ຈີນ​ສະ​ຫຼອງ​ວັນ​ກຳ​ມະ​ກອນ​ສາ​ກົນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ

(GMT+08:00) 2008-06-03 16:58:40 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ1​ພຶດສະພາ​ແມ່ນ​ວັນ​ກຳມະກອນ​ສາກົນ,​ແຫ່ງ​ຕ່າງໆ​ຂອງ​ຈີນ​ເຕັມ​ໄປ​ດ້ວຍ​ບັນຍາກ​າດມ່ວນ​ຊື່​ນ​ຄຶກຄື້ນ, ປະຊາຊົນ​ບັນດາ​ເຜົ່າ​ຈັດ​ກິດຈະກຳຫຼາຍ​ຮູບ​ຫຼາຍ​ສີ​ເພື່ອ​ສະຫຼອງ​ວັນ​ກຳມະກອນ​1​ພຶດ​ສະ​ພາ​ຢ່າງ​ເບີກບານ​ມ່ວນ​ຊື່ນ.

ວັນທີ1ພຶດສະພາ,ສວນສະໜຸກແຫ່ງໜຶ່ງຂອງນະຄອນກວາງໂຈ່ວແຕັມແຕ່ຄົນ

ຢູ່​ນະຄອນ​ກວາງ​ໂຈ່​ວ ພາກ​ໃຕ້​ຂອງ​ຈີນ,ຊາວ​ເມືອງ​ຈຳນວນ​ໜຶ່ງ​ໄປ​ເຂດ​ວາງສະ​ແດງ​ສິ່ງ​ປະ​ເສີດ​​ໂອ​ລິ​ມປິກ​ຂອງ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ທີ່​ພວມ​ຈັດ​ຂຶ້ນ.​ໃນ​ງານ​ວາງສະ​ແດງ,ຊາວ​ເມືອງ​ບໍ່​ພຽງ​ແຕ່​ໄດ້​ຊົມ​ເບິ່ງ​ສິ່ງ​ປະ​ເສີດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ730​ກວ່າ​ເຄື່ອງ​​ເທົ່າ​ນັ້ນ,ຍັງ​ສາມາດ​ປາຍ​ຫຼຽນ​ຄຳ ຊູ​ທວນ​ໄຟ ​ແລະ​ລົມ​ກັບແຊມ​ປຽນ​ຂອງ​ງານ​ໂອ​ລິ​ມປິກ​ອີກ​ດ້ວຍ.

ວັງບຸດດາລາໃນຍາມລາຕີວັນທີ1ພຶດສະພາ

ຢູ່​ສະໜາມ​ຫຼວງວັງ​ບຸດ​ດາລານະຄອນ​ລາຊາ​ຕິ​ເບ​ດມ່ວນ​ຊື່​ນາ​ຄຶກຄື້ນ​ຫຼາຍ,​ປະ​ຊາ​ຊົນ​ຫຼວງ​ຫຼາຍ​ຖ່າຍ​ຮູບ​ຢູ່​ຕໍ່ໜ້າ​ນ້ຳ​ພຸ​ແລະ​ຮູບ ​ຟູ​ວາ​ສັດ​ນຳ​ໂຊກ​ຂອງງານ​ກິລາ​ໂອ​ລິມ​ປິກ​ຂະໜາດ​ໃຫຍ່​ທີ່​ເຮັດ​ດ້ວຍ​ດອກ​ໄມ້.ຢູ່​ສະໜາມ​ຫຼວງ​ທຽນ​ອານ​ເມິນ​ນະ​ຄອນຫຼວງ​ປັກ​ກິ່ງ​ແມ່ນ​ເຕັມ​ແຕ່​ຄົນ,​ນັກ​ທ່ອງ​ທ່ຽວ​ທັງ​ຫຼາຍ​ມື​ຖື​ທຸງຊາດ​ນ້ອຍ​ແລະ​ທຸງ​ງານ​ກິລາ​ໂອ​ລິ​ມປິກ​ນ້ອຍໆ,​ເຕົ້າໂຮມ​ກັນ​ຖ່າຍຮູບ​ຢູ່​ບໍລິ​ເວນ​ອ້ອມ​ແອ້ມ​ອະນຸສາວະລີ​ວິລະ​ຊົນ​ປະຊາຊົນ.

ຢູ່ຕໍ່ໜ້າສະໜາມຫຼວງທຽນອານເມິນເຕັມແຕ່ຄົນ

ວັນ​ທີ1​ພຶດ​ສະ​ພາ​ນີ້,​ຄ້າຍ​ທະ​ຫານ​ສ່ວນ​ໜຶ່ງ​ຂອງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ປະ​ຈຳ​ຮົງ​ກົງ​ແລະ​ມາ​ກາວ​ກໍ່​ໄດ້​ເປີດ​ໃຫ້​ຊາວ​ເມືອງ​ເຂົ້າ​ຊົມ.

ວັນທີ1ພຶດສະພາ,ຊາວເມືອງຮົງກົງເຂົ້າຊົມຄ້າຍທະຫານແຫ່ງໜຶ່ງ
ຂອງກອງທັບປົດປ່ອຍປະຊາຊົນຈີນປະຈຳຮົງກົງ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>