ລະບົບ​ການບິນ​ພົນລະ​ເຮືອນ​ຈີນ​ຈະ​ຮັບ​ປະ​ກັນ​ວຽກ​ງານ​ຂົນ​ສົ່ງ​ທາງ​ອາ​ກາດ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ຢ່າງ​ດີ

(GMT+08:00) 2008-06-20 15:53:05 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 20 ມິຖຸນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາງ​ໂກ​ຊີ້​ງ ຮອງ​ຫົວໜ້າ​ກົມ​ການບິນ​ພົນລະ​ເຮືອນ​ຈີນ​ກ່າວ​ວ່າ, ລະບົບ​ການບິນ​ພົນລະ​ເຮືອນ​ຈີນ​ຈະ​ຮັບປະກັນ​ວຽກ​ງານ​ການ​ຂົນ​ສົ່ງ​ການບິນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໂອ​ລິ​ມປິກ​ຄົນ​ພິການ​​ໃຫ້​ປອດ​ໄພ​ດີ.

ທ່ານ​ຢາງ​ໂກ​ຊີ້​ງກ່າວ​ວ່າ, ກ່ອນ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ, ລະບົບ​ການບິນ​ພົນລະ​ເຮືອນ​ຈີນຈະ​ລົງ​ເລິກ​ກວດກາ​ແລະ​ປັບປຸງ​ເຄື່ອງ​ອຸປະກອນ​ແລະ​ສິ່ງ​ກໍ່ສ້າງ​ຕ່າງໆ​ຂອງ​ສະໜາມ​ບິນ​ແລະ​ຂອງ​ບໍລິສັດ​ການບິນ, ຍົກ​ຄວາມ​ສາມາດ​ຂອງ​ຄະນະ​ດຳ​ເນີນ​ງານ​ໃນ​ການຮັບ​ມື​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ກະທັນຫັນ​​, ​ແລະ​ເພີ່ມ​ທະວີ​ວຽກ​ງານ​ທົດ​ລອງ​ແລະ​ຝຶກ​ຊ້ອມ​ຜູ້​ບໍລິການ​ງານ​ກິລາ​ຄົນ​ພິການ.

ການບິນ​ພົນລະ​ເຮືອນ​ຈີນ​ໄດ້​ສ້າງ​ແລະ​ປັບປຸງ​ສິ່ງ​ກໍ່ສ້າງທີ່​ບໍ່​ມີ​ອຸປະສັກກີດຂວາງ, ​ແລະ​ໄດ້​ອົບຮົມ​ພະນັກງານ​ກ່ຽວ​ກັບ​ການ​ບໍລິການ​ຄົນ​ພິການ.

ມື້​ດຽວ​ກັນ, ບໍລິສັດ​ຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​ຈີນ​ໄດ້​ບໍລິຈາກ​ລົດ​ລໍ້​ເກືອບ 3 ພັນ​ໜ່ວຍ, ​ເພື່ອ​ໃຊ້​ຢູ່​ໃນ​ສະໜາມ​ບິນ​ພົນລະ​ເຮືອນ 10 ກວ່າ​ແຫ່ງ​ຂອງ​ຈີນ​ເຊັ່ນ​ສະໜາມ​ບິນ​ສາກົນ​ນະຄອນຫຼວງ​ເປັນຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>