼາຍປີມານີ້, ກິ່ງແຂວງປົກຄອງຕົນເອງເອີ່ນຊື່ຜ່ານຈາກການອອກແຮງຊຸກຍູ້ການຜະລິດແກັດຊີວະພາບແບບໝູນວຽນ, ບໍ່ພຽງແຕ່ໄດ້ປັບປຸງສິ່ງແວດລ້ອມຊີວະພາບເທົ່ານັ້ນ, ຫາກຍັງຊຸກຍູ້ການຜະລິດກະສິກຳອີກ, ເຮັດໃຫ້ຊີວິດການເປັນຢູ່ຂອງຊາວກະສິກອນກໍນັບມື້ນັບຮັ່ງມີຂຶ້ນ. ໃນລາຍການເສດຖະກິດຈີນພາກນີ້, ພວກເຮົາຈະລົມກັບທ່ານກ່ຽວກັບເນື້ອໃນດັ່ງກ່າວ.
ທີ່ທ່ານພວມຟັງຢູ່ນີ້ ແມ່ນ "ເພງຍົກຈອກດຶ່ມ" ທີ່ຮ້ອງໂດຍນ້ອງສາວເຜົ່າຖູເຈ່ຍ ກິ່ງແຂວງປົກຄອງຕົນເອງເອີ່ນຊື່ເຜົ່າຖູເຈ່ຍເຜົ່າມົ້ງ, ນາງພວມຕ້ອນຮັບແຂກທີ່ເດີນທາງໄກ ດ້ວຍສຽງເພງທີ່ອ່ອນຫວານ.
ກິ່ງແຂວງປົກຄອງຕົນເອງເອີ່ນຊື່ເຜົ່າຖູເຈ່ຍເຜົ່າມົ້ງ ແມ່ນສ້າງຕັ້ງຂຶ້ນເມື່ອຊຸມປີ 1980, ເນື້ອທີ່ກວ້າງ 2 ໝື່ນ 4000 ກິໂລຕາແມັດ, ປະຊາກອນມີ 3 ລ້ານ 8 ແສນກວ່າຄົນ, ໃນນັ້ນ ກວ່າເຄິ່ງໜຶ່ງແມ່ນ 27 ເຜົ່າສ່ວນໜ້ອຍ ເຊັ່ນເຜົ່າຖູເຈ່ຍ ເຜົ່າມົ້ງແລະເຜົ່າຕົ້ງເປັນຕົ້ນ.
ສຽງເພງແລະການຟ້ອນຂອງຊົນເຜົ່າສ່ວນໜ້ອຍຢູ່ເອີ່ນຊື່ ແມ່ນລືຊື່ຢູ່ເຂດອ້ອມຂ້າງ, ຢູ່ເຂດນີ້ ເພິ່ນວ່າ "ທະແນມແຕ່ເວົ້າເປັນ ກໍຮ້ອງເພງເປັນ, ທະແນມແຕ່ຍ່າງເປັນ ກໍຟ້ອນເປັນ". ນອກນີ້, ຢູ່ເຂດນີ້ຍັງມີພາບວິວທີວທັດທຳມະຊາດທີ່ສວຍງາມ, ອັດຕາປ່າໄມ້ປົກຫຸ້ມບັນລຸເຖິງ 67%. ຕາມທຳມະດາແລ້ວ, ເຂດທີ່ທີວທັດສວຍງາມຄືແນວນີ້ ກໍນັບວ່າແມ່ນສວນສະຫວັນໃນໂລກມະນຸດ, ແຕ່ຢູ່ຈີນ ເຂດເອີ່ນຊື່ພັດແມ່ນເຂດທຸກຍາກໜຶ່ງໃນທົ່ວປະເທດ. ຍ້ອນຢູ່ເຂດພູດອຍ, ການໄປມາບໍ່ສະດວກ, ການພັດທະນາຂອງອຸດສາຫະກຳແລະກະສິກຳຈຶ່ງຫຼ້າຫຼັງ, ລາຍຮັບສະເລ່ຍຕໍ່ຫົວຄົນຕໍ່ປີໃນເຂດນີ້ ຍັງບໍ່ຮອດ 1800 ຢວນ.
ກ່ອນນີ້ 4 ປີ, ເຂດເອີ່ນຊື່ເລີ່ມເຜີຍແຜ່ຮູບແບບການຜະລິດແກັດຊີວະພາບແບບໝູນວຽນ ຢ່າງຂະໜາດໃຫຍ່. ປະຊາຊົນທ້ອງຖິ່ນນັ້ນ ນຳໃຊ້ຂີ້ຂອງສັດແລະຄົນມາຜະລິດແກັດຊີວະພາບ, ໃຊ້ເປັນວັດຖຸເຊື້ອໄຟໃນການຕົ້ມເຂົ້າແລະຕົ້ມນ້ຳຮ້ອນເພື່ອອາບນ້ຳ; ໃນການຜະລິດແກັດຊີວະພາບ, ຍັງໄດ້ຝຸ່ນຄອກໃຊ້ມາປູກພືດຊະນິດຕ່າງໆ ເຊັ່ນ ຕົ້ນຊາ ຜັກ ແລະອື່ນໆ. ເຮັດແນວນີ້, ສາມາດ ປະຢັດລາຍຈ່າຍ, ແລະກໍສາມາດປັບປຸງເງື່ອນໄຂສາທາລະນະສຸກໃນຊົນນະບົດທ້ອງຖິ່ນນັ້ນໄດ້ອີກ.
ທ່ານຫູຢົງຈ່ຽງທີ່ອາຍຸ 58 ປີ ແມ່ນຜູ້ຊ່ຽວຊານດ້ານແກັດຊີວະພາບທີ່ມີຊື່ສຽງດົງດັງຂອງຈີນ. ທ່ານເຫັນວ່າ, ແຕ່ກ່ອນ, ມີຊາວຕົວເມືອງສ່ວນໜ້ອຍທີ່ສຸດ ທີ່ສາມາດລື້ງກັບເງື່ອນໄຂສາທາລະນະສຸກຂອງຫ້ອງນ້ຳໃນທ້ອງຖິ່ນນັ້ນ. ທ່ານເວົ້າວ່າ:
"ຜູ້ເຮັດວຽກໃນຕົວເມືອງມັກເວົ້າວ່າ, ຢູ່ຊົນນະບົດ ພູຂຽວສົດງົດງາມ ນ້ຳກໍສະອາດ ຍັງມີຄົນດີອີກ, ເປັນຫຍັງຜູ້ເຮັດວຽກໃນຕົວເມືອງບໍ່ຍິນດີໄປຊົນນະບົດ? ບໍ່ແມ່ນພໍ່ແມ່ປະຊາຊົນບໍ່ອົບອຸ່ນ, ກໍບໍ່ແມ່ນຕ້ອນຮັບບໍ່ດີ, ຍິ່ງບໍ່ແມ່ນພູບໍ່ຂຽວ ນ້ຳບໍ່ສະອາດ, ຫາກແມ່ນສະພາບອະນາໄມຂອງຫ້ອງນ້ຳຂີ້ຮ້າຍ. ພວກເຂົາເຈົ້າໄປຮອດຊົນນະບົດ ກໍຢ້ານເຂົ້າຫ້ອງນ້ຳທີ່ສຸດເລີຍ."
ແຕ່ພາຍຫຼັງພວກຊາວກະສິກອນສ້າງອ່າງບົ່ມແກັດຊີວະພາບແລ້ວ, ສະພາບອະນາໄມທ້ອງຖິ່ນນັ້ນ ໄດ້ມີການປ່ຽນແປງຢ່າງໃຫຍ່, ໃນຊົນນະບົດ ບໍ່ໄດ້ເຫັນຫ້ອງນ້ຳທີ່ເປື້ອນເປິອີກແລ້ວ. ປັດຈຸບັນ, ຊາວທ້ອງຖິ່ນໃຊ້ທໍ່ເຊື່ອມຕໍ່ອ່າງບົ່ມແກັດຊີວະພາບ ຫ້ອງອາບນ້ຳ ແລະຫ້ອງແຕ່ງກິນເຂົ້າກັນ, ບໍ່ພຽງແຕ່ສາມາດໃຊ້ແກັດມາຕົ້ມນ້ຳຮ້ອນເພື່ອອາບນ້ຳໄດ້ ຍັງໃຊ້ມາຕົ້ມເຂົ້າໄດ້ອີກດ້ວຍ.
ນາງຖານກຸ້ຍອິ່ງ ຊາວກະສິກອນບ້ານສຽວລ້າປີ້ເມືອງສຽນເຟິ່ງກິ່ງແຂວງເອີ່ນຊື່ບອກນັກຂ່າວວ່າ, ແກັດໃຊ້ໄດ້ໃນຫຼາຍດ້ານ, ສ້າງອ່າງບົ່ມແກັດຊີວະພາບອ່າງໜຶ່ງ, ສາມາດແກ້ໄຂບັນຫາໄດ້ບໍ່ໜ້ອຍ. ນາງເວົ້າວ່າ:
"ຄືວ່າການຕົ້ມເຂົ້າ ແຕ່ງກິນ ຕົ້ມນ້ຳກິນ, ຕົ້ມນ້ຳຮ້ອນທີ່ໃຊ້ອາບນ້ຳ ແລະອື່ນໆ, ແກັດໃຊ້ໄດ້ໃນຫຼາຍດ້ານ. ແຕ່ກ່ອນ, ເຖິງວ່າອາກາດໜາວ ກໍຕ້ອງໄປນອກເອົາຟືນ. ດຽວນີ້ໃຊ້ແກັດ, ບໍ່ຕ້ອງຂຶ້ນພູໄປເອົາຟືນອີກແລ້ວ. ສະດວກສະບາຍ! ເມື່ອກັບເຮືອນແລ້ວ ເປີດສະວິກກໍແຕ່ງກິນໄດ້ໂລດ, ຫາກບໍ່ຕ້ອງເສຍຄ່າຊ້ຳ!"
ຕາມແນະນຳວ່າ, ລະບົບໝູນວຽນແກັດຊີວະພາບ ນອກຈາກສາມາດໃຊ້ໃນຊີວິດປະຈຳວັນແລ້ວ, ກໍສາມາດໃຊ້ໃນການຜະລິດໄດ້ອີກດ້ວຍ. ຊາວກະສິກອນເຂດເອີ່ນຊື່ກໍມັກໃຊ້ເຄື່ອງເສດທີ່ກຳເນີດຈາກການບົ່ມແກັດຊີວະພາບເປັນຝຸ່ນຄອກ, ໃຊ້ໃນການປູກຕົ້ນຊາ, ມີປະສິດທິຜົນບໍ່ດ້ອຍກວ່າຝຸ່ນເຄມີຈັກດີ້. ທ່ານຫູຢົງຈ່ຽງ ຜູ້ຊ່ຽວຊານດ້ານແກັດຊີວະພາບໄດ້ແນະນຳຄວາມດີຂອງການນຳໃຊ້ເຄື່ອງເສດແກັດຊີວະພາບ. ທ່ານເວົ້າວ່າ:
"ອາໄສແຕ່ຝຸ່ນເຄມີແລະຝຸ່ນຄອກ ຈະມີການເຊື່ອມພິດສິ່ງແວດລ້ອມ. ເຄື່ອງເສດແກັດຊີວະພາບແມ່ນຝຸ່ນທີ່ມີອີນຊີ, ປ້ອນໃສ່ກົກຕົ້ນຊາເທື່ອໜຶ່ງ ຈະຮັກສາປະສິດທິຜົນໄດ້ເຖິງ 5 ປີ. ເນື່ອງຈາກນ້ຳບົ່ມແກັດຊີວະພາບມີທາດບຳລູງທີ່ເຄື່ອງປູກຂອງຝັງຕ້ອງການ ເຊັ່ນ ອາມີໂນອາສິດ ເປັນຕົ້ນ, ສະນັ້ນ ເຄື່ອງປູກຂອງຝັງເຕີບໃຫຍ່ໄວ. ຖ້າທຽບກັບການໃຊ້ຂີ້ສັດແລະຄົນແລ້ວ, ໃຊ້ນ້ຳບົ່ມແກັດຊີວະພາບຈະໄດ້ຜົນດີກວ່າ, ຈະເດັດໃບຊາໄດ້ກ່ອນໄຕມາດໜຶ່ງ, ລາຍໄດ້ຂອງຊາວກະສິກອນກໍຈະເພີ່ມຂຶ້ນ."
ທ່ານລີຊິ້ງໂກ ຮອງເລຂາພັກເມືອງເອີ່ຊື່ເຫັນວ່າ, ຊາວກະສິກອນນຳໃຊ້ແກັດຊີວະພາບ ແມ່ນເລື່ອງດີ ທີ່ເກືອບບໍ່ຕ້ອງເສຍຄ່າແຕ່ໄດ້ຮັບຜົນປະໂຫຍດ. ທ່ານໄດ້ຄິດໄລ່ໃຫ້ນັກຂ່າວວ່າ: ຊາວກະສິກອນສ້າງອ່າງບົ່ມແກັດຊີວະພາບອ່າງໜຶ່ງ ໃຊ້ເງິນປະມານ 1600 ຢວນ, ໃນນັ້ນ ອຳນາດການປົກຄອງໃຫ້ເງິນເກື້ອກູນ 1000 ຢວນ, ແຕ່ຊາວກະສິກອນສ້າງອ່າງບົ່ມແກັດຊີວະພາບອ່າງໜຶ່ງ, ຈະໄດ້ກຳໄລໂດຍກົງ 500 ຢວນຂຶ້ນໄປຕໍ່ປີ, ສ່ວນການປູກຝັງ ການລ້ຽງສັດ ແລະການປຸງແຕ່ງ ຈະມີລາຍໄດ້ 1000 ຢວນຂຶ້ນໄປ. ສະນັ້ນ, ນອກຈາກຄ່າໃຊ້ຈ່າຍແຮງງານໃນການກໍ່ສ້າງອ່າງບົ່ມແກັດຊີວະພາບແລ້ວ, ຊາວກະສິກອນເກືອບບໍ່ຕ້ອງເສຍຄ່າອື່ນໆອີກ. ທ່ານລີໂກຊິ້ງກ່າວວ່າ, ປັດຈຸບັນ, ຊາວກະສິກອນໃຊ້ຝຸ່ນຈາກອ່າງບົ່ມແກັດຊີວະພາບມາປູກຕົ້ນຊາ, ລາຍຮັບໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ. ທ່ານເວົ້າວ່າ:
"ປັດຈຸບັນ, ເມືອງເອີ່ນຊື່ມີສວນຊາລວມເກືອບ 1 ໝື່ນເຮັກຕາ, ກວມໂກຕາຕະຫຼາດຊາແນວດີຂອງແຂວງຫູໄປຫຼາຍກວ່າໝູ່. ລາຍໄດ້ໂດຍກົງຂອງຊາວກະສິກອນຈາກສວນຊາແຕ່ລະ 0,067 ເຮັກຕາ ຈະມີເຖິງ 3000 ຢວນຕໍ່ປີ. ຕາມແນວພັນຊາແລະການຄຸ້ມຄອງທີ່ຕ່າງກັນ, ສູງສຸດຈະມີເຖິງ 8000 ຢວນຕໍ່ປີ.
ປັດຈຸບັນ, ຢູ່ກິ່ງແຂວງປົກຄອງຕົນເອງເອີ່ນຊື່ເຜົ່າຖູເຈ່ຍເຜົ່າມົ້ງ, ມີຄອບຄົວກວ່າເຄິ່ງໜຶ່ງໄດ້ສ້າງອ່າງບົ່ມແກັດຊີວະພາບ. ຕາມແຜນການຂອງອຳນາດການປົກຄອງກິ່ງແຂວງປົກຄອງຕົນເອງເອີ່ນຊື່, ຮອດປີ 2010, ທົ່ວກິ່ງແຂວງປົກຄອງຕົນເອງເອີ່ນຊື່ ຈະເຜີຍແຜ່ອ່າງບົ່ມແກັດຊີວະພາບໃຫ້ທົ່ວເຖິງກັນໂດຍພື້ນຖານ.
ເອົາລະ ທ່ານຜູ້ຟັງທີ່ໂຄລົບ, ລາຍການເສດຖະກິດຈີນພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ສະເໜີໂດຍ, ສະບາຍດີ.