ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ຢູ່​​ເມືອງ​ເວີ້ນ​ຊ່ວນ​​ແຂວງ​ເສ​ສວນ​ຈີນ​​ເຮັດ​ໃຫ້​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຖືກ​ທຳ​ລາຍ​ໃນ​ລະ​ດັບທີ່​ຕ່າງ​ກັນ

(GMT+08:00) 2008-06-06 19:35:23 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 6 ມິຖຸນາ​ນີ້,ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ໄດ້​ແຈ້ງ​ໃຫ້​ສື່​ມວນ​ຊົນ​ຊາບ​ວ່າ,​​ໄລ່​ມາ​ຮອດ​ປະຈຸ​ບັນ,​​ແຜ່ນດິນ​ໄຫວ​ຮຸນ​ແຮງຢູ່ເມືອງ​ເວີ້​ນຊ່ວນ​​ແຂວງ​ເສ​ສວນ​ຈີນ​​​ໄດ້ເຮັດ​ໃຫ້ຫົວຫນ່ວຍ​ປົກ​ປ້ອງ​ມໍລະດົກ​ວັດທະນະ ທຳ​ສຳຄັນລະດັບ​ຊາດ 169 ​ແຫ່ງ​ຂອງ​​ 7 ແຂວງ​ແລະ​ກຳ​ແພງ​ນະຄອນ​ເຊັ່ນ:​ແຂວງ​ເສ​ສວນ ​ແຂວງ​ກັ່ນ​ຊູ່ ​ແຂວງ​ສານ​ຊີ່  ​ກຳ​ແພງນະຄອນຈຸ່ງກິ່ງ ​ແຂວງ​ຢຸນນານ ​ແຂວງ​ຊ່ານຊີ່​ແລະ​ແຂວງ​ຮູ​ເປ​​ໄດ້​ຖືກທຳລາຍ​ໃນ​ລະດັບ​ທີ່​ຕ່າງ​ກັນ,ນອກ​ນີ້​ຍັງ​ມີ​ວັດຖຸບູຮານ​​​ໃນ​ຫໍພິພິດທະພັນ​ເກືອບ 2800 ​ອັນ​ຖືກ​ທຳລາຍ.

ຂ່າວ​ແຈ້ງວ່າ,​ເຂື່ອນຕູ່​ຈ່ຽງອ້ຽ​ນທີ່​ເປັນ​ມໍລະດົກ​ໂລກ​ໄດ້​ຖືກ​ທຳລາຍ​ເລັກ​ນ້ອຍ,ສິ່ງ​ກໍ່​ສ້າງ​ບູຮານ​ຢູ່​​ຫນ້າດິນ​ຂອງ​ເຂື່ອນຕູ່​ຈ່ຽງຢັ້ນ​ໄດ້​ຖືກ​ທຳລາຍ​ຢ່າງ​ຫນັກຫນ່ວງ.ມໍ​ລະ​ດົກ​ໂລກ​ອື່ນ​ຂອງ​ແຂວງ​ເສ​ສວນ​ກໍຖືກ​ທຳລາຍ​​ໃນ​ລະດັບ​ທີ່​ຕ່າ​ງກັນ,​ແຕ່​​ບໍ່​ຫນັກຫນ່ວງ​ປານ​ໃດ.ນອກ​ນີ້,ທະຫານ​ມ້າຄົວ​ຢືນ​ບາງ​ໂຕ​ຢູ່​ສຸສານ​ຈິນຊີຮ້ອງ​ເຕ້ທີ່​ເປັນ​ມໍລະດົກ​ໂລກ​ຂອງ​ແຂວງ​ສານ​ຊີ່ກໍ່​ປະກົດ​ມີ​ຮອຍ​ແຕກ​​ເລັກ ຫນ້ອຍຢູ່​ບ່ອນ​ຕິດ​.  ຄູຫາ​ພູ​ມ້າ​ຍຈີ່​ຢູ່​ເມືອງທຽນ​ສຸຍ​ຂອງ​ແຂວງ​ກັ່ນ​ຊູ້ທີ່​ກຽມ​ຮ້ອງ​ຂໍ​​ເປັນ​ມໍລະດົກ​ໂລກ​ກໍ​ປະກົດ​ເຫັນ​ຮອຍ​ແຕກ​ເລັກ​ຫນ້ອຍ.

ຂ່າວ​ແຈ້ງວ່າ,ການອະນຸລັກ​ແລະປະຕິສັງຂອນ​ວັດຖຸ​ບູຮານ​ແລະ​ສິ່ງ​ກໍ່ສ້າງ​ທີ່ຖືກ​ທຳລາຍ​ໃນ​ແຂວງ​ແລະ​ກຳ​ແພງ​ນະຄອນ​ເຫຼົ່າ​ນີ້ຈະ​ຕ້ອງການ​ເງິນ​ປະມານ 6 ຕື້​ຢວນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>