ຕິເບດຟື້ນຟູຕະຫຼາດການທ່ອງທ່ຽວຢ່າງເປັນທາງການ
(GMT+08:00) 2008-06-25 16:53:35 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິນຮວາ: ວັນທີ25ມິຖຸນານີ້ ຕິເບດໄດ້ຟື້ນຟູຕະຫຼາດການທ່ອງທ່ຽວຢ່າງເປັນທາງການ,ບໍລິສັດທ່ອງທ່ຽວຕ່າງໆເລີ່ມຕ້ອນຮັບນັກທ່ອງທ່ຽວຂອງຈີນແລະຕ່າງປະເທດ. ປະຈຸບັນ,ຕິເບດໄດ້ເລີ່ມເປີດຮັບນັກທ່ອງທ່ຽວຈີນແລະຕ່າງປະເທດຢ່າງຮອບດ້ານແລ້ວ.
ຕາມຂ່າວແຈ້ງວ່າ,ຫຼັງຈາກເຫດການຄວາມຮຸນແຮງ"14ມີນາ"ມານີ້,ຄະນະທ່ອງທ່ຽວຕ່າງປະເທດຄະນະທຳອິດຈະເດີນທາງໄປຮອດຕິເບດໃນຕອນຄ່ຳວັນທີ25ມິຖຸນານີ້.
ເຫດການຄວາມຮຸນແຮງ"14ມີນາ"ໄດ້ທຳລາຍການທ່ອງທ່ຽວອັນເປັນປົກກະຕິຂອງຕິເບດຢ່າງໜັກໜ່ວງ.ຄຽງຄູ່ກັບສະຖຽນລະພາບທາງສັງຄົມ ການຜະລິດແລະຊີວິດການເປັນຢູ່ຂອງປະຊາຊົນຕິເບດໄດ້ຮັບການຟື້ນຟູໂດຍພື້ນຖານ,ພາກສ່ວນທ່ອງທ່ຽວຕິເບດເລີ່ມຟື້ນຟູການຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດໃນວັນທີ23ເມສາຜ່ານມາ,ນັບມາຮອດປະຈຸບັນໄດ້ຮັບຄະນະທ່ອງທ່ຽວ160ກວ່າຄະນະແລ້ວ.
ປະຈຸບັນ ຢູ່ຕິເບດມີແຫຼ່ງທ່ອງທ່ຽວ300ກວ່າແຫ່ງແມ່ນເປີດໃຫ້ນັກທ່ອງທ່ຽວໄປຊົມທ່ຽວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ