ຊີວິດ​ຜາ​ສຸກ​ຂອງ​ຊາວ​ດີ​ຊີ້​ງ

(GMT+08:00) 2008-06-03 17:07:13 cri
-----------------------------------------------------------------------------------------------------------------

ທີ່​ນີ້ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານຜູ້​ຟັງ​ທີ່​​ເຄົາລົບ.ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ດີ​ຊີ້​ງຂອງ​ຈີນ​ຕັ້ງຢູ່​ລະຫວ່າງພູ​ສູງ​ແລະ​ໜອງ​ບຶງ​ແຫ່ງ​ໜຶ່ງ​​ຢູ່ແຂວງ​ຢຸນນານ,​ແມ່ນໜຶ່ງ​ໃນ​ບັນດາ​ບ່ອນ​ທ່ອງ​ທ່ຽວ​ທີ່​ມີ​ຊື່​​ດັງ​ກວ່າ​ໝູ່​ຂອງ​ຈີນ.ຊູ່ມື້​ນີ້,ດີ​ຊີ້​ງ​ໄດ້​ກາຍ​ເປັນ​ເມືອງ​ສະຫວັນ​ໃນ​ດວງ​ໃຈຂອງ​ຄົນ​ຈີນ.​ໃນ​ລາຍການ​ຊີວິດ​ສັງຄົມ​ພາກ​ນີ້, ຈະ​ພາ​ທ່ານ​ໄປ​ທ່ຽວ​ດີ​ຊີ້​ງ,​ໄປ​ຮູ້ຈັກ​ຊີວິດ​ຜາ​ສຸກ​ຂອງ​ຊາວ​ຊົນ​ເຜົ່າສ່ວນ​ໜ້ອຍ​ທີ່​ຕັ້ງຖິ່ນຢູ່​ແຫ່ງ​ນັ້ນ.

ດີ​ຊີ້​ງຕັ້ງຢູ່ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ແຂວງ​ຢຸນນານ,​ແປະ​ກັບ​ເຂດ​ປົກຄອງ​ຕົນ​ເອງຕິ​ເບ​ດ,​ໃນ​ພາສາ​ຕິ​ເບ​ດ,ດີ​ຊີ້​ງໝາຍ​ຄວາມ​ວ່າ ບ່ອນ​ທີ່ມີ​ສິລິ​ມົງຄຸນ​ແລະ​ສົມ​ຫວັງ.ຢູ່ດີ​ຊີ້ງ,ມີ​26 ຊົນ​ເຜົ່າ​ຕັ້ງຖິ່ນຢູ່​ນີ້ ​ເຊັ່ນ ​ເຜົ່າ​ຕິ​ເບ​ດ ​ເຜົ່າ​ລີ້​ຊູ້ ​ເຜົ່າ​ນ້າ​ຊີ່ ​ເຜົ່າ​ຮ້ານ​ແລະ​ເຜົ່າ​ປາຍ​ເປັນຕົ້ນ,​ເຜົ່າ​ຕິ​ເບ​ດກວມ​ປະມານໜຶ່ງ​ສ່ວນ​ສາມ​ຂອງ​ຍອດ​ປະຊາກອນ.

ຄົນພາຍ​ນອກ​​​ເລີ່​ມຮູ້ຈັກ​ດີ​ຊີ້​ງໃນ​ເກືອບ10​ປີ​ມາ​ນີ້ຍ້ອນພື້ນ​ສືບ​ທີ່​ມ່ວນໆອັນ​ໜຶ່ງ.​​ໃນ​ປີ1933, ທ່ານ​ເຈັມສ໌ ຣິວ​ເທິ​ນ ນັກ​ນະວະນິຍາຍ​ອາ​ເມ​ລິ​ກາ​ພິມ​ຈຳໜ່າຍນະວະ​ນິຍາຍ​ບົດ​ຍາວທີ່​ຊື່ວ່າ ​ເສັ້ນຂອບ​ຟ້າ​ທີ່​ເສຍ​ຫາຍ,​ໃນ​ນັ້ນ,ທ່ານ​ໄດ້​ບັນ​ລະ​ຍາຍ​ບ່ອນ​ໜຶ່ງຊື່ວ່າ"ຊາງ​ກຣີລາ" ​ເຊິ່ງ​ເປັນ​ບ່ອນ​ທີ່ຕັ້ງຢູ່​ລະຫວ່າງ​ພູ​ສູງ​ຜາ​ຊັນ​ທີ່​ພາກ​ຕາ​ເວັນ​ອອກ​ແລະ​ເປັນ​ບອນ​ທີ່​ຖາ​ວອນ ມີ​ສັນຕິພາບ​ແລະ​ສະຫງົບ​ສຸກ.ຈົນ​ຮອດ​ກາງ​ຊຸມ​ປີ1990,ຄົນ​ທັງຫຼາຍຈຶ່ງຊອກ​ຮູ້ບ່ອນ​ນີ້​ຢູ່​​ໃສ ໃນ​ທີ່​ສຸດ,ນັ້ນກໍ​ແມ່ນ​ດີ​ຊີ້​ງ.ດີ​ຊີ້​ງມີ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່ບັນ​ລະ​ຍາຍ​ໃນ​ນະວະນິຍາຍ​ຂອງ​ທ່ານ​ເຈັມສ໌ ຣິວ​ເທິ​ນ,ສິ່ງ​ທີ່​ໂຊກ​ດີ​ທີ່​ສຸດ​ແມ່ນ,ສັບ​ທີ່​ວ່າ"ຊາງ​ກຣີລາ"​ຄ້ອມ​ພໍດີ​ແມ່ນ​ສັນ​ພາ ສາ​ຕິ​ເບ​ດຂອງ​ຈົ່ງ​ຕ້ຽນ ​ເທດ​ສະບາ​ນກິ່ງ​ແຂວງ​ດີ​ຊີ້ງ,ມັນ​ໝາຍ​ຄວາມ​ວ່າ ດວງ​ຕ​າ​ເວັນ​ແລະ​ດວງ​​ເດືອນ​ໃນ​ດວງ​ໃຈ.ປີ2001,ຈົ່ງ​ຕ້ຽນ ​ເທດສະບານ​ດີ​ຊີ້​ງດ້​ປ່ຽນ​ຊື່​ເປັນ​ເມືອງຊາງ​ກຣີລາ ຢ່າງ​ເປັນ​ທາງ​ການ,"ຊາງ​ກຣີລາ"ທີ່​ເຄີຍ​ເປັນ​ບ່ອນ​ໃນ​ຄວາມ​ຝັນ​ໄດ້​ກາຍ​ເປັນ​ບ່ອນ​ທີ່​ມີແທ້​,  "ຊາງ​ກຣີລາ"​ໄດ້ກາຍ​ເປັນ​ຊື່​ແທນ​ຂອງ​ດີ​ຊີ້​ງ.
ສິ່ງ​ແວດ​ລ້ອມ​ປານ​ເມືອງ​ສະຫວັນ​ຂອງ​ດີ​ຊີ້​ງ​ໄດ້​ດຶງ​ດູດ​ຄົນ​ທັງຫຼາຍ​ໃນ​ທົ່ວ​ໂລກ​ຢ່າງ​ມີແຮງ. ມີ​ຜູ້​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຈຳ​ນວນ​ບໍ່​ໜ້ອຍ​ພໍ​ມາດີ​ຊີ້ງ​ກໍ​ມັກ​ແຫ່ງ​ນີ້​ໂລດ,ຈົນ​ເຖິງ​ຂັ້ນ​ທີ່ຕົກ ລົງຕັ້ງຖິ່ນຢູ່​ແຫ່ງ​ນີ້​ເປັນ​ເວ​ລາ​ດົນ​ນານ.ນາງ​ແຄເທີ ຊາ​ເຮ​ຍ ມາ​ລິກ ​ພັນ​ລະ​ຍາ​ຂອງ​ທ່ານ​ຮາ ຣິດ ມາ​ລິກ ຜູ້​ແທນ​ໃຫຍ່​ປະຈຳ​ຈີນຂອງ​ສຳນັກ​ແຜນ​ການ​ພັດທະນາ​ສະຫະ​ປະຊາ​ຊາດກໍ​ແມ່ນ​ໜຶ່ງ​ໃນ​ນັ້ນ.​ໃນ​ປີ2004,ນາງ​ແຄ​ເທີ​ມາ​ເມືອງ​ຊາງ​ກຣີລາ​ຂອງ​ດີ​ຊີ້​ງ​ເປັນຄັ້ງທຳ​ອິດກໍ​ມັກ​ແຫ່ງ​ນີ້​ໂລດ,ຕົກລົງ​ຕັ້ງຖິ່ນ​ອາ​ໄສ​ຢູ່​ນີ້.ຫຼາຍປີ​ມາ​ນີ້,ນາງ​ສະ​ເໜີ​ວັດທະນະ​ທຳ​ຊົນ​ເຜົ່າ ຂອງ​ດີ​ຊີ້​ງຕໍ່​ເພື່ອນ​ມິດສາ​ກົນ,​ຕັ້ງມູນ​ນິທິ​ມໍລະດົກ​​ເຂດ​ພູດ​ອຍ​ຢຸນນານ,​ແລະບໍລິຈາກ​ເງິນ​ໃຫ້​ພາລະກິດສຶກສາ​ຂອງ​ດີ​ຊີ້​ງ,ຍ້ອນ​ສາ​ເຫດ​ເຫຼົ່ານີ້,ນາງ​ໄດ້​ຮັບ​ການ​ຂະໜານ​ນາມ​ເປັນ​ພົນລະ​ເມືອງກິ​ຕິ​ມະ​ສັກ​ຂອງ​ດີ​ຊີ້​ງ.​ໃນ​ພິທີ​ມອບ​ນາມ​​ເປັນພົນລະ​ເມືອງ​ກິ​ຕິມະສັກ,ນາງ​ຊາ ຣາມາ​ລິກ ລູກສາວ​ຂອງ​ນາງ​ແຄ​ເທີ​ໄດ້​ບັນລະ​ຍາຍ​ຄວາມ​ຮັກຫອມ​ຂອງ​ແມ່​ທີ່​ມີ​ຕໍ່​ຊາງ​ກຣີ ລາ.ຊາຣາ​ເວົ້າວ່າ:

"​4ປີ​ກ່ອນ​ແມ່​ມາ​ຊາງ​ກຣີລາເທື່ອ​ທຳ​ອິດ,​ແລ້ວ​ກັບ​ມາ​ຫຼາຍ​ໆ​ເທື່ອ.​ແມ່​ໄດ້​ສ້າງ​ຕັ້ງມູນ​ນິທິມໍ ລະ​ດົກ​​ເຂດ​ພູດ​ອຍຢຸນນານ​ເພື່ອ​ຊ່ວຍ​ເຫຼືອຊ່າງ​ຫັດຖະກຳ​ທ້ອງ​ຖິ່ນ​ພັດທະນາ​ຫັດຖະກຳ.​ແມ່​ໄດ້​ເຮັດ​ຫຼາຍ​ໂຄງການ​ເພື່ອ​ຊ່ວຍ​ເຫຼືອຄົນ​ຂອງ​ຊາງ​ກຣີລາ.​ຍ້ອນ​ແມ່​ຂ້ອຍ​ເຮັດ​ວຽກ​ຢູ່​ນີ້, ຂ້ອຍ​ກໍ​ມາ​ຊ່ວຍເຮັດວຽກຢູ່​ມູນ​ນິທິ,ຂ້ອຍ​ກໍ​ມັກ​ຊາງ​ກຣີລາຫຼາຍ,ບ່ອນ​ນີ້​ງາມ​ຫຼາຍ,ປະຊາ ຊົນ​ກໍ​​ໃຈດີ."

ຖ້າ​ຍ່າງຕາມ​ຖະໜົນ​ຂອງ​ເມືອງ​ຊາງ​ກຣີລາ,ທ່ານ​ຈະພົບເຫັນ​ໄທ​ເມືອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ນຸ່ງ​ຊຸດ​ຊົນ​ເຜົ່ານັ້ນ​ເລື່ອຍໆ,ບວກ​ກັບ​ສິ່ງ​ກໍ່ສ້າງ​ທີ່​ມີ​ສີສັນ​ເຜົ່າ​ຕິ​ເບ​ດທີ່ຢູ່​ຂ້າງ​ຖະໜົນ,​​ໄດ້​ປະກອບ​ເປັນ​ຮູບ​ພາບ​ທີ່​ສ່ວຍງາມ​ແຜ່ນ​ໜຶ່ງ.ຍ່າງ​ອອກ​ຈາກ​ເມືອງຊາງ​ກຣີລາ,ໝູ່​ບ້ານ​ຂອງ ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ທີ່ຢູ່​ໃກ້​ຄຽງ​ໄດ້ສະ​ແດງ​ວິທີ​ດຳລົງ​ຊີວິດ​​ແ​ບບເກົ່າ​ແກ່​ແລະ​ສະຫງົບ​ສຸກ.ທູງຫາງ​ປິວ​ສະ​ປັບ​ຢູ່​ເທິງ​ເຮືອນ,ສັດລ້ຽງ​ກິນ​ຫຍ້າ​ຢູ່​​ເດີ່ນ​ຫຍ້າຢ່າງສະບາຍໆ,​ຢູ່​​ໄຮ່ນາລະຫວ່າງ​ສາຍນ້ຳປູກ​ມີ​ເຂົ້າບະ​ເລ​ຕິ​ເບ​ດເປັນ​ແຜ່ນໆ.

​ໃນ​ຂະນະ​ທີ່​ຮັກສາ​ຮີດຄອງ​ດຳລົງ​ຊີວິດຂອງ​ຕົນ,ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍຂອງ​ດີ​ຊີ້​ງ​ຍັງໄດ້​ສະ​ເຫວີຍ​ຜົນ​ດີ​ຈາກການ​ພັດທະນາ​ເສດຖະກິດ.ຫຼາຍປີ​ມາ​ນີ້,ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ຂອງ​ກິ່ງ​ແຂວງ​ດີ​ຊີ້​ງ​ໄດ້​ເພີ່ມ​ຂຶ້ນ​ເກືອບ22%ຕໍ່​ປີ,ລາຍ​ໄດ້​ສຸດທິ​ສະ​ເລ່ຍຕໍ່​ຫົວ​ຄົນຂອງ​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​​ເພີ່ມ​ຂຶ້ນ14,2%ຕໍ່​ປີ.ຊີວິດ​ການ​ເປັນ​ຢູ່ຊາວ​ດີ​ຊີ້​ງຮັ່ງ​ມີ​ຂຶ້ນ,ການ​ອອກ​ໄປ​ທ່ຽວ​ກໍ​ກາຍ​ເປັນ​ວິທີ​ຢ່ອນ​ອາລົມ​ທຳ​ມະ​ດາທີ່​ສຸດ.ນາງ​ຢາ​ງຊຸ່ນ​ເຊີ່ງ ຊາວ​ກະສິກອນ​ເຜົ່າ​ນ້າ​ຊີ່​ບອກ​ນັກ​ຂ່າວ​ວ່າ: (ປ່ອຍ​ອັດສ​ຽງ)
"​ໃນ​ເຮືອນຂອງ​ຂ້ອຍ​ມີ​​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ​ຄົບ​ຖ້ວນ,ຕົວຢ່າງ​ຄື ​ໂທລະພາບ​ໄດ້​ມີ​ດົນ​ແລ້ວ,ຕູ້​ເຢັນ​ກໍ​ມີ ​ເຕົາ​​ແກັສກໍ​ມີ,ອາດ​ເວົ້າ​ໄດ້​ວ່າ​ຊີວິດ​ມໍ່​ຈະ​ເຖິງ​ຂັ້ນ​ອິ່ມໜຳສຳລານ​ລະດັບ​ກາງແລ້ວ.ຜົວ​ ລູກ​ຊາຍ​ແລະ​ຂ້ອຍ​ສາມ​ຄົນ​ມັກ​ອອກ​ໄປ​ທ່ອງທ່ຽວ,ຄື​ໄປ​ເມືອງ​ລີ້​ຈ່ຽງ​ແລະ​​ເຊ້ຍກວັ່ນ,ອາດ​ເວົ້າ​ໄດ້​ວ່າ,​ໃນ​ຍາມ​ຫວ່າງ​ທີ່​ບໍ່ຕ້ອງ​ເຮັດ​ໄຮ່​ໄຖ່ນາ,ພວກ​ເຮົາ​ກໍ​ອອກ​ໄປ​ທ່ຽວ."

ຄົນ​ພາຍ​ນອກ​ຍ່າງ​ເຂົ້າຊາງ​ກຣີລາ,ຄົນ​ຊາງ​ກຣີລາ​ຍ່າງ​ອອກ​ໄປ​ໂລກ​ພາຍ​ນອກ.ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ດີ​ຊີ້​ງນັບ​ມື້​ນັບ​ຫຼາຍອອກ​ໄປ​ທ່ຽວ ​ໄປ​ເຮັດ​ການ​ຄ້າ​ແລະ​ໄປ​ຮ່ຳຮຽນ​ຢູ່​ຕົວ​ເມືອງ​ໃຫຍ່.ການ​​ໄປມາຫາສູ່​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ເຮັດ​ໃຫ້​ສາຍຕາ​ຂອງ​ເຂົາ​ເຈົ້າຂະຫຍາຍ​ກວ້າງ,​ແລະ​ນັບ​ມື້​ນັບ​ຮູ້ສຶກ​ອົບ​ອຸ່ນ​ແລະພາກພູມ​ໃຈ​ຕໍ່​ບ້ານ​ເກີດ​ຂອງ​ຕົນ.ຈ່າ​ຊີ່​ສິວສູ ສາວ​ເຜົ່າ​ຕິ​ເບ​ດທີ່​ມາ​ຈກ​ດີ​ຊີ້​ງດຽວ​ນີ້​ແມ່ນ​ນັກຮຽນ​ປີ3​ຂອງ​ມະຫາ​ວິທະຍາ​ໄລ​ຫຼີກົ່ງ​ປັກ​ກິ່ງ,ນາງ ມັກ​ບ້ານ​ເກີດ​ຂອງ​ຕົນ​ຫຼາຍ.ນາງ​ເວົ້າວ່າ:

"ນ້ອງ​ຮຽນ​ຢູ່​ປັກ​ກິ່ງສາມ​ປີ​ແລ້ວ,​​ເມື່ອ​ເມືອ​ບ້ານ,ຄົ້ນພົບ​ວ່າ​ເມືອງ​ຊາງ​ກຣີລາ​ເກີດ​ການ​ປ່ຽນ​ແປງ​ຢ່າງ​​ໃຫຍ່​ຫຼວງ,ບາງ​ບ່ອນ​ນ້ອງ​ກໍ່​ບໍ່​ຮູ້ຈັກ​ແລ້ວ.ດຽວ​ນີ້,ພວກ​ເຮົາ​ອອກ​ໄປ​ຮຽນ​ຢູ່​ມະຫາ ວິ​ທະຍາ​ໄລ​ຂອງ​ຕ່າງ​ຖິ່ນ,​ເມື່ອ​ເວົ້າ​ເຖິງ​ບ້ານ​​ເກີດ​ຂອງ​ຕົນ​ເອງ​ແມ່ນ​ຊາງ​ກຣີລາກໍ​ຮູ້ສຶກ​ພາກພູມ​ໃຈ​ຫຼາຍ."
ຊາວ​ຊາງ​ກຣີລາ​ຮູ້ສຶກ​ພາກພູມ​ໃຈ,​ເພາະວ່າ​ພວກ​ເຂົາ​ເຈົ້າດຳລົງ​ຊີວິດ​ຢູ່​ເມືອງ​ສະຫວັນ​ທີ່​ຄົນ​ທັງຫຼາຍຝັກ​ໄຝ່;ຊາວ​ດີ​ຊີ້​ງຮູ້ສຶກ​ພາກພູມ​ໃຈ,​ເພາະວ່າ​ດີ​ຊີ້​ງ​ແມ່ນ​ບ້ານ​ຂອງ​ຊາງ​ກຣີລາ. (ປ່ອຍ​ອັດ​ສຽງ)

ທຸກໆ​ຄ່ຳ​ຄືນ,ຢູ່​ສະໜາມທັນ​ເຊິ​ງທີ່​ບໍ່​ໄກ​ກັນຫຼາຍກັບ​ອົງການ​ປົກຄອງ​ກິ່ງ​ແຂວງ​ດີ​ຊີ້​ງ,ປະ ຊາ​ຊົນ​ເກືອບ​ພັນ​ຄົນ​ທີ່ມາ​ຈາກ​​ເມືອງ​ແລະ​ບ້ານ​ທີ່ຢູ່​ໃກ້​ຄຽງພາກັນຟ້ອນ​ລຳ​ຕາມຈັງຫວະດົນ ຕີຢ່າງ​ມ່ວນຊື່ນ,ຮອຍ​ຍີ້ມ​ຢູ່​ເທິງ​ໃບ​ໜ້າ​ຂອ​ງພວກ​ເຂົາເ​ຈົ້າໄດ້​ກະ​ຕຸ້ນໃຈ​ຂອງ​ພວກ​ເຮົາ​ແລະ ຜູ້​ທ່ອງ​ທ່ຽວ​ໝົດ​ທຸກຄົນ.ພວກ​ເຮົາ​ເຂົ້າ​ຮ່ວມ​ການ​ຟ້ອນ​ລຳ​ຂອງ​ພວກ​ເຂົາ​ເຈົ້າ,ເຂົ້າ​ໃຈ​ຄວາມ​ຊື່​ສັດ​ແລະ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂ​ອງດີ​ຊີ້ງ​ຢູ່ທ່າມ​ກາງ​ດົນ​ຕີ​ແລະ​ຟ້ອນ​ລຳ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>