ເຂົ້າລະດູ​ຮ້ອນ​ຂອງ​ຈີນ​ມີ​ຫວັງ​ບັນ​ລຸ​ການ​ເພີ່ມ​ພູນ​ຜະ​ລິດ​ຜົນ 5 ປີ​ລຽນ​ຕິດ

(GMT+08:00) 2008-06-09 17:08:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ຈາກ​ກະຊວງ​ກະສິກຳ​ຈີນ, ປີ​ນີ້, ​ເຂົ້າລະດູ​ຮ້ອນ​ຂອງ​ຈີນ​ມີ​ຫວັງ​ຈະ​ເກັບ​ກ່ຽວ​ໄດ້ຜົນ​ອຸດົມ​ສົມບູນ, ​ແລະ​ບັນລຸ​ການ​ເພີ່ມ​ພູນ​ຜະລິດຜົນ 5 ປີ​ລຽນຕິດ. ຜູ້​ຊ່ຽວຊານ​ດ້ານ​ທັນ​ຍາຫານ​ຊີ້​ອອກ​ວ່າ, ປັດຈຸບັນ, ການ​ສະ​ສົມທັນ​ຍາຫານ​ຂອງ​ຈີນ​ແມ່ນ​ອຸດົມສົມບູນ, ມີ​ຄວາມ​ສາມາດ​ກຸ້ມ​ຕົນ​ເອງ​ໃນ​ຂັ້ນພື້ນຖານ​ຢ່າງສົມບູນ, ​ແລະ​ຈະ​ປະກອບສ່ວນ​ອັນຕັ້ງໜ້າ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ຕະຫຼາດທັນ​ຍາ​ຫານ​ຂອງ​​ໂລກ​ມີ​ຄວາມ​ໝັ້ນທ່ຽງ.

ເຂົ້າລະດູ​ຮ້ອນ​ຂອງ​ຈີນ​ຕົ້ນຕໍ​ແມ່ນ​ເຂົ້າ​ແບຼ, ​ເຂດ​ຜະລິດຕົ້ນຕໍ​ຢູ່​ແຂວງ​ເຫີ​ນານ ພາກ​ກາງຂອງ​ຈີນ. ທ່ານ​ເວີ້​ຍຈຸ້ງ​ເສີ່​ງ ນັກ​ເສດຖະສາດ​ໃຫຍ່​ຂອງ​ພະ​ແນກກະສິກຳ​ແຂວງ​ເຫີ​ນານ​ກ່າວ​ວ່າ, ຍອດ​ຜົນ​ຜະລິດ​ເຂົ້າ​ລະດູ​ຮ້ອນ​ຂອງ​ແຂວງ​ເຫີ​ນານ​ປີ​ນີ້ມີ​ຫວັງ​ຈະ​ສ້າງ​ສະຖິຕິ​ໃໝ່​ໃນ​ປະ​ຫວັດ​ສາດ.

"ກະ​ວ່າ, ຍອດ​ຜົນ​ຜະລິດ​​ເຂົ້າ​ລະດູ​ຮ້ອນ​ຂອງ​ທົ່ວແຂວງຈະ​ບັນລຸ​ເຖິງ 30 ລ້ານ 5 ​ແສນ​ໂຕນ, ສາມາດ​​ເວົ້າ​ໄດ້​ວ່າ, ຍອດ​ຜົນ​ຜະລິດ​​ເຂົ້າ​ລະດູ​ຮ້ອນ​ຂອງ​ແຂວງ​ເຫີ​ນານ​ປີ​ນີ້ຈະ​ສ້າງ​ສະຖິຕິ​ໃໝ່​ໃນ​ປະຫວັດສາດ. ຄຽງ​ຄູ່​ກັບ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ສ້າງ​ກະສິກຳ​ໃຫ້​ເຂັ້ມ​ແຂງ​ແລະ​ໃຫ້​ຊາວ​ກະສິກອນ​ຮັບ​ຜົນ​ປະ​ໂຫຍ​ດ​ໄດ້​ສືບ​ຕໍ່ເພີ່ມ​ທະວີຂຶ້ນ​, ວິທະຍາສາດ​ເຕັກນິກ​ດ້ານ​ກະສິກຳ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄວາມ​ຫ້າວຫັນ​ໃນ​ການ​ປູກ​​ເຂົ້າ​ຂອງ​ຊາວ​ກະສິກອນ​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ, ກຳລັງ​ບົ່ມ​ຊ້ອນ​​ໃນ​ການ​ຜະລິດ​​ເຂົ້າ​ຂອງ​ແຂວງ​ເຫີ​ນານ​ຍັງ​ມີຢູ່​ຢ່າງຫຼວງຫຼາຍ."

ເຖິງ​ວ່າ​ໃນຕົ້ນປີ​ນີ້, ບາງ​ເຂດ​ແຂວງ​ຂອງ​ຈີນ​ໄດ້​ປະສົບ​ໄພ​ຫິມະ, ​ເດືອນ​ພຶດສະພາ​ແຂວງ​ເສ​ສວນ​​ໄດ້​ເກີດ​ແຜ່ນດິນ​ໄຫວ, ​ແຕ່​ທ່ານ​ອີນຊ່າງ​ປິ່ນ ຜູ້​ຊ່ຽວຊານ​ດ້ານ​ທັນ​ຍາ​ຫານ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ກະສິກຳ​ຈີນ​ກ່າວ​ວ່າ,

"ຕົ້ນປີນີ້, ບາງ​ເຂດ​ໄດ້​ເກີດ​ໄພ​ຫິມະ, ​ແຕ່​ຫິມະ​ຕົກ​ໃນ​ລະດູ​ໜາວ​ມີ​ຜົນ​ດີ​ຕໍ່​ການ​ເຕີບ​ໃຫຍ່​ຂອງ​ທັນ​ຍາ​ຫານ; ​ສ່ວນ​ໄພ​ແຜ່ນດິນ​ໄຫວ​ຂ​ອງ​ແຂວງ​ເສ​ສວນ​ແມ່ນ​​ເປັນ​ພາກສ່ວນ, ​ເຂດ​ປະສົບ​ໄພ​ຮ້າຍ​ແຮງ​ລ້ວນ​ແຕ່​ຢູ່​ເຂດ​ພູດ​ອຍ, ອັດຕາ​ການ​ສະໜອງ​ທັນຍາ​ຫານ​ຢູ່​ແຫ່ງ​ນັ້ນກໍ່​ບໍ່ຫຼາຍປານ​ໃດ, ​ເຖິງ​ວ່າຜົນ​ຜະລິດຢູ່​ເຂດ​ປະສົບ​ໄພ​ຫຼຸດລົງ 10%, ກໍ່​ບໍ່​ສາມາດ​ກະທົບ​ພາກ​ສ່ວນ​ໃຫຍ່ຂອງ​ການ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ."

ນອກຈາກ​ແຂວງ​ເສ​ສວນ​ແລ້ວ, ​ເຂດ​ຜະລິດ​ທັນ​ຍາ​ຫານ​ຕົ້ນຕໍ​ອີກ​ແຫ່ງ​ໜຶ່ງ​ທີ່​ຖືກ​ຜົນກະທົບ​ຈາກ​ແຜ່ນດິນ​ໄຫວ​ນັ້ນ​ແມ່ນ​ແຂວງ​ສ້າ​ນຊີ. ຄຽງ​ຄູ່​ກັບ​ລະດູ​ເກັບ​ກ່ຽວ​ທັນ​ຍາ​ຫານ​ວຽນມາ​ເຖິງ, ​ແຂວງ​ສ້າ​ນຊີ​ພວມ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​​ເປີດ​ກວ້າງ​ເນື້ອ​ທີ່​ທີ່​ໃຊ້​ເຄື່ອງ​ຈັກເກັບ​ກ່ຽວ, ​​ເພື່ອຫຼຸດຜົນ​ເສຍ​ຫາຍ​ຈາກ​ໄພພິບັດ​​ໃຫ້​ໜ້ອຍທີ່​ສຸດ. ນັກ​ຂ່າວ​ໄດ້​ຮັບຂ່າວ​ຈາກພາກສ່ວນ​ກະສິກຳ​ແຂວງ​ສ້າ​ນຊີ​ວ່າ, ຜົນ​ຜະລິດ​ເຂົ້າ​ແບຼຂອງ​ແຂວງ​ສ້າ​ນຊີ​ໃນ​ປີ​ນີ້ຈະຫຼາຍກວ່າ​ປີ​ກາຍປະມານ 5%.

ໃນຫຼາຍປີ​ມາ​ນີ້, ຜົນ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ໄດ້​ຮັກສາ​ທ່ວງທ່າ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນທ່ຽງ, ການ​ສະໜອງຜະລິດ​ຕະພັນ​ກະສິກຳ​ຕົ້ນຕໍ​​ແມ່ນພຽງພໍ, ສະຖານະ​ການ​ລວມດ້ານ​ທັນ​ຍາ​ຫານ​ແມ່ນ​ການ​ສະໜອງຫຼາຍກວ່າ​ຄວາມ​ຕ້ອງການ. ທ່ານ​ອີນຊ່າງ​ປີ່​ນຊີ້​ອອກ​ວ່າ, ນີ້​ຕົ້ນຕໍ​​ແມ່ນ​​ໄດ້​ຮັບ​ຜົນ​ດີ​ຈາກ​ນະ​ໂຍບາຍ​ທີ່ສະໜັບສະໜູນ​ກະສິກຳ​ແລະ​ໃຫ້​ສິດທິ​ພິ​ເສດ​ແກ່​ຊາວ​ກະສິກອນ​ທີ່​ຈີນ​ໃຊ້​​ໃນຫຼາຍປີ​ມາ​ນີ້, ​ໄດ້​​ເຮັດ​ໃຫ້​ຊາວ​ກະສິກອນ​ທີ່​ປູກ​ທັນ​ຍາ​ຫານ​ມີ​ຄວາມ​ຫ້າວຫັນ​ຢ່າງຫຼວງຫຼາຍ. ປັດຈຸບັນ, ການ​ສະ​ສົມ​ທັນ​ຍາ​ຫານ​ຂອງ​ຈີນ​ມີຢູ່​ຢ່າງ​ພຽງພໍ, ​ເສັ້ນ​ເຕືອນ​ໄພ​ດ້ານ​ປະລິມານ​ສະ​ສົມ​ທັນ​ຍາ​ຫານ​ທີ່​ອົງການ​ທັນ​ຍາ​ຫານ​ແລະ​ກະ​ເສດຂອງ​ໂລກຫຼື"FAO"ກຳນົດ​ນັ້ນ​ແມ່ນ​ປະມານ 18% ຂອງ​ຍອດປະລິມານ​ການ​ບໍລິ​ໂພ​ກທັນ​ຍາ​ຫານ​​ໃນໝົດ​ປີ, ​ແຕ່​ອັດຕາ​ສະ​ສົມ​ທັນ​ຍາ​ຫານ​ຂອງ​ຈີນ​ແມ່ນ 35%, ສະນັ້ນ, ຈີນ​ບໍ່​ມີ​ບັນຫາ​ວິກິດ​ການ​ດ້ານ​ອາຫານ.

ຫວ່າງ​ມໍ່ໆ​ນີ້, ​ທ່ານ​ຊຸນ​ເຈີ້​ງສາຍ ລັດຖະມົນຕີ​ວ່າການກະຊວງ​ກະສິກຳ​ຈີນ​​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ຂອງ​ໂລກຢູ່​ນະຄອນ​ໂຣມ, ທ່ານຊີ້​ອອກ​ວ່າ,
"ຈີນ​ແກ້​ໄຂ​ບັນຫາ​ກິນ​​ເຂົ້າຂອງ​ປະຊາກອນ 1 ຕື້ 300 ລ້ານ​ຄົນຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນກໍ່​ແມ່ນການ​ປະກອບສ່ວນອັນ​​ໃຫຍ່ຫຼວງ​ເຂົ້າ​ໃນ​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ຂອງ​ໂລກ. ການ​ຄ້າຂາ​ເຂົ້າຂາ​ອອກ​ທັນ​ຍາ​ຫານ​ຂອງ​ຈີນ​ພວມ​ພັດທະນາ​ຢ່າງ​ເປັນ​ປົກກະຕິ, ​ເຂົ້າ​ເປືອກ​ມີ​ແຕ່​​ສົ່ງ​ອອກ. ພາຍ​ໃນ​ຂອບ​ເຂດ​ຄວາມ​ສາ​ມາດ​ຂອງ​ຕົນ, ຈີນຈະບໍລິຈາກ​ໃຫ້​ອົງການFAO ຢ່າງ​ຕັ້ງໜ້າ, ​ແລະ​ໃຫ້​ຄວາມ​ຊ່ວຍ​ເຫຼືອດ້ານ​ອາຫານ​ໃຫ້​ບາງປະ​ເທດ​ທີ່​ມີ​ສະພາບ​ເຄັ່ງ​ຕຶງ​ດ້ານ​ອາຫານ, ​ແລະ​​ໃຫ້​ຄວາມ​ຊ່ວຍ​ເຫຼືອດ້ານ​ເຕັກນິກ​ແລະ​ອົບຮົມ​ນັກວິຊາການ​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ.%
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>